spot_img
Homeຂ່າວທົ່ວໄປບໍລິສັດ ເບຍລາວ ຈຳກັດໄດ້ປະກອບສ່ວນເສຍພາສີຫຼາຍກວ່າ 5,100 ຕື້ກີບ ໃນປີ 2024

ບໍລິສັດ ເບຍລາວ ຈຳກັດໄດ້ປະກອບສ່ວນເສຍພາສີຫຼາຍກວ່າ 5,100 ຕື້ກີບ ໃນປີ 2024

Published on

ບໍລິສັດເບຍລາວຈຳກັດມີຄວາມພາກພູມໃຈທີ່ໄດ້ປະກອບສ່ວນຊ່ວຍເຫຼືອປະຊາຊົນລາວໂດຍ ການຈ່າຍພາສີ, ການສົ່ງອອກ ແລະ ວຽກງານກິດຈະກຳເພື່ອສັງຄົມຕ່າງໆ.

ໃນຖານະຜູ້ເສຍພາສີອາກອນລາຍໃຫຍ່ທີ່ສຸດຂອງປະເທດ, ບໍລິສັດເບຍລາວໄດ້ປະກອບສ່ວນເສຍພາສີຫຼາຍກວ່າ 5,100 ຕື້ກີບ ໃນປີ 2024, ເຊິ່ງເພິ່ມຂື້ນຫຼາຍກວ່າ 32% ເມື່ອທຽບໃສ່ປີ 2023.

ທີ່ນະຄອນຫຼວງວຽງຈັນ, ສປປ ລາວ – ວັນທີ 20 ມັງກອນ 2025 – ບໍລິສັດເບຍລາວຈຳກັດ (ເບຍລາວ), ເຊິ່ງເປັນຜູ້ນຳດ້ານທຸລະກິດໃນລາວຕັ້ງແຕ່ປີ 1973, ມີຄວາມພາກພູມໃຈທີ່ໄດ້ສະໜັບສະໜູນກິດຈະກຳຕ່າງໆຂອງພາກລັດໂດຍຜ່ານການປະກອບສ່ວນໃນຖານະເປັນຜູ້ເສຍພາສີລາຍໃຫຍ່ທີ່ສຸດຂອງ ສປປ ລາວ. ໃນປີ 2024, ບໍລິສັດເບຍລາວໄດ້ເສຍພາສີເຂົ້າລັດເປັນຈຳນວນເງິນຫຼາຍກວ່າ 5,1 ພັນຕື້ກີບ (240 ລ້ານ ໂດລາສະຫາລັດ) ເຊິ່ງເພີ່ມຂື້ນຫຼາຍກວ່າ 32% ເມື່ອທຽບກັບປີ 2023.

“ໃນຖານະທີ່ເປັນບໍລິສັດທີ່ມີເອກະລັກສະເພາະທີ່ຕິດພັນຢ່າງແໜ້ນແຟ້ນກັບຊາດລາວ, ບໍລິສັດເບຍລາວ ມີຄວາມມຸ່ງໝັ້ນຢ່າງເຕັມທີ່ ທີ່ຈະສະໜັບສະໜູນການພັດທະນາ ແລະ ເຕີບໂຕ ຂອງຊາດ ໂດຍການຈ່າຍຄ່າພາສີທັງໝົດຂອງພວກເຮົາ, ໃນຖານະທີ່ເປັນຫົວໜ່ວຍທຸລະກິດທີ່ມີຄວາມຮັບຜິດຊອບ ຕໍ່ເສດຖະກິດ ແລະ ສັງຄົມໂດຍລວມ. ການຈ່າຍພາສີທີ່ຫຼາຍກວ່າ 5,1 ພັນຕື້ ເຂົ້າລັດຖະບານ ຖືວ່າເປັນການປະກອບສ່ວນສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ ແລະ ສະຫວັດດີການຊີວິດການເປັນຢູ່ຂອງປະຊາຊົນລາວຢ່າງແທ້ຈິງ” ກ່າວໂດຍ ທ່ານ ເຮັນຣິກ ຈູລ ແອນເດິເຊັນ, ຜູ້ອຳນວຍການບໍລິສັດເບຍລາວ.

ທ່ານ ກິດສະໜາ ວົງໄຊ, ປະທານສະພາຜູ້ບໍລິຫານບໍລິສັດເບຍລາວ, ກ່າວອີກວ່າ ການເກັບພາສີອາດຈະໄດ້ຫຼາຍຂື້ນກວ່ານີ້ ຖ້າວ່າ ບໍ່ມີການລັກລອບນຳເຂົ້າເບຍທີ່ຜິດກົດໝາຍ ເຂົ້າມາໃນ ສປປ ລາວ ຈາກປະເທດໃກ້ຄຽງ ໂດຍສະເພາະ ຈາກປະເທດຫວຽດນາມ. “ພວກເຮົາໄດ້ເຫັນການເພີ່ມຂື້ນຂອງການລັກລອບນຳເຂົ້າຜະລິດຕະພັນເຄື່ອງດື່ມ ເຊັ່ນ: ເບຍ ຈາກປະເທດອື່ນ ໃນປະລິມານຫຼວງຫຼາຍຢ່າງໜ້າກັງວົນ ເພື່ອຫຼີກລ່ຽງການເສຍພາສີ”. ສິ່ງເຫຼົ່ານີ້ໄດ້ສົ່ງຜົນເສຍຕໍ່ການເກັບລາຍຮັບພາສີເຂົ້າລັດຖະບານ ແລະ ກະທົບຄວາມອາດສາມາດໃນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ. ການກະທຳທີ່ຜິດກົດໝາຍນີ້ສົ່ງຜົນເສຍຕໍ່ເສດຖະກິດທ້ອງຖິ່ນຕະຫຼອດຮອດຕ່ອງໂສ້ອຸດສາຫະກຳ ຕັ້ງແຕ່ຊາວນາ ໄປຮອດຜູ້ຜະລິດໂຮງຈັກໂຮງງານ, ຜູ້ຄ້າຂາຍທີ່ຖືກຕ້ອງຕາມກົດໝາຍ ແລະ ນັກທຸລະກິດດ້ານອາຫານ ແລະ ເຄື່ອງດື່ມ. ນອກຈາກນີ້ຜູ້ລັກລອບນຳເຂົ້າແບບບໍ່ຖືກຕ້ອງ ອາດຈະຈຳໜ່າຍຜະລິດຕະພັນປອມທີ່ບໍ່ໄດ້ຄຸນນະພາບ ແລະ ອາດກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບໄດ້”.

ທ່ານ ແອນເດິເຊັນ ກ່າວຕື່ມອີກວ່າ: ໃນປີ 2024 ຍອດຂາຍສົ່ງອອກຂອງເບຍລາວໄດ້ເພີ່ມຂຶ້ນສອງເທົ່າເມື່ອທຽບໃສ່ກັບປີ 2023. ລາວໄດ້ກ່າວວ່າ “ເຄືອຄ່າຍການຈໍາໜ່າຍທົ່ວໂລກຂອງກຸ່ມບໍລິສັດ ຄາຣສະເບີກ ໄດ້ຊ່ວຍເພີ່ມຍອດຂາຍສົ່ງອອກຂອງຜະລິດຕະພັນເບຍລາວ. ພວກເຮົາໄດ້ສົ່ງອອກເບຍລາວຫຼາຍກວ່າ 13 ລ້ານ ໂດລາສະຫາລັດ ໃນປີ 2024 ໃນ 20 ປະເທດທົ່ວໂລກ. ນີ້ເປັນການສະແດງໃຫ້ເຫັນວ່າພວກເຮົາສາມາດຂະຫຍາຍຄວາມນິຍົມໃນຜະລິດຕະພັນເບຍລາວຢູ່ພາຍນອກປະເທດໄດ້ ແລະ ການຂະຫຍາຍຕົວຂອງລາຍໄດ້ຈາກການສົ່ງອອກຂອງພວກເຮົາແມ່ນຊ່ວຍນໍາເອົາເງິນຕາຕ່າງປະເທດມາສູ່ເສດຖະກິດຂອງລາວ ແລະ ສະຫນັບສະຫນູນຄ່າເງິນກີບຂອງລາວ”

ເພື່ອປະຕິບັດພັນທະຂອງເຮົາທີ່ມີຕໍ່ປະຊາຊົນລາວ, ບໍລິສັດເບຍລາວ ຍັງປະຕິບັດຫຼາຍກິດຈະກຳຄວາມຮັບຜິດຊອບຕໍ່ສັງຄົມ (CSR) ຢ່າງກວ້າງຂວາງ. ນັບແຕ່ປີ 2022 ເປັນຕົ້ນມາ, ບໍລິສັດໄດ້ໃຊ້ງົບປະມານຫຼາຍກວ່າ 10 ຕື້ກີບ ເຂົ້າໃນຂົງເຂດຕ່າງໆເຊັ່ນ: ຄວາມຍືນຍົງດ້ານສິ່ງແວດລ້ອມ, ການສຶກສາ, ການຊ່ວຍເຫຼືອຜູ້ຖືກກະທົບໄພພິບັດ, ການຊ່ວຍເຫຼືອຊຸມຊົນ, ການປິ່ນປົວສຸຂະພາບ ແລະ ອື່ນໆ. ຂະນະດຽວກັນ, ພະນັກງານ ແລະ ຜູ້ໄດ້ຮັບທຶນການສຶກສາຂອງ ເບຍລາວ ຍັງໄດ້ເຂົ້າຮ່ວມກິດຈະກໍາຕ່າງໆຂອງຊຸມຊົນ ລວມທັງການປູກຕົ້ນໄມ້, ການເກັບຂີ້ເຫຍື້ອ ແລະ ແຍກຂີ້ເຫຍື້ອ, ແລະການບໍາລຸງຮັກສາໂຮງຮຽນ.

ທ່ານ ແອນເດີເຊັນ ໄດ້ສະຫລຸບໄວ້ວ່າ: “ວິໄສທັດ Sail 27 ຂອງກຸ່ມບໍລິສັດ ຄາຣສະເບີກໄດ້ຕົວແບບການເຄື່ອນໄຫວກິດຈະກຳທາງດ້ານທຸລະກິດຂອງພວກເຮົາ, ເຊິ່ງພວກເຮົາບໍ່ພຽງແຕ່ເຮັດວຽກເພື່ອເພີ່ມຄຸນນະພາບຜະລິດຕະພັນ ແລະ ນະວັດຕະກໍາໃໝ່ໆເທົ່ານັ້ນ ແຕ່ພອ້ມກັນນັ້ນ ພວກເຮົາຍັງຊຸກຍູ້ການເຕີບໂຕແບບຍືນຍົງ ພ້ອມດ້ວຍ ການລົງທຶນເຂົ້າໃນການດູແລຮັກສາສິ່ງແວດລ້ອມ ແລະ ການມີສ່ວນຮ່ວມຕໍ່ຊຸມຊົນ, ເພື່ອສືບຕໍ່ສ້າງຜົນປະໂຫຍດຕໍ່ປະຊາຊົນລາວຕື່ມອີກ.

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...