Homeຂ່າວພາຍ​ໃນເປັນຕາຢ້ານ! ພົບລະເບີດ 333 ໜ່ວຍ ຢູ່ 2 ບ້ານ ໃນເມືອງພູຄູນ ແຂວງຫຼວງພະບາງ

ເປັນຕາຢ້ານ! ພົບລະເບີດ 333 ໜ່ວຍ ຢູ່ 2 ບ້ານ ໃນເມືອງພູຄູນ ແຂວງຫຼວງພະບາງ

Published on

ວັນທີ 12 ທັນວາ 2024 ໂຄງການເກັບກູ້ລະເບີດແຫ່ງຊາດປະຈໍາ ແຂວງ ຫຼວງພະບາງ ລາຍງານວ່າ: ໄດ້ຮັບແຈ້ງຈາກປະຊາຊົນທີ່ພົບເຫັນລະເບີດ ຢູ່ ບ້ານບັງກາໂລ ແລະ ບ້ານນານານ, ເມືອງພູຄູນ, ແຂວງຫຼວງພະບາງ.
อาจเป็นรูปภาพของ 4 คน
อาจเป็นรูปภาพของ 4 คน
ຫລັງຈາກນັ້ນທີມງານພາກສະໜາມ ຂອງໂຄງການເກັບກູ້ລະເບີດແຫ່ງຊາດ ປະຈໍາແຂວງ ຫຼວງພະບາງ ໄດ້ລົງໄປພື້ນທີ່ ແລະ ດໍາເນີນການທໍາລາຍລະເບີດທັງໝົດຈໍານວນ 333 ໜ່ວຍ, ໃນນັ້ນ ເປັນລະເບີດລູກຫວ່ານ ປະເພດ BLU24 ຈໍານວນ 286 ໜ່ວຍ ແລະ ປະເພດສໍາພະວຸດອື່ນໆ ຈໍານວນ 47 ໜ່ວຍ.
ຂ່າວ: ວສລ

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...