Homeຂ່າວຕ່າງປະເທດຫວຽດນາມເຮັດແທ້! ລົດໃຫຍ່-ຈັກ ຜ່າໄຟແດງປັບໜັກເຖິງ 4 ເທົ່າ

ຫວຽດນາມເຮັດແທ້! ລົດໃຫຍ່-ຈັກ ຜ່າໄຟແດງປັບໜັກເຖິງ 4 ເທົ່າ

Published on

ສຳນັກຂ່າວຕ່າງປະເທດລາຍງານ ນັບຕັ້ງແຕ່ວັນທີ 1 ມັງກອນ 2025 ເຈົ້າໜ້າທີ່ຕຳຫຼວດຫວຽດນາມອອກໃບສັ່ງຈະລາຈອນເຂົ້ມງວດຂຶ້ນ ເຊິ່ງສ້າງຄວາມບໍ່ພໍໃຈໃຫ້ຊາວຫວຽດນາມເປັນຈຳນວນຫຼາຍ ຫຼັງຈາກລັດຖະບານໄດ້ອອກກົດລະບຽບໃຫ້ປັບໄໝ້ຜູ້ຂັບຂີ່ທີ່ຜ່າໄຟແດງ ຂີ່ລົດເທິງທາງຄົນຍ່າງ ຫຼື ໃຊ້ໂທລະສັບຂະນະຂັບຂີ່ລົດ.

ຈຸດປະສົງໃນການອອກກົດໝາຍກໍເພື່ອປັບປ່ຽນພຶດຕິກຳຂອງຜູ້ຂັບຂີ່ຍານພາຫະນະໃຫ້ດີຂຶ້ນ ແຕ່ຂະນະດຽວກັນກໍເຮັດໃຫ້ການຈະລາຈອນຕິດຂັດຫຼາຍຂຶ້ນ ຕາມການລາຍງານຂອງຄົນຂັບແທັກຊີ່ໃນນະຄອນຮ່າໂນຍ.

ທາງດກ້ານປະຊາຊົນຊາວເມືອງໂຮ່ຈິມິນເປີດເຜີຍກັບສຳນັກຂ່າວທ່້ອງຖິ່ນວ່າ: ການເດີນທາງໄປເຮັດວຽກຂອງຕົນໃຊ້ເວລາດົນຂຶ້ນຢ່າງຊັດເຈນແຕ່ວັນທີ 1 ມັງກອນ 2025 ເປັນຕົ້ນມາ ຕົວຢ່າງຂອງກົດຈະລາຈອນໃໝ່ ຄ່າປັບສຳລັບຜູ້ຂັບຂີ່ລົດໃຫຍ່ຜ່າໄຟແດງເພີ່ມຂຶ້ນຈາກ 4 ລ້ານດົງ ເປັນ 18 ລ້ານດົງ ຫຼື ປະມານເກືອບ 16 ລ້ານກີບ ຂະນະທີ່ສຳລັບຄ່າປັບຜູ້ຂີ່ລົດຈັກຄວາມຜິດດຽວກັນເພີ່ມຂຶ້ນຈາກ 1 ລ້ານດົງ ເປັນ 4 ລ້ານດົງ ຫຼື ປະມານ 3.5 ລ້ານກີບ.

ນອກຈາກນີ້ຍັງມີຜູ້ໃຊ້ຖະໜົນຮຽກຮ້ອງວ່າໄຟຈະລາຈອນທີ່ບໍ່ໜ້າເຊື່ອຖືເປັນກັບດັກເຮັດໃຫ້ຕຳຫຼວດສາມາດອອກໃບສັ່ງຜູ້ຂັບຂີ່ໄດ້ແລະ ປ້າຍຈະລາຈອນຫຼາຍປ້າຍໃນນະຄອນຮ່າໂນຍບໍ່ສາມາດເບິ່ງເຫັນໄດ້ຢ່າງຊັດເຈນເນື່ອງຈາກມີຕົ້ນໄມ້ປົກຄຸມ ແລະ ເສັ້ນຫົນທາງບາງສ່ວນກໍບໍ່ເຫັນແຈ້ງ.

ແຫຼ່ງຂ່າວ: MGR

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...