Homeຂ່າວພາຍ​ໃນສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 219 ລາງວັນ

ສປປ ລາວ ໄດ້ຮັບລາງວັນມາດຕະຖານການທ່ອງທ່ຽວອາຊຽນ 219 ລາງວັນ

Published on

ໃນໂອກາດຊີ້ແຈງຕໍ່ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 26 ພະ ຈິກ 2024 , ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ໃຫ້ຮູ້ວ່າ: ມາ ຮອດປັດຈຸບັນ, ສປປ ລາວ ໄດ້ຮັບລາງວັນມາດຕະຖານ ການທ່ອງທ່ຽວອາຊຽນ ຈໍານວນ 219 ລາງວັນ. ໃນນີ້, ມີລາງວັນໂຮງແຮມສີຂຽວອາຊຽນ 113 ລາງວັນ, ລາງວັນເຮືອນພັກ ປະຊາຊົນ 12 ລາງວັນ, ລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ 10 ລາງວັນ, ລາງວັນເມືອງທ່ອງທ່ຽວສະ ອາດ 7 ລາງວັນ, ລາງວັນສະຖານທີ່ຈັດງານ 34 ລາງວັນ, ລາງວັນສະປາ 12 ລາງວັນ, ລາງວັນຫ້ອງນໍ້າສາທາລະນະ 22 ລາງວັນ, ລາງວັນການທ່ອງທ່ຽວແບບຍືນຍົງ 6 ລາງວັນ.

May be an image of 1 person, dais and text

ຄຽງຄູ່ກັນນີ້, ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ມາດຕະຖານ ການທ່ອງທ່ຽວ ຂອງ ສປປ ລາວ ເຊັ່ນ: ການຈັດລະດັບມາດຕະຖານສະ ຖານທີ່ພັກແຮມ ໄດ້ທັງໝົດ 151 ແຫ່ງ. ໃນນີ້, ມີໂຮງແຮມ 95 ແຫ່ງ, ເຮືອນພັກ 56 ແຫ່ງ, ໂຮງແຮມ ລະດັບ 5 ດາວ 16 ແຫ່ງ, ໂຮງແຮມ 4 ດາວ 23 ແຫ່ງ, ໂຮງແຮມ 3 ດາວ 25 ແຫ່ງ, ໂຮງ ແຮມ 2 ດາວ 17 ແຫ່ງ, ໂຮງແຮມ 1 ດາວ 14 ແຫ່ງ, ສ່ວນເຮືອນພັກ 3 ດອກຈໍາປາມີ 10 ແຫ່ງ, 2 ດອກຈໍາປາມີ 26 ແຫ່ງ ແລະ 1 ດອກຈໍາປາມີ 20 ແຫ່ງ; ໄດ້ມີການຢັ້ງຢືນມາດຕະຖານ ສຸຂານາໄມໃນຂະແໜງ ການທ່ອງທ່ຽວ ແລະ ໂຮງແຮມ (LaoSafe) ຈໍານວນ 1.340 ຫົວໜ່ວຍ ແລະ ສ້າງຄູຝຶກ ແລະ ຄູປະເມີນຜົນໄດ້ 34 ຄົນ ແລະ ອື່ນໆ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...