spot_img
Homeຂ່າວຄວາມສະຫງົບປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງວ່າການ​ກະຊວງ​ປ້ອງ​ກັນ​ປະເທດ

ປະກາດ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງວ່າການ​ກະຊວງ​ປ້ອງ​ກັນ​ປະເທດ

Published on

ວັນ​ທີ 15 ມັງກອນ 2025, ກະຊວງ​ປ້ອງ​ກັນ​ປະເທດ ໄດ້​ຈັດພິທີ​ປະກາດ​ການ​ແຕ່ງຕັ້ງ ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ, ກອງ​ພົນ ແລະ ກອງ​ບັນຊາ​ການ ທີ່​ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ບຸນ​ທອງ ຈິດ​ມະນີ, ກຳມະການກົມ​ການ ເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະເທດ.

ສະຫາຍ ດອນ ໄພ​ວົງ ກຳມະການ​ຄະນະ​ພັກ, ຫົວໜ້າ​ກົມ​ຄຸ້ມ​ຄອງ​ພະນັກງານ ຄະນະ​ຈັດ​ຕັ້ງ​ສູນ​ກາງ​ພັກ ໄດ້​ຜ່ານ​ດຳລັດ​ຂອງ​ນາຍົກລັດຖະມົນຕີ​ແຫ່ງ ​ສປປ ລາວ ວ່າ​ດ້ວຍ​ການ​ແຕ່ງຕັ້ງ​ຂັ້ນ​ຮອງ​ລັດຖະມົນຕີ, ຄະນະ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ, ກອງ​ພົນ, ກອງ​ບັນຊາ​ການ ຂຶ້ນ​ກັບ​ກະຊວງ​ປ້ອງ​ກັນ​ປະເທດ.

ໃນ​ນີ້, ນາຍົກລັດຖະມົນຕີ ອອກ ດຳລັດ​ມາດຕາ 1 ແຕ່ງຕັ້ງ:
– ສະຫາຍ ພົນ​ຕີ ສາຍໃຈ ກົມ​ມະ​ສິດ ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ທັງ​ເປັນ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ.
– ສະຫາຍ ພົນ​ຕີ ວົງ​ສອນ ອິນ​ປານພິມ ເປັນ​ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ.
– ສະຫາຍ ພົນ​ຈັດຕະວາ ກົງ​ທອງ ສຸ​ຂະ​ວົງ ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ.
– ສະຫາຍ ພົນ​ຈັດຕະວາ ສີ​ພອນ​ໄຊ ຄຳ​ທອງ​ເຫວີນ ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ.
– ສະຫາຍ ພົນ​ຈັດຕະວາ ເດືອນ​ສະຫວັນ ສາຍ​ພິມ​ຄຳ​ປະທຸມ ເປັນ​ຮອງ​ຫົວໜ້າ​ກົມ​ໃຫຍ່​ການເມືອງ​ກອງທັບ.
– ສະຫາຍ ພົນ​ຈັດຕະວາ ຈັນ​ດີ ສຸ​ລິ​ວົງ​ສັກ ເປັນ​ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ.
– ສະຫາຍ ພົນ​ຕີ ສົມ​ພອນ ມິດ​ຕະ​ພອນ ເປັນ​ຫົວໜ້າ​ຫ້ອງ​ວ່າ ການ​ກະຊວງ​ປ້ອງ​ກັນ​ປະເທດ.
– ສະຫາຍ ພົນ​ຕີ ພັນແສງ ບຸນ​ພັນ ເປັນ​ຮັກສາ​ການ​ຫົວໜ້າ​ການເມືອງ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ.
– ສະຫາຍ ພົນ​ຈັດຕະວາ ຂວັນ​ມິ່ງ ບິດາ​ສັກ ເປັນ​ຫົວໜ້າ​ກົມ​ວິທະຍາສາດ-ປະຫວັດສາດ​ການ​ທະຫານ.
– ສະຫາຍ ພົນ​ຈັດຕະວາ ທະນູ​ກອນ ສຸລິຍະ​ແສງ ເປັນ​ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະຫານ​ອາກາດ.
– ສະຫາຍ ພັນ​ເອກ ອຸ່ນ​ຄຳ ສີ​ແຫວນ​ວົງ​ສັກ ເປັນ​ຜູ້​ບັນຊາ​ການ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ.
– ສະຫາຍ ພົນ​ຈັດຕະວາ ສີ ທະວີ​ໄຊ ເປັນ​ຫົວໜ້າ​ການເມືອງ​ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ.
– ສະຫາຍ ພັນ​ເອກ ຄຳ​ຊາວ ລິນ​ທະ​ກຸນ​ແກ້ວ ເປັນ​ຫົວໜ້າ​ການ​ທະຫານ​ກອງ​ພົນ​ທີ 1.
– ສະຫາຍ ພັນ​ເອກ ສອນ​ເພັດ ຈັນ​ສົມ ເປັນ​ຫົວໜ້າ​ການ​ທະ ຫານ​ກອງ​ພົນ​ທີ 2.
– ສະຫາຍ ພົນ​ຈັດຕະວາ ຄຳ​ດີ ໄຊ​ຍະ​ວົງ ເປັນ​ຫົວໜ້າ​ການເມືອງ​ກອງ​ພົນ​ທີ 2.
– ສະຫາຍ ພັນ​ເອກ ໃຈ​ເພັດ ວົງ​ແສນ​ສົມ ເປັນ​ຫົວໜ້າ​ການເມືອງ​ກອງ​ພົນ​ທີ 4.
– ສະຫາຍ ພັນ​ເອກ ຄຳ​ກົດ ອີນ​ສີ​ນາ ເປັນ​ຫົວໜ້າ​ການເມືອງ​ກອງ​ພົນ​ທີ 5.

ພ້ອມ​ນີ້, ຍັງໄດ້​ຜ່ານ​ຄຳ​ສັ່ງ​ຂອງ​ນາຍົກລັດຖະມົນຕີ ວ່າ​ດ້ວຍ​ການ​ຍົກຍ້າຍ​ພະນັກງານ​ຂັ້ນ​ນຳພາ-ບັນຊາ​ໄປ​ຮັບ​ໜ້າທີ່​ໃໝ່, ໃນ​ນີ້, ນາຍົກລັດຖະມົນຕີ ອອກ​ຄຳ​ສັ່ງ​ຍົກຍ້າຍ ສະຫາຍ ພົນ​ຈັດຕະວາ ແປ້ນ​ຄຳ ບຸດ​ຈັນ​ແພງ ຫົວໜ້າ​ການເມືອງ ວິທະຍາຄານ​ປ້ອງ​ກັນ​ຊາດ ໄກສອນ ພົມວິຫານ ໄປ​ຮັບ​ໜ້າທີ່​ໃໝ່​ຢູ່​ແຂວງ​ບໍ່​ແກ້ວ.

ຈາກ​ນັ້ນ, ຍັງ​ໄດ້​ຜ່ານ​ບັນດາ​ມະຕິ​ບົ່ງ​ຕົວ​ແຕ່ງຕັ້ງ​ຄະນະ​ປະຈຳ​ພັກ​ກະຊວງ​ປ້ອງ​ກັນ​ປະເທດ, ຜ່ານ​ຂໍ້​ຕົກລົງ​ຂອງ​ກະຊວງ​ປ້ອງ​ກັນ​ປະເທດ ແລະ ຜ່ານ​ມະຕິ​ແຕ່ງຕັ້ງ​ບົ່ງ​ຕົວ​ເລຂາ​ຄະນະ​ພັກ​ກົມ​ໃຫຍ່, ຫ້ອງ​ວ່າການ​ກະຊວງ​ປ້ອງ​ກັນ​ປະເທດ ຕື່ມ​ອີກ​ຈຳນວນ​ໜຶ່ງ.
ໃນພິທີດັ່ງກ່າວຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ບຸນ​ທອງ ຈິດ​ມະນີ ກຳມະການກົມ​ການເມືອງ​ສູນ​ກາງ​ພັກ, ຜູ້​ປະຈຳການ​ຄະນະ​ເລຂາທິການ​ສູນ​ກາງ​ພັກ, ຮອງ​ປະທານ​ປະເທດ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ການດໍາເນີນການສັບປ່ຽນໜ້າທີ່, ໜູນວຽນບ່ອນປະຈໍາການຂອງພະນັກງານການນໍາ ໃນລະບົບການເມືອງ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງເປັນວຽກ ງານປົກກະຕິ ແລະ ແມ່ນຫຼັກການພື້ນຖານອັນໜຶ່ງໃນວຽກງານພະນັກງານຂອງພັກເຮົາ ເພື່ອປັບປຸງການນໍາພາ-ຊີ້ນໍາ ໃຫ້ດີຂຶ້ນເລື້ອຍໆ, ຍົກສູງຄວາມຮູ້,ຄວາມສາມາດໃນວຽກງານຕົວຈິງ ແລະ ທັງເປັນການເຝິກຝົນ, ທົດສອບພະນັກງານການນໍາ ຂອງພວກເຮົາ, ສ້າງໃຫ້ໄດ້ພະນັກງານຫຼັກ ແຫຼ່ງສືບທອດປ່ຽນ ແທນ ທີ່ມີຄວາມເຂັ້ມ ແຂງ, ໜັກແໜ້ນ ຢ່າງບໍ່ຢຸດຢັ້ງຫຼີກລ້ຽງ ການມີຮອຍຕໍ່, ບໍ່ໃຫ້ສະດຸດຢຸດ ຈຶ້ງແຕ່ຢ່າງໃດ, ໃຫ້ບັນດາການ ນໍາທຸກຂັ້ນຂອງກະຊວງປ້ອງກັນ ປະເທດ ແລະ ໃນທົ່ວກອງທັບ ເປັນເອກະພາບສູງ ເຫດ ຜົນ, ຄວາມຈໍາເປັນຕໍ່ກັບການຍົກ ຍ້າຍ, ແຕ່ງຕັ້ງ ແລະ ສັບປ່ຽນໜ້າ ທີ່ ພະນັກງານນຳພາ-ບັນຊາ ຂອງກະຊວງປ້ອງກັນປະເທດ ໃນຄັ້ງນີ້.

ທີ່ມາ: ໜັງສືພິມກອງທັບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...