Homeຂ່າວທ້ອງຖິ່ນທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງໂຮຽຮຽນ ຢູ່ແຂວງຜົ້ງສາລີ

ທ່ານ ນາຍົກລັດຖະມົນຕີ ເຂົ້າຮ່ວມພິທີມອບ-ຮັບໂຄງການກໍ່ສ້າງໂຮຽຮຽນ ຢູ່ແຂວງຜົ້ງສາລີ

Published on

ໃນຕອນເຊົ້າ ວັນທີ 28 ທັນວາ 2024, ທີ່ໂຮງຮຽນມັດທະຍົມຕອນຕົ້ນກຸ່ມບ້ານສະນໍາຣະ, ເມືອງສໍາພັນ, ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໂຄງການ ກໍ່ສ້າງອາຄານໂຮຽຮຽນ, ຫໍພັກນັກຮຽນ, ເຮືອນຄົວນັກຮຽນ, ປະຕູໂຂງ ແລະ ຮົ້ວອ້ອມໂຮງຮຽນມັດທະຍົມຕອນຕົ້ນກຸ່ມບ້ານດັ່ງກ່າວ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ; ມີທ່ານ ຄໍາຜອຍ ວັນນະສານ, ເຈົ້າແຂວງໆຜົ້ງສາລີ, ບັນດາທ່ານຮອງລັດຖະມົນຕີ, ພ້ອມດ້ວຍການນໍາເມືອງ, ຄູອາຈານ, ນັກຮຽນ, ປະຊາຊົນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ເຊິ່ງໂຄງການມອບຮັບໂຮງຮຽນດັ່ງກ່າວປະກອບມີ: ໂຮງຮຽນ 1 ຫຼັງ, ມີ 5 ຫ້ອງຮຽນ, 1 ຫ້ອງການຄູ ມີຂະໜາດ 8×38.5 ແມັດ, ຫ້ອງນໍ້າ ມີຂະໜາດ 3×4 ແມັດ, ປະກອບເຟີນີເຈີຄົບຊຸດ ແລະ ຕິດຕັ້ງລະບົບໄຟຟ້າ; ພ້ອມກັນນັ້ນ ກໍ່ມີເຮືອນຄົວນັກຮຽນ 1 ຫຼັງ ຈໍານວນ 2 ຫ້ອງ ມີຂະໜາດ 8×16 ແມັດ, ຫໍພັກນັກຮຽນ 1 ຫຼັງ ມີ 10 ຫ້ອງ ມີຂະໜາດ 7×17.5 ແມັດ ແລະ ຫ້ອງນໍ້າຈໍານວນ 1 ຫຼັງ ມີ 4 ຫ້ອງ ຂະໜາດ 4×6 ແມັດ; ກໍ່ສ້າງຮົ້ວອ້ອມໂຮງຮຽນ ມີຄວາມຍາວ 500 ແມັດ, ສູງ 2 ແມັດ ແລະ ປະຕູໂຂງ ມີຂະໜາດ 6.5 x 5.5 ແມັດ ເຊິ່ງການກໍ່ສ້າງແມ່ນເລີ່ມແຕ່ວັນທີ 25 ມີນາ 2024 ແລະ ໄດ້ສໍາເລັດໃນວັນທີ 10 ສິງຫາ 2024 ໂດຍແມ່ນຂອງຂວັນມອບໃຫ້ຈາກທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເຊິ່ງມີມູນຄ່າການກໍ່ສ້າງລວມທັງໝົດ 4,159,222,751 ກີບ (ສີ່ຕື້ໜຶ່ງຮ້ອຍຫ້າສິບເກົ້າລ້ານກວ່າກີບ).

ພ້ອມນີ້, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ອົງການປົກຄອງທ້ອງຖິ່ນດັ່ງກ່າວ ຕະຫຼອດຮອດຄູອາຈານ ແລະ ນ້ອງນັກຮຽນ ຈົ່ງພ້ອມກັນເອົາໃຈໃສ່ບົວລະບັດຮັກສາ ຄຸ້ມຄອງ ແລະ ນໍາໃຊ້ອາຄານຕ່າງໆ ເພື່ອເປັນບ່ອນສຶກສາຮໍ່າຮຽນ ຫາຄວາມຮູ້, ເປັນບ່ອນພັກເຊົາເໝືອນກັບເຮືອນຂອງຕົນເອງ ແລະ ນໍາໃຊ້ໃຫ້ເກີດປະໂຫຍດສູງສຸດ, ສາມາດນໍາໃຊ້ໄດ້ຍາວນານ ທັງນີ້ ກໍ່ເພື່ອສ້າງນັກຮຽນ ໃຫ້ເປັນນັກຮຽນດີ, ຮຽນເກັ່ງ ແລະ ເປັນຜູ້ສືບທອດທີ່ດີຂອງຊາດໃນອະນາຄົດ.

ໃນໂອກາດມອບ-ຮັບໂຮງຮຽນຄັ້ງນີ້, ທ່ານ ນາຍົກລັດຖະມົນຕີ ຍັງໄດ້ນໍາເອົາເຄື່ອງນຸ່ງນັກຮຽນ ແລະ ເຄື່ອງກັນໜາວ ມອບໃຫ້ແກ່ນັກຮຽນໂຮງຮຽນດັ່ງກ່າວ ເພື່ອຕ້ານໄພໜາວຕື່ມອີກ.

ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...