Homeຂ່າວທ້ອງຖິ່ນແຂວງສະຫວັນນະເຂດ ອອກແຈ້ງການ ຫ້າມຜະລິດ, ຊື້-ຂາຍ ສິ່ງຂອງກໍ່ໃຫ້ເກິດສຽງແຕກ ທົ່ວແຂວງສະຫວັນນະເຂດ

ແຂວງສະຫວັນນະເຂດ ອອກແຈ້ງການ ຫ້າມຜະລິດ, ຊື້-ຂາຍ ສິ່ງຂອງກໍ່ໃຫ້ເກິດສຽງແຕກ ທົ່ວແຂວງສະຫວັນນະເຂດ

Published on

ແຂວງສະຫວັນນະເຂດ ອອກແຈ້ງການ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດ ຄໍາສັ່ງເພີ່ມທະວີຈັດຕັ້ງປະຕິບັດ ການຫ້າມຜະລິດ, ນໍາເຂົ້າ ຂົນສົ່ງ, ຊື້-ຂາຍ ມີໄວ້ຄອບຄອງ ຈຸດ ຫຼື ຍິງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍ ຟ້າ, ກໍ່ສຽງແຕກໃນນະຄອນ, ຕົວເມືອງ ແລະ ຊານເມືອງ ແຂວງສະຫວັນນະເຂດ.

ເພື່ອໃຫ້ການສະເຫຼີມສະຫຼອງເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2024 ຕ້ອນຮັບປີໃຫມ່ 2025, ປີໃຫມ່ຂອງ ຊາວຫວຽດນາມ ແລະ ປີໃຫມ່ຂອງຊາວຈີນ ແລະ ພີ່ນ້ອງບັນດາເຜົ່າ ຕ່າງໆ ຢູ່ແຂວງສະຫວັນນະເຂດ, ໃຫ້ມີບັນຍາ ກາດຟົດຟື້ນ, ເຫມາະສົມກັບສະພາບເງື່ອນໄຂທາງດ້ານເສດຖະກິດ, ວັດທະນະທໍາ, ຮີດຄອງປະເພນີ ແລະ ລະບຽບ ກົດຫມາຍ, ຮັບປະກັນໄດ້ຄວາມສະຫງົບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທົ່ວສັງຄົມ.

ເຈົ້າແຂວງ ອອກແຈ້ງການ ດັ່ງນີ້ :
1. ມອບໃຫ້ເຈົ້າຫນ້າທີ່ ປກຊ, ປກສ, ກອນຫຼອນ, ພາສີ, ອຸດສະຫະກໍາການຄ້າ, ພາກສ່ວນກ່ຽວຂ້ອງຂອງ ແຂວງ, ນະຄອນ, ເມືອງ, ບ້ານ ເອົາໃຈໃສ່ຈັດຕັ້ງປະຕິບັດ, ແຈ້ງການຫ້ອງວ່າການກະຊວງປ້ອງກັນຄວາມ ສະຫງົບ ສະບັບເລກທີ 876/ຫວກ, ລົງວັນທີ 27 ຕຸລາ 2023 ວ່າດ້ວຍ ການເພີ່ມທະວີວຽກງານປ້ອງກັນ ງານບຸນປະເພນີຕ່າງໆເຊັ່ນ: ຫ້າມຜະລິດນໍາເຂົ້າ, ຊື້-ຂາຍ ມີໄວ້ໃນຄອບຄອງ, ທາດແຕກ, ຈຸດ ຫຼື ຍິງຫມາກກະໂພກ ບັ້ງໄຟດອກ ໂຄມໄຟລອຍຟ້າ ແລະ ກໍ່ສຽງແຕກ ໃນຕົວເມືອງ, ນະຄອນ ແລະ ຊານເມືອງ, ໂດຍ ສະເພາະ ໃນງານສະເຫຼີມສະຫຼອງ ແລະ ເບີກບານມ່ວນຊື່ນ ຕ້ອນຮັບປີໃຫມ່ສາກົນ, ປີໃຫມ່ລາວ, ປີໃຫມ່ ຊົນເຜົ່າຕ່າງໆ ປີໃຫມ່ຈີນ ( ກຸດຈີນ ) ປີໃຫມ່ ຫວຽດນາມ ( ເຕັດຫວຽດ ) ງານເປີດບໍລິສັດ ຫ້າງຮ້ານ, ງານ ປະເພນີສ້າງສັນ ແລະ ກິດຈະການຕ່າງໆ ໃຫ້ປະຕິບັດມາດຕະການຕໍ່ຜູ້ລະເມີດຢ່າງເດັດຂາດ ແລະ ເຂັ້ມງວດ.

2. ໃຫ້ຄະນະພັກ, ອົງການປົກຄອງນະຄອນ, ເມືອງ, ຫນ່ວຍພັກ-ອົງການປົກຄອງບ້ານ, ອົງການຈັດຕັ້ງມະຫາ ຊົນ, ແນວລາວສ້າງຊາດ ແລະ ອົງການພາຄີ ຢູ່ເມືອງ, ຢູ່ບ້ານ ເພີ່ມທະວີເຮັດວຽກງານສຶກສາອົບຮົມ, ອະທິບາຍຊີ້ ແຈງ ແລະ ປຸກລະດົມການຮ່ວມມືຂອງປະຊາຊົນ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ ເຄື່ອນໄຫວຢູ່ນະຄອນ ເມືອງ, ຢູ່ບ້ານຂອງຕົນ ພ້ອມກັນນັ້ນກໍ່ຊ່ວຍຕິດຕາມ ແລະ ແຈ້ງເບາະແສການ ລັກລອບ, ຜະລິດ, ນໍາເຂົ້າ, ຂົນສົ່ງ ມີໄວ້ໃນຄອບຄອງ, ຄ້າຂາຍ ແລະ ຈຸດ ຫຼື ຍິງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກທຸກຊະນິດກໍ່ລະນີຫາກພົບເຫັນຢູ່ບ່ອນໃດ ມອບ ໃຫ້ອໍານາດການປົກຄອງຢູ່ບ່ອນນັ້ນ ສົມທົບກັບເຈົ້າຫນ້າທີ່ກ່ຽວຂ້ອງແກ້ໄຂຢ່າງທັນການ.

3. ໃຫ້ຫົວຫນ້າ, ຮອງຫົວຫນ້າກອງບັນຊາການ ປກຊ-ປກສ, ພະແນກການ, ຫ້ອງການ ແລະ ອົງການທຽບເທົ່າ ຂັ້ນແຂວງ, ຂັ້ນນະຄອນ, ຂັ້ນເມືອງ ເປັນແບບຢ່າງ ແລະ ຊີ້ນໍານາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາ ຫຼວດ ພະນັກງານລັດຖະກອນຂອງຕົນ ລົງຮາກຖານກັບທີ່ຢູ່ແຕ່ລະບ້ານຂອງຕົນ, ອັດສໍາເນົາຄໍາສັ່ງ ແລະ ແຈ້ງການ ໄປແຈກຢາຍໃຫ້ໄດ້ຢ່າງຫນ້ອຍຄົວຄອບລະ 01 ສະບັບ, ພ້ອມທັງເຂົ້າຮ່ວມໂຄສະນາເຜີຍແຜ່ ແລະ ຊ່ວຍອົງການ ປົກຄອງບ້ານ ພາກັນຕິດຕາມ ກວດກາ ສະກັດກັ້ນ ແລະ ແກ້ໄຂບັນຫາການລັກລອບ ຜະລິດ, ນໍາເຂົ້າ, ຂົນສົ່ງ, ມີໄວ້ ໃນຄອບຄອງ, ຄ້າຂາຍ, ຈຸດ ຫຼື ຍິງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟ ລອຍຟ້າ ແລະ ວັດຖຸກໍ່ສຽງແຕກທຸກຊະນິດ ຢູ່ພາຍໃນບ້ານ, ນະຄອນ, ເມືອງ ຂອງຕົນ ຕາມຫຼັກການທີ່ວ່າ: ເຫດເກີດຢູ່ບ່ອນໃດ ບ່ອນນັ້ນຕ້ອງຮັບຜິດຊອບ ຫມາຍຄວາມວ່າ: ມີສຽງແຕກຢູ່ບ້ານ, ນະຄອນ, ເມືອງໃດ ພະນັກງານ, ເຈົ້າຫນ້າທີ່, ລັດຖະກອນ ແລະ ປະຊາຊົນຢູ່ບ້ານ, ນະຄອນ, ເມືອງນັ້ນຮັບຜິດຊອບ.

4. ໃຫ້ເຈົ້າຫນ້າທີ່ນາຍ ແລະ ພົນຕໍາຫຼວດ ແຕ່ຂັ້ນແຂວງ ລົງຮອດກຸ່ມບ້ານ ແລະ ທະຫານແຂວງ, ທະຫານຊາຍ ແດນ, ນະຄອນ, ເມືອງ ແລະ ກອງຫຼອນບ້ານ, ປກສ ບ້ານ, ນາຍບ້ານ ເພີ່ມທະວີຄວາມວ່ອງໄວ ແລະ ທັນ ເວລາ ໃນການສືບຂ່າວ, ກໍານົດ ແລະ ຕິດຕາມເປົ້າຫມາຍ ເຂົ້າກວດຄົ້ນ, ຢຶດ ແລະ ນໍາເອົາຫມາກກະໂພກ, ບັ້ງໄຟດອກ ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກທຸກຊະນິດ, ທີ່ລັກລອບຜະລິດ, ນໍາເຂົ້າ, ສົ່ງອອກ, ມີ ໄວ້ໃນຄອບຄອງ ແລະ ຄ້າຂາຍ ຢູ່ແຂວງ ໄປເກັບໄວ້ໃນທີ່ປອດໄຟ ຫຼື ທໍາລາຍຖິ້ມ ແລະ ດໍາເນີນມາດ ຕະການຕໍ່ຜູ້ລະເມີດຕາມລະບຽບກົດ ຫມາຍຢ່າງເຂັ້ມງວດ,

5. ໃຫ້ເຈົ້າຫນ້າທີ່ພາສີ ປະຈໍາແຂວງ ສົມທົບກັບເຈົ້າຫນ້າທີ່ປະຈໍາດ່ານກວດຄົນເຂົ້າ-ອອກເມືອງ ແລະ ເຈົ້າຫນ້າທີ່ ຊາຍແດນ ທົ່ວແຂວງ, ເພີ່ມທະວີການຕິດຕາມ, ກວດກາ, ລາດຕະເວນ ສະກັດກັ້ນ ແລະ ແກ້ໄຂບັນຫາ ການລັກລອບນໍາເຂົ້າ ແລະ ຂົນສົ່ງຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກ ທຸກຊະນິດ ບໍ່ໃຫ້ເລັດລອດເຂົ້າມາພາຍໃນແຂວງເດັດຂາດ.

6. ໃຫ້ເຈົ້າຫນ້າທີ່ອຸດສະຫະກໍາກາການຄ້າ ແຂວງ, ນະຄອນ ແລະ ເມືອງ, ເພີ່ມທະວີການຕິດຕາມ, ກວດກາ, ສະກັດກັ້ນ ແລະ ແກ້ໄຂບຸກຄົນ, ບໍລິສັດ, ຫ້າງຮ້ານ, ທີ່ລັກລອບຜະລິດ, ນໍາເຂົ້າ, ຂົນສົ່ງ, ມີໄວ້ໃນຄອບຄອງ ແລະ ຄ້າຂາຍຫມາກກະໂພກ, ບັ້ງໄຟດອກ, ໂຄມໄຟລອຍຟ້າ ແລະ ວັດຖຸກໍ່ສຽງແຕກທຸກຊະນິດ ໃຫ້ມີຄວາມເຂັ້ມງວດ ແລະ ເດັດຂາດທີ່ສຸດ.

7. ມອບໃຫ້ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງ, ບັນຊາ, ອໍານວຍຄວບຄຸມ ຕິດຕາມ ກວດກາ, ປະເມີນຜົນ ແລະ ລາຍງານການຈັດຕັ້ງປະຕິບັດຄໍາສັ່ງໃຫ້ອົງການປົກຄອງແຂວງຊາບ ແລະ ໃຫ້ສົມທົບກັບພະ ແນກຖະແຫຼ່ງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ອົງການປົກຄອນນະຄອນ, ເມືອງ, ອົງການປົກຄອງບ້ານ ເຜີຍ ແຜ່ຄໍາສັ່ງ ແລະ ແຈ້ງການສະບັບດັ່ງກ່າວນີ້ ຢ່າງຮີບດ່ວນ ໃຫ້ເລິກເຊິ່ງ ແລະ ທົ່ວເຖິງ.

8. ມອບໃຫ້ພະແນກພາຍໃນ ຕິດຕາມກວດກາ ເກັບກໍາຜົນງານ ແລະ ລາຍງານການປະຕິບັດຫນ້າທີ່ຂອງພະ ນັກງານ ລັດຖະກອນ ແລະ ທະຫານ ຕໍາຫຼວດ ທີ່ລົງຮາກຖານຕາມຂໍ້ 3 ຂອງແຈ້ງການສະບັບນີ້ ໃຫ້ອົງການປົກຄອງ ແຂວງສະຫວັນນະເຂດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...