Homeຂ່າວພາຍ​ໃນສາລະວັນ ຕິດຕາມ-ຄຸ້ມຄອງລາຄາສິນຄ້າໃນຕະຫຼາດ ໄລຍະງານມະຫາກຳກິລາມັດທະຍົມສຶກສາຄັ້ງທີ VII

ສາລະວັນ ຕິດຕາມ-ຄຸ້ມຄອງລາຄາສິນຄ້າໃນຕະຫຼາດ ໄລຍະງານມະຫາກຳກິລາມັດທະຍົມສຶກສາຄັ້ງທີ VII

Published on

ທ່ານ ຄໍາຜ່ານ ສີລາວີ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ປະທານຄະນະກຳມະການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນແຂວງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນແຂວງສາລະວັນ ໃນຕົ້ນອາທິດຜ່ານມາ ວ່າ: ໃນນາມພະແນກອຸດສະຫະກຳ ແລະ ການຄ້າ ເປັນຄະນະກຳມະການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ຂັ້ນແຂວງ ກໍ່ໄດ້ວາງແຜນກວດກາຕິດຕາມການຄ້າຂາຍສິນຄ້າ ໃນຕະຫຼາດແຂວງສາລະວັນຢ່າງໃກ້ຊິດ, ໂດຍແຕ່ງຕັ້ງພະນັກງານວິຊາການຂະແໜງກ່ຽວຂ້ອງ ລົງກວດກາຕິດຕາມຕົວຈິງເປັນຕົ້ນ: ລາຄາສິນຄ້າຂັ້ນແຂວງ ໄດ້ກຳນົດໃນ 4 ໝວດ 23 ລາຍການ, ໃຫ້ຢູ່ໃນລາຄາມາດຕະຖານ ທີ່ພາກລັດໄດ້ກຳນົດ.

อาจเป็นรูปภาพของ 10 คน และ ข้อความ

ໃນນັ້ນມີຊີ້ນງົວ ປະເພດ 1 ໃຫ້ຂາຍໃນລາຄາ 130.000 ກີບ, ປະເພດ 2 ລາຄາ 120.000 ກີບ, ປະເພດຊີ້ນລວມ 80.000 ກີບ, ຊີ້ນໝູ ປະເພດ 1 ລາຄາ 80.000ກີບ, ປະເພດ 2 ລາຄາ 70.000 ກີບ, ປະເພດຊີ້ນລວມ 65.000 ກີບ, ປານິນ 60.000 ກີບ ແລະອື່ນໆອີກ.

อาจเป็นรูปภาพของ 4 คน และ ข้อความ

ນອກຈາກນັ້ນ, ທ່ານ ອະໂນໄທ ວົງສຸດທິ ຮອງອໍານວຍການຈັດສັນຕະຫຼາດເມືອງສາລະວັນ ຍັງໃຫ້ຮູ້ຕື່ມອີກວ່າ: ເພື່ອເປັນການກະກຽມ ໃຫ້ແກ່ການຈັດງານມະຫາກຳກິລາມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາລະວັນເປັນເຈົ້າພາບ, ທາງຄະນະຮັບຜິດຊອບຈັດສັນຕະຫຼາດ ໄດ້ມີການແນະນຳໃຫ້ພໍ່ຄ້າຊາວຂາຍ ແລະ ອະນາໄມຄວາມເປັນລະບຽບ ເພື່ອຮອງຮັບໃຫ້ແກ່ຜູ້ມາຊົມໃຊ້, ຈັບຈ່າຍ ໃຊ້ສອຍໃຫ້ມີຄວາມສະດວກສະບາຍ.

อาจเป็นรูปภาพของ 6 คน และ ข้อความ

ຂ່າວ: ໜັງສືພິມສາລະວັນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...