Homeຂ່າວທ້ອງຖິ່ນກຽມສະເໜີຜ້າເກາະໂລດໄໝມ້ອນຊໍາໃຕ້ເປັນສິນຄ້າ ODOP

ກຽມສະເໜີຜ້າເກາະໂລດໄໝມ້ອນຊໍາໃຕ້ເປັນສິນຄ້າ ODOP

Published on

ວັນທີ 15 ມັງກອນ 2025 , ຄະນະຮັບຜິດຊອບຊີ້ນໍາວຽກງານສົ່ງເສີມ ແລະ ພັດທະນາວຽກງານສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP) ຂັ້ນແຂວງ ໄດ້ສົມທົບກັບຄະນະຮັບຜິດຊອບຂອງເມືອງຊໍາໃຕ້ ຈັດກອງປະຊຸມປະເມີນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນໃຫ້ແກ່ກຸ່ມຫັດຖະກໍາຕໍ່າເກາະໂລດຜ້າໄໝມ້ອນ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການເມືອງຊໍາໃຕ້ ໂດຍການເຂົ້າຮ່ວມເປັນປະທານຮ່ວມຂອງທ່ານ ພິນແສງ ຢຸນແຊງວາ ຮອງຫົວໜ້າພະແນກ ອຸດສາຫະກໍາ ແລະ ການຄ້າແຂວງ ແລະ ທ່ານ ຈິດທະວີ ຕົງຫວ່າງ ຮອງເຈົ້າເມືອງຊໍາໃຕ້.

ຜ້າເກາະໂລດໄໝມ້ອນເມືອງຊໍາໃຕ້ແຂວງຫົວພັນ ເປັນອີກໜຶ່ງຜະລິດຕະພັນພູມປັນຍາຂອງເອື້ອຍນ້ອງແມ່ຍິງຊາວເມືອງຊໍາໃຕ້ ທີ່ໄດ້ສືບທອດສີມື ແລະ ຫົວຄິດປະດິດສ້າງໃນການປະດິດຄິດແຕ່ງລວດລາຍຕ່າງໆບົນຜືນຜ້າໄໝມ້ອນ ໂດຍການລວມເອົາຮູບພາບສັດ, ທິວທັດທໍາມະຊາດ, ວິຖີຊີວິດມາປະສົມປະສານ ເພື່ອປະດິດຄິດແຕ່ງເປັນລວດລາຍສະເພາະ ສະແດງອອກໃນລວດລາຍຂອງຜ້າແພເປັນຕົ້ນແມ່ນ: ຜ້າຊ້າງ, ຜ້າຊາວນາ, ຜ້າໂຮງທຽນ, ຜ້າທາດຫຼວງວຽງຈັນ ແລະ ອື່ນໆ.

ຈາກຄວາມງົດງາມປານີດທາງດ້ານສີມື ແລະ ລວດລາຍທີ່ເປັນເອກະລັກສະເພາະ ຈິ່ງເຮັດໃຫ້ໄດ້ຮັບຄວາມນິຍົມຢ່າງກວ້າງຂວາງຈາກພາຍໃນ ແລະ ຕ່າງປະເທດ. ດ້ວຍຄວາມນິຍົມຊົມຊອບຂອງສັງຄົມ ຈິ່ງເຮັດໃຫ້ຜ້າໄໝຊໍາໃຕ້ກາຍເປັນສິນຄ້າທ່າແຮງ ທີ່ສ້າງລາຍຮັບໃຫ້ແກ່ປະຊາຊົນຢ່າງຕໍ່ເນື່ອງຕະຫຼອດມາ. ເພື່ອເປັນການປົກປັກຮັກສາພູມປັນຍາຂອງເອື້ອຍນ້ອງແມ່ຍິງເມືອງຊໍາໃຕ້ ແລະ ທັງເປັນການສົ່ງເສີມຜະລິດຕະພັນການຕໍ່າຫູກອອກສູ່ສັງຄົມໃຫ້ນັບມື້ຫຼາຍຂຶ້ນ, ດັ່ງນັ້ນ ຄະນະຮັບຜິດຊອບຈິ່ງເຫັນດີສະເໜີໃຫ້ຜ້າເກາະໂລດຜ້າໄໝມ້ອນຊໍາໃຕ້ ເປັນສິນຄ້າ ODOP ຂອງເມືອງຊໍາໃຕ້ໃນໄວໆນີ້.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...