spot_img
Homeຂ່າວພາຍ​ໃນແຂວງວຽງຈັນຕັດສິນຈໍາຄຸກຈໍາເລີຍ 12 ຄົນ ໃນຄະດີຄ້າຂາຍ-ມີຢາເສບຕິດໄວ້ຄອບຄອງ

ແຂວງວຽງຈັນຕັດສິນຈໍາຄຸກຈໍາເລີຍ 12 ຄົນ ໃນຄະດີຄ້າຂາຍ-ມີຢາເສບຕິດໄວ້ຄອບຄອງ

Published on

ໃນວັນທີ 19 ພະຈີກ 2024 ສານປະຊາຊົນແຂວງວຽງຈັນ ໄດ້ມີການຕັດສິນຄະດີຈໍາເລີຍຈຳນວນ 12 ຄົນ ໃນຂໍ້ຫາຄ້າຂາຍ ແລະ ມີຢາເສບຕິດໄວ້ຄອບຄອງ, ສາມາດຍຶດຢາເສບຕິດໄດ້ທັງໝົດ 3,000 ກວ່າເມັດ. ທ້າວ ແກ່ນສີ , ອາຍຸ 37 ປີ, ອາຊີບ ກຳມະກອນ, ຢູ່ບ້ານຜາທອງ ເມືອງວັງວຽງ, ຖືກກັກຕົວໃນວັນທີ 29 ທັນວາ 2023 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 160 ເມັດ ດັ່ງນັ້ນສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ 5 ປີ ປັບໃໝ 10,000,000 ກີບ, ທ້າວ ນີ່ ອາຍຸ 23 ປີ ອາຊີບ ເຮັດນາ ຢູ່ບ້ານຂາມ ເມືອງໂພນໂຮງ ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 397 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ 6 ປີ ປັບໃໝ 28,000,000 ກີບ.

May be an image of 7 people

ທ້າວ ຂຸນ ອາຍຸ 40 ປີ ອາຊີບຊາວນາ ຖືກກັກຕົວໃນຄັ້ງວັນທີ 8 ມີຖຸນາ 2023 ແລະ ທ້າວ ບ໋ອບບີ ຖືກກັກຕົວໃນວັນທີ 03 ສິງຫາ 2023 ພວກກ່ຽວທັງສອງຢູ່ບ້ານໂພນສູງ ເມືອງໂພນໂຮງໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງປະເພດຢາບ້າ 35 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຜູ້ລະ 5 ປີ ປັບໃໝຜູ້ລະ 10,000,000 ກີບ ,ແລະ ຕັດອິດສະຫຼະພາບ ທ້າວ ນ້ອຍ ອາຍຸ 43 ປີ ອາຊີບ ເຮັດນາ ຢູ່ບ້ານຈຽງ ເມືອງກາສີ ແຂວງວຽງຈັນ ຖືກກັກຕົວໃນວັນທີ 18 ກໍລະກົດ 2023 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 2,000 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ 12 ປີ, ປັບໃໝ 120,000,000 ກີບ, ທ້າວ ອານຸ, ອາຍຸ 21 ປີ ອາຊີບ ກຳມະກອນ ຢູ່ບ້ານ ບົວຈະເລີນ ເມືອງຊະນະຄາມ ແຂວງວຽງຈັນ ຖືກກັກຕົວໃນວັນທີ 10 ພຶດສະພາ 2023 ໃນຂໍ້ກ່າວຫາ ຄ້າ-ຂາຍຢາເສບຕິດ ຂອງກາງຢາເສບຕິດປະເພດ ຢາບ້າ ຈຳນວນ 197 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ 5 ປີ, ປັບໃໝ 10,000,000 ກີບ.

May be an image of 7 people

ທ້າວ ກຽດກຽງໄກ ອາຍຸ 43 ປີ ອາຊີບຊາວນາ ຢູ່ບ້ານ ປາກແຈ້ງ ເມືອງ ວຽງຄໍາ ຖືກກັກຕົວໃນວັນທີ 20 ກໍລະກົດ 2023 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ຂອງກາງຢາເສບຕິດປະເພດຢາບ້າ ຈຳນວນ 165 ເມັດ, ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ 5 ປີ ປັບໃໝ 10,000,000 ກີບ, ທ້າວ ຕຸ້ຍ, ອາຍຸ 36 ປີ ອາຊີບ ເຮັດນາ ຢູ່ບ້ານ ໂພນເພັງ ເມືອງວັງວຽງ ຖືກກັກຕົວໃນຄັ້ງວັນທີ 26 ກັນຍາ 2023 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 11 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ 2 ປີ, ປັບໃໝ 10,000,000 ກີບ, ທ້າວ ບ່ອບບີ, ອາຍຸ 34 ປີ ອາຊີບ ເຮັດນາ ຢູ່ບ້ານ ໂພນມ່ວງ ເມືອງແກ້ວອຸດົມ ຖືກກັກຕົວໃນຄັ້ງວັນທີ 20 ກໍລະກົດ 2023 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 6 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ 2 ປີ, ປັບໃໝ 10,000,000 ກີບ.

May be an image of 7 people

ທ້າວ ສາຍຢັນ, ອາຍຸ 30 ປີ ອາຊີບ ເຮັດນາ ຢູ່ບ້ານນາຕາດ ເມືອງໜື່ນ ຖືກກັກຕົວໃນຄັ້ງວັນທີ 12 ທັນວາ 2023 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 52 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ 5 ປີ, ປັບໃໝ 10,000,000 ກີບ, ທ້າວ ເພ້ຍຢ່າງ, ອາຍຸ 41 ປີ ອາຊີບ ເຮັດນາ ຢູ່ບ້ານນາກາງ ຖືກກັກຕົວໃນຄັ້ງວັນທີ 18 ມັງກອນ 2024 ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 18 ເມັດ ແລະ ທ້າວ ກົດ , ອາຍຸ 33 ປີ ອາຊີບ ເຮັດນາ ຢູ່ບ້ານນາເດື່ອ ທັງສອງແມ່ນຢູ່ເມືອງຊະນະຄາມ ໃນຂໍ້ກ່າວຫາ ມີຢາບ້າໄວ້ໃນຄອບຄອງ ຈຳນວນ 23 ເມັດ ສານປະຊາຊົນແຂວງວຽງຈັນ ຈຶ່ງຕັດສິນລົງໂທດຕັດອິດສະຫຼະພາບ ຜູ້ລະ 2 ປີ, ປັບໃໝຜູ້ລະ 10,000,000 ກີບ.

ຂ່າວ: ປກສ ແຂວງວຽງຈັນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...