Homeຂ່າວຢາເສບຕິດ10 ອັນດັບ ຄະດີຢາເສບຕິດທີ່ໃຫຍ່ທີ່ສຸດທົ່ວປະເທດ ໃນປີ 2024

10 ອັນດັບ ຄະດີຢາເສບຕິດທີ່ໃຫຍ່ທີ່ສຸດທົ່ວປະເທດ ໃນປີ 2024

Published on

ຕະຫຼອດໄລຍະ 11 ເດືອນ ນັບແຕ່ເດືອນມັງກອນ-ພະຈິກ 2024 ນີ້, ເຈົ້າໜ້າທີ່ ປກສ ໃນທົ່ວປະເທດ ສາມາດມ້າງຄະດີຢາເສບຕິດໄດ້ ຈຳນວນ 3.395 ເລື່ອງ, ຈັບຜູ້ຖືກຫາໄດ້ 5.168 ຄົນ ຍິງ 505 ຄົນ.

ໃນນີ້, ມີຄົນຕ່າງປະເທດ 199 ຄົນ ຍິງ 19 ຄົນ ແລະ ຢຶດຂອງກາງ ຢາເສບຕິດປະເພດຕ່າງໆ ລວມມີ ເຮໂຣອິນ 380,96 ກິໂລກຼາມ, ຢາບ້າ 81.030.733 ເມັດ ນໍ້າໜັກ 8.103,07 ກິໂລ, ຢາໄອສ໌ 4.816,17 ກິໂລ, ຝິ່ນ 84,86 ກິໂລ, ຄັນຊາ 3.583,24 ກິໂລ, ເຄຕາມິນ 33,14 ກິໂລ, ຢາອີ 2.584 ເມັດ ກັບ 61,44 ກິໂລ, ແປ້ງຝຸ່ນປະສົມສານເສບຕິດ ຈຳນວນ 10.092,84 ກິໂລ, ສານເຄມີ 101 ຖັງ, ລົດໃຫຍ່ 77 ຄັນ, ລົດຈັກ 480 ຄັນ, ປືນ 10 ກະບອກ ພ້ອມລູກປືນ ຈຳນວນ 1.677 ລູກ ແລະ ເຄື່ອງຂອງກາງອື່ນໆ ທີ່ພົວພັນກັບຄະດີອີກຫຼາຍລາຍການ.

ສຳລັບປີ 2024 ໜັງສືພິມຄວາມສະຫງົບ ກໍໄດ້ຈັດ 10 ອັນດັບ ຄະດີຢາເສບຕິດລາຍໃຫຍ່ ປະຈຳປີ ມີດັ່ງນີ້:

-ອັນດັບ 10: ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ມ້າງຄະດີຢາເສບຕິດປະເພດຢາບ້າ 1.222.400 ເມັດ. ໃນວັນທີ 27 ມີນາ 2024 ສາມາດຈັບຜູ້ຖືກຫາ ໄດ້ 2 ຄົນຄື: ທ້າວ ຮົ່ວເຮີ່ ອາຍຸ 23 ປີ ແລະ ທ້າວ ຕົ່ງຊົ່ງ ອາ ຍຸ 24.

-ອັນດັບທີ 9: ເຈົ້າໜ້າທີ່ພະແນກຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບ ໃນວັນທີ 12 ທັນວາ 2024 ພ້ອມຂອງກາງ ຢາໄອສ໌ 165 ຖົງ ນ້ຳໜັກ 165 ກິໂລກຼາມ ແລະ  ຈັບຜູ້ຖືກຫາໄດ້ຊື່ ທ້າວ ເກຍມົວ ອາຍຸ 30 ປີ.

-ອັນດັບ 8: ອັນດັບ 8. ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດ ໃນຄັ້ງວັນທີ 20 ມີນາ 2024 ມີຂອງກາງ: ຢາໄອສ໌ 166 ຖົງ ນ້ຳໜັກ 166 ກິໂລ ແລະ ຢາບ້າ 775 ມັດ ເທົ່າກັບ 1.550.000 ເມັດ. ສາມາດຈັບຜູ້ຖືກຫາໄດ້ 2 ຄົນ ຊື່: ທ້າວ ຄົວປໍເລົາ ອາຍຸ 34 ປີ ແລະ ທ້າວ ກາວຢ່າງ ອາຍຸ 28 ປີ.

-ອັນດັບ 7: ເຈົ້າໜ້າທີ່ ປກສ ແຂວງບໍລິຄໍາໄຊ ມ້າງຄະດີຢາເສບຕິດ ໃນວັນທີ 21 ກໍລະກົດ 2024  ມີຂອງກາງຢາໄອສ໌ ຈໍານວນ 106 ຖົງ ນໍ້າໜັກ 110 ກິໂລກຼາມ, ເຮໂຣອິນ 99 ແຫ່ງ ນໍ້າໜັກ 37,5 ກິໂລກຼາມ ແລະ ຢາອີ ຈໍານວນ 47 ຫໍ່ ນໍ້າໜັກ 61 ກິໂລກຼາມ.

-ອັນດັບ 6: ເຈົ້າໜ້າທີ່ ປກສ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດ ຄັ້ງວັນທີ 31 ມັງກອນ 2024 ສາມາດຍຶດຢາບ້າ 4.000 ມັດ ເທົ່າກັບ 8.000.000 ເມັດ ນ້ຳໜັກ 800 ກິໂລກຼາມ. ສ່ວນຜູ້ຖືກຫາສາມາດຫຼົບໜີໄດ້.

-ອັນອັບ 5: ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດໃນຄັ້ງວັນທີ 12 ພຶດສະພາ 2024 ພ້ອມຂອງກາງຢາບ້າ 14.106.000 ເມັດ ນ້ຳໜັກ 1.410 ກິໂລກຼາມ, ສາມາດຈັບຜູ້ຖືກຫາໄດ້ 2 ຄົນ ຊື່ ທ້າວ ໜໍຄົວຊົງ ອາຍຸ 29 ປີ ແລະ ທ້າວ ເຢັງກົງ ອາຍຸ 38 ປີ.

-ອັນດັບ 4: ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ມ້າງຄະດີຢາເສບຕິດໃນວັນທີ 12 ກໍລະກົດ 2024 ພ້ອມຂອງກາງຢາໄອສ໌ 960 ຖົງ ນ້ຳໜັກ 960 ກິໂລກຼາມ ແລະ ຢາບ້າ 2.042.000 ເມັດ ນ້ຳໜັກ 200 ກວ່າກິໂລກຼາມ,  ສາມາດຈັບຜູ້ຖືກຫາໄດ້ຊື່ ທ້າວ ຕູ່ທໍ່ ອາຍຸ 43 ປີ.

-ອັນດັບ 3: ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວມ້າງຄະດີຢາເສບຕິດ ໃນວັນທີ 21 ມິຖຸນາ 2024 ພ້ອມຂອງກາງ: ເຮໂຣອິນ 600 ແທ່ງ ນໍ້າໜັກ 225 ກິໂລກຼາມ ແລະ ຢາບ້າ 2.900 ມັດ ເທົ່າກັບ 5.800.000 ເມັດ ນໍ້າໜັກເກືອບ 700 ກິໂລກຼາມ. ສ່ວນຜູ້ຖືກຫາ 2 ຄົນ ສາມາດລົບໜີເຂົ້າປ່າ.

-ອັນດັບ 2: ເຈົ້າໜ້າທີ່ ປກສ ເມືອງຫົງສາ ແຂວງໄຊຍະບູລີ ມ້າງຄະດີຢາເສບຕິດໃນວັນທີ 10 ກຸມພາ 2024 ພ້ອມຂອງການຢາໄອສ໌ ຫຼາຍກວ່າ 1.000 ຖົງ ນໍ້າໜັກ 1.033 ກິໂລກຼາມ, ສາມາດຈັບຜູ້ຖືກຫາໄດ້ ຊື່ ທ້າວ ເນັງຢາງ ອາຍຸ 36 ປີ.

-ອັນດັບ 1: ເຈົ້າໜ້າທີ່ ປກສ ແຂວງບໍລິຄຳໄຊ ແກ້ໄຂຄະດີຢາເສບຕິດໃນຄັ້ງວັນທີ 29 ກໍລະກົດ 2024 ພ້ອມຂອງກາງຢາໄອສ໌ 1.449 ຖົງ ນໍ້າໜັກ 1.449 ກິໂລກຼາມ, ສາມາດຈັບຜູ້ຖືກຫາໄດ້ 3 ຄົນ ຊື່ ທ້າວ ຊໍ່ມົວ ອາຍຸ 43 ປີ, ທ້າວ ຕູ້ຢ່າງ ອາຍຸ 23 ປີ ແລະ ທ້າວ ກູ້ຊົ່ງ ອາຍຸ 29 ປີ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...