spot_img
Homeຂ່າວທ້ອງຖິ່ນເຫດຄາຕະກຳເຈົ້າບ່າວ ຢູ່ງານແຕ່ງດອງ

ເຫດຄາຕະກຳເຈົ້າບ່າວ ຢູ່ງານແຕ່ງດອງ

Published on

ກອງບັນຊາການ ປກສ ເມືອງບໍ່ແຕນ ລາຍງານໃຫ້ຮູ້ວ່າ: ເວລາ 19 ໂມງ 40 ນາທີ ຂອງໃນວັນທີ 05 ມັງກອນ 2025 ມີເຫດການຄາດຕະກຳ ເກີດຂື້ນຢູ່ງານແຕ່ງດອງ ບ້ານຕົ້ນຕານ, ເມືອງບໍ່ແຕນ, ແຂວງໄຊຍະບູລີ ໄດ້ມີ ທ້າວ ວິໄລ ຈັນທະວົງ ອາຍຸ 35 ປີ ອາຊີບ ປະຊາຊົນ ບ້ານຕົ້ນຕານ, ເມືອງບໍ່ແຕນ ແຂວງໄຊຍະບູລີ ໃຊ້ປືນ (ດັດແປງມາຈາກປືນລູກອັດຍິງຕາປູ) ຍິງ ທ້າວ ທອງໃໝ່ ໄຊຍະລາດ ອາຍຸ 32 ປີ (ເຈົ້າບ່າວ ) ອາຊີບ ພະນັກງານຄູ (ອາສາສະໝັກ) ບ້ານໂພນໄຊ, ເມືອງບໍ່ແຕນ, ແຂວງໄຊຍະບູລີ ເສຍຊີວິດ ຢູ່ເຮືອນເຈົ້າສາວໃນບ້ານຕົ້ນຕານ, ເຈົ້າໜ້າທີ່ກວດພົບເຫັນຮອບລູກປືນເຂົ້າງ່ອນຂ້າງຫູເບື້ອງຊ້າຍ ຊອດອອກງ່ອນຂ້າງຫູເບື້ອງຂວາ.

ທ້າວ ວິໄລ ຈັນທະວົງ ອາຍຸ 35 ປີ (ຜູ້ກໍ່ເຫດ)

ປະຈຸບັນ ທາງເຈົ້າໜ້າທີ່ ໄດ້ກັກຕົວ ທ້າວ ວິໄລ ຈັນທະວົງ ມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ, ສ່ວນສາເຫດ ແລະ ແຮງຈູງໃຈໃນການກໍ່ເຫດຍັງຢູ່ໃນການສອບສວນຂອງເຈົ້າໜ້າ.

ໂພສຈາກຄົນສະໜິດຂອງເຈົ້າບ່າວ ແລະ ເຈົ້າສາວ ທີ່ໄດ້ໄປຮ່ວມງານແຕ່ງພ້ອມພາບທີ່ຫາກໍຖ່າຍຄູ່ກັບທັງສອງ ໂດຍຂຽນບັນຍາຍວ່າ:

ບໍ່ຄິດບໍ່ຝັນເລີຍ ຂໍສະແດງຄວາມເສຍໃຈນໍາຄອບຄົວທັງສອງຝ່າຍ ແລະເຈົ້າສາວຜູ້ນັບຖືເປັນນ້າ ຖ່າຍຮູບບໍ່ທັນໄດ້ສະແດງຄວາມຍິນດີຊ້ຳ ກັບໄດ້ສະແດງຄວາມເສຍໃຈແທນ ປະມານ18 ໂມງປາຍ ຖ່າຍຮູບນໍາເຈົ້າບ່າວເຈົ້າສາວຢູ່ ແລະ ປະມານ 19:30 ມີຄົນບຸກຍິງເຈົ້າບ່າວເສຍຊີວິດ ວັນທີ 5.1.2025 Rip ຈັບຄົນຮ້າຍໄດ້ແລ້ວ.

ທີມງານລາວໂພສຂໍສະແດງຄວາມເສຍໃຈມາຍັງຄອບຄົວເຈົ້າບ່າວ-ເຈົ້າສາວທີ່ສູນເສຍບຸກຄົນສຳຄັນ ແລະ ຄົນທີ່ຮັກໄປຢ່າງກະທັນຫັນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...