Homeຂ່າວພາຍ​ໃນທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ດານມາກ

ທູດລາວ ຍື່ນສານຕາຕັ້ງຕໍ່ ສົມເດັດ ພະຣາຊາ ແຫ່ງ ຣາຊະອານາຈັກ ດານມາກ

Published on

ໃນຕອນເຊົ້າວັນທີ 15 ມັງກອນ 2025, ທີ່ພະຣາຊະວັງຂອງເຈົ້າຊີວິດ, ນະຄອນຫລວງໂກເປັນຮາກ ປະເທດດານມາກ, ທ່ານ ບຸນທະວີ ວິລະວົງ ໄດ້ຍື່ນສານຕາຕັ້ງຕໍ່ ສົມເດັດພະຣາຊາ ເຟຣເດຣິກ ອານເດຣ ເຮັນຣິກ ຄຣິສຕຽນ (Frederik André Henrik Christian) ທີ X ແຫ່ງຣາຊະອານາຈັກ ດານມາກ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ປະຈຳຣາຊະອານາຈັກ ດານມາກ.

ໃນໂອກາດດັ່ງກ່າວ, ສົມເດັດພະຣາຊາເຟຣເດຣິກ ທີ X, ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ ທ່ານ ບຸນທະວີ ວິລະວົງ ໃນການມາຮັບໜ້າທີ່ເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ຄົນໃໝ່ ປະຈຳຣາຊະອານາຈັກ ດານມາກ ແລະ ໄດ້ອວຍພອນໃຫ້ ທ່ານເອກອັກຄະລັດຖະທູດ ປະຕິບັດໜ້າທີ່ການທູດອັນມີກຽດຂອງຕົນ ໃຫ້ມີຜົນສຳເລັດອັນຈົບງາມ ເພື່ອສົ່ງເສີມສາຍພົວພັນ ແລະ ການຮ່ວມມືຂອງສອງປະເທດ ລາວ-ດານມາກ ໃຫ້ຂະຫຍາຍຕົວຂຶ້ນໄປຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດ ທີ່ມີມາດົນນານມາແລ້ວນັ້ນໃຫ້ເກີດດອກອອກຜົນຍິ່ງໆຂຶ້ນ.

ສປປ. ລາວ ແລະ ຣາຊະອານາຈັກດານມາກ ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 01 ພະຈິກ 1956, ຊຶ່ງປີນີ້ ຄົບຮອບ 69 ປີ, ສອງປະເທດໄດ້ມີການພົວພັນນຳກັນໃນລະດັບປົກ ກະຕິໂດຍໄດ້ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ໃນຫລາຍລະດັບໃນໄລຍະຜ່ານມາ. ຣາຊະອານາຈັກ ດານມາກ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ, ນັບຕັ້ງແຕ່ປີ 1999 ເປັນຕົ້ນມາ, ລັດຖະບານດານມາກ ໄດ້ຊຸກຍູ້ ແລະ ສົ່ງເສີມໃຫ້ບໍລິສັດຕ່າງໆຂອງດານມາກ ໄດ້ມາລົງທຶນຢູ່ ສປປ ລາວ ແລະ ຕະຫລອດໄລຍະຫລາຍປີທີ່ຜ່ານມາ, ລັດຖະບານດານມາກ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໂດຍເນັ້ນໃສ່ຂົງເຂດວຽກງານຄື: ການຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ວຽກງານສາທາລະນະສຸກ, ວຽກງານອຸດສາຫະກຳ,ປ່າໄມ້, ການສຶກສາ ແລະ ອື່ນໆ. ມາເຖິງປັດຈຸບັນ, ການພົວພັນ ແລະ ຮ່ວມມືຂອງສອງປະເທດຍັງສືບຕໍ່ຂະຫຍາຍຕົວ ແລະ ຊ່ວຍເຫລືອເຊິ່ງກັນ ແລະ ກັນເປັນປົກກະຕິ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...

ໄລຍະ 9 ເດືອນ ປີ 2026 ເສດຖະກິດຂອງລາວ ຂະຫຍາຍຕົວ ໃນລະດັບ 4,8

ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນໄລຍະ 9 ເດືອນ ປີ 2026 ໄດ້ດໍາເນີນໃນສະພາບການພາກພື້ນ ແລະ ສາກົນ ທີ່ຍັງສືບຕໍ່ເຄັ່ງຮ້ອນ, ຜັນແປຢ່າງສັບສົນ, ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ,...