Homeຂ່າວພາຍ​ໃນອັນຕະລາຍກວ່າທີ່ຄິດ! ຜົນກະທົບຂອງການໃຊ້ໜ້າຈໍມື້ລະ 90 ນາທີ ຕໍ່ພັດທະນາການຂອງເດັກນ້ອຍ

ອັນຕະລາຍກວ່າທີ່ຄິດ! ຜົນກະທົບຂອງການໃຊ້ໜ້າຈໍມື້ລະ 90 ນາທີ ຕໍ່ພັດທະນາການຂອງເດັກນ້ອຍ

Published on

ງານວິໄຈຈາກຕ່າງປະເທດເປີດເຜີຍວ່າ ເດັກນ້ອຍທີ່ໃຊ້ເວລາຢູ່ໜ້າຈໍຫຼາຍກວ່າ 90 ນາທີຕໍ່ມື້ ມີພັດທະນາການດ້ານພາສາ, ການສື່ສານ, ການຂຽນ ແລະການຄິດຄຳນວນ ຕໍ່າກວ່າຄ່າສະເລ່ຍ ລວມເຖິງມີທ່າອ່ຽງເກີດພຶດຕິກຳທີ່ບໍ່ເໝາສົມຫຼາຍຂຶ້ນ ເມື່ອອາຍຸ 4 ຫາ 8 ປີ.

ທີມນັກວິໄຈຈາກມະຫາວິທະຍາໄລແຄນເທີເບີຣີ ປະເທດນິວຊີແລນ ໄດ້ຕິດຕາມພັດທະນາການຂອງເດັກນ້ອຍ 6,000 ຄົນ ຕັ້ງແຕ່ອາຍຸ 2 ຫາ 8 ປີ ເພື່ອທົດສອບຜົນກະທົບຂອງການໃຊ້ໜ້າຈໍເກີນກວ່າຂໍ້ແນະນຳ ລະຫວ່າງອາຍຸ 2 ຫາ 5 ປີ ເຊິ່ງກຳນົດໄວ້ວ່າ ບໍ່ຄວນເກີນ 1 ຊົ່ວໂມງ. ຢ່າງໃດກໍຕາມ, ເດັກນ້ອຍສ່ວນໃຫຍ່ໃນສະຫະຣາຊາອານາຈັກສ່ວນໃຫຍ່ອາຍຸ 2 ປີ ໃຊ້ໜ້າຈໍຫຼາຍກວ່າ 2 ຊົ່ວໂມງຕໍ່ມື້ ໂດຍ 1 ໃນ 5 ຄົນ ມີໂທລະສັບມືຖືເປັນຂອງຕົວເອງ.

ເດັກນ້ອຍທີ່ໃຊ້ເວລາໜ້າຈໍເກີນ 90 ນາທີຕໍ່ມື້ ມີພັດທະນາການລ່າຊ້າໃນດ້ານຕ່າງໆ ເຊັ່ນ: ການເວົ້າ, ການຂຽນ, ຄວາມສາມາດໃນດ້ານຕົວເລກ ແລະການເຂົ້າສັງຄົມ. ໂດຍພວກເຂົາຈະມັກຫຼິ້ນຄົນດຽວ, ບໍ່ໄດ້ຮັບການຍອມຮັບຈາກໝູ່ ແລະມີປັນຫາການແບ່ງປັນ. ນອກຈາກນີ້ ເດັກນ້ອຍທີ່ໃຊ້ເວລາໃນໜ້າຈໍຫຼາຍກວ່າ 2.5 ຊົ່ວໂມງຕໍ່ມື້ ມີປັນຫາເຫຼົ່ານີ້ຮຸນແຮງຍິ່ງຂຶ້ນ.

ໃນທາງກົງກັນຂ້າມ ເດັກນ້ອຍທີ່ໃຊ້ເວລາໜ້າຈໍໜ້ອຍກວ່າ 1 ຊົ່ມໂມງຕໍ່ມື້ ມີທັກສະພາສາ ແລະການເຂົ້າສັງຄົມດີກວ່າຄ່າສະເລ່ຍ, ມີປັນຫາພຶດຕິກຳໜ້ອຍກວ່າ ແລະມີລະດັບການສຶກສາຮຽນຮູ້ສູງກວ່າ. ຜົນກະທົບຂອງການໃຊ້ໜ້າຈໍຫຼາຍເກີນໄປ ປາກົດຊັດເຈນເມື່ອເດັກນ້ອຍອາຍຸ 8 ປີ, ໂດຍເດັກນ້ອຍກຸ່ມນີ້ ມີທ່າອ່ຽງຢູ່ໃນອັນດັບຕ່ຳສຸດຂອງຫ້ອງຮຽນ. ຫາກຫຼຸດການໃຊ້ໜ້າຈໍລົງ ເດັກນ້ອຍອາດຈະຢູ່ໃນລະດັບກາງ ຫຼືສູງກວ່ານີ້ກໍໄດ້.

ນັກວິໄຈຍັງຊີ້ວ່າ ການໃຊ້ໜ້າຈໍຫຼາຍເກີນໄປ ເປັນປັດໄຈສຳຄັນທີ່ເຮັດໃຫ້ຄູສັງເກດເຫັນວ່າ ເດັກນ້ອຍທີ່ເລີ່ມເຂົ້າໂຮງຮຽນໃນປະຈຸບັນ ມີທັກສະພາສາ, ການສຶກສາ ແລະ ືການເຂົ້າສັງຄົມຕ່ຳກວ່າທີ່ຜ່ານມາ.

ນອກຈາກຜົນກະທົບດ້ານການຮຽນຮູ້, ການໃຊ້ເວລາໜ້າຈໍຫຼາຍ ຍັງເພີ່ມຄວາມສ່ຽງຕໍ່ໂລກຕຸ້ຍ, ປັນຫາສຸຂະພາບ ແລະ ຄວາມຖີ່ໃນການພົບແພດ.ອົງການອະນາໄມໂລກ (WHO) ແນະນຳວ່າເດັກອາຍຸຕ່ຳກວ່າ 2 ປີ ບໍ່ຄວນມີເວລາໜ້າຈໍເລີຍ ແລະເດັກອາຍຸ 2-5 ປີ ຄວນໃຊ້ເວລາກັບໜ້າຈໍບໍ່ເກີນ 1 ຊົ່ວໂມງຕໍ່ມື້.

ຢ່າງໃດກໍຕາມ, ງານວິໄຈພົບວ່າ ເດັກນ້ອຍ 80% ຂອງກຸ່ມອາຍຸ 2 ປີ ແລະ 95% ຂອງກຸ່ມອາຍຸ 3 ປີ ໃຊ້ໜ້າຈໍເກີນຂໍ້ແນະນຳນີ້.ເຖິງແມ່ນວ່າສະຫະຣາຊະອານາຈັກຈະມີກົດໝາຍ Online Safety Act ເພື່ອປົກປ້ອງເດັກນ້ອຍ ຈາກເນື້ອຫາອອນລາຍທີ່ເປັນອັນຕະລາຍ, ແຕ່ມາດຕະການ ຍັງບໍ່ຄອບຄຸມການຈຳກັດເວລາການໃຊ້ໜ້າຈໍ.ການຫຼຸດເວລາໃຊ້ໜ້າຈໍ ສາມາດສົ່ງຜົນທາງບວກຕໍ່ພັດທະນາການທາງການສຶກສາ ແລະສຸຂະພາບຂອງເດັກນ້ອຍໄດ້ຢ່າງຊັດເຈນ, ທັງນີ້ ຜູ້ປົກຄອງຄວນໃນການຄວບຄຸມການໃຊ້ໜ້າຈໍຂອງເດັກນ້ອຍ ແລະສະໜັບສະໜຸນກິດຈະກຳທີ່ສົ່ງເສີມພັດທະນາການດ້ານພາສາ ແລະການເຂົ້າສັງຄົມ ແທນການເພິ່ງພາເຕັກໂນໂລຊີຫຼາຍເກີນໄປ.

ທີ່ມາ: Telegraph

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...