Homeຂ່າວພາຍ​ໃນ3 ໂຮງຮຽນນານາຊາດ ໃນ ລາວ ໄດ້ຮັບອະນຸຍາດ ແລະ ຮອງຮັບຫຼັກສູດການສຶກສາຂອງ Western Australian  

3 ໂຮງຮຽນນານາຊາດ ໃນ ລາວ ໄດ້ຮັບອະນຸຍາດ ແລະ ຮອງຮັບຫຼັກສູດການສຶກສາຂອງ Western Australian  

Published on

ລັດຖະບານອົດສະຕາລີຕາເວັນຕົກຮັບຮອງເອົາໂຮງຮຽນນານາຊາດ 3 ແຫ່ງໃນ ສປປ ລາວ ຢ່າງເປັນທາງການໄດ້ແກ່: ໂຮງຮຽນ ນານາຊາດ Achiever, ໂຮງຮຽນ ນານາຊາດ Golden ແລະ ໂຮງຮຽນ ນານາຊາດ Western Australia ເຊິ່ງໄດ້ຖືກຮັບຮອງຢ່າງເປັນທາງການໃຫ້ເປັນໂຮງຮຽນນານາຊາດທີ່ໄດ້ຮັບອະນຸຍາດ ແລະ ຮອງຮັບຫຼັກສູດການສຶກສາຂອງ Western Australian ຈາກພະແນກສຶກສາຂອງລັດຖະບານອົດສະຕາລີຕາເວັນຕົກ.

 

ພິທີການຮັບຮອງນີ້ໃນຄັ້ງນີ້ໄດ້ຈັດຂຶ້ນທີ່ໂຮງແຮມສຸພັດຕາໃນນະຄອນຫຼວງວຽງຈັນ, ວັນທີ 8 ພະຈິກທີ່ຜ່ານມາໂດຍການໃຫ້ກຽດເຂົ້າຮ່ວມຈາກທ່ານນາງ ມີແກນ ຈອນ ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ສປປ ລາວ, ທ່ານ ນາງ ໂຣດ ສະມິດ ທີ່ປຶກສາຈາກພະແນກສຶກສາທິການ Western Australian, ທ່ານ ປ.ອ ຄຳແສນ ສີສະວົງ ປະທານສະມາຄົມໂຮງຮຽນເອກະຊົນ ແລະ ສະມາຊິກສະພາ, ທ່ານ ເຊັນ ພິເດດ ກຳມະການຜູ້ຈັດການ SpringBoard4Education International.

ການຮັບຮອງໃນຄັ້ງນີ້ຊີ້ໃຫ້ເຫັນເຖິງຄວາມຕັ້ງໃຈຂອງໂຮງຮຽນເພື່ອສະໜອງທັກສະ ແລະ ຄວາມຮູ້ທີ່ຈຳເປັນໃຫ້ແກ່ນັກຮຽນເພື່ອຈະເລີນເຕີບໂຕໃນສະພາບແວດລ້ອມໂລກທີ່ຊັບຊ້ອນ ແລະ ເຊື່ອມຕໍ່ກັນຫຼາຍຂຶ້ນ. ໂດຍການນຳເອົາຫຼັກສູດຂອງອົດສະຕຣາລີຕາເວັນຕົກມາໃຊ້, ສະຖາບັນເຫຼົ່ານີ້ຮັບປະກັນວ່ານັກຮຽນຂອງພວກເຂົາມີຄວາມພ້ອມທີ່ດີສໍາລັບໂອກາດທາງການສຶກສາ ແລະ ການເຮັດວຽກໃນເວທີສາກົນໃນອະນາຄົດ. ງານນີ້ຈະເປັນການເສີມສ້າງການພົວພັນຄູ່ຮ່ວມມືດ້ານການສຶກສາລະຫວ່າງລາວ ແລະ ລັດຖະບານອົດສະຕຣາລີຕາເວັນຕົກເຊິ່ງເປັນບາດກ້າວອັນສຳຄັນໃນການສົ່ງເສີມວິໄສທັດຮ່ວມກັນໃນການສ້າງຄວາມເຂັ້ມແຂງໃຫ້ແກ່ນັກຮຽນໂດຍຜ່ານການສຶກສາທີ່ມີຄຸນນະພາບສູງ ແລະ ສອດຄ່ອງກັບມາດຕະຖານໂລກ. ນັກສຶກສາທີ່ສຶກສາຫຼັກສູດອົດສະຕາລີຕາເວັນຕົກແມ່ນພົນລະເມືອງທົ່ວໂລກ ແລະ ໃບຢັ້ງຢືນການສຶກສາຂອງອົດສະຕາລີຕາເວັນຕົກໄດ້ຮັບການຍອມຮັບໃນທົ່ວໂລກ.

ປະເທດອົດສະຕຣາລີ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (ສປປ ລາວ) ມີປະຫວັດສາດການຮ່ວມມືສອງຝ່າຍ ແລະ ພາກພື້ນມາແຕ່ດົນນານ, ໂດຍມຸ່ງເນັ້ນໃສ່ການພັດທະນາ, ເສດຖະກິດ, ການພົວພັນລະຫວ່າງປະຊາຊົນ, ເຊິ່ງການພົວພັນທາງການທູດມີມາແຕ່ປີ 1952 ເຊິ່ງເປັນໜຶ່ງໃນສາຍພົວພັນທາງການທູດທີ່ມີມາແຕ່ດົນນານຂອງລາວ.

ຄວາມສຳພັນລະຫວ່າງປະຊາຊົນລາວ ແລະ ອົດສະຕາລີ ເປັນສ່ວນສຳຄັນຂອງການຮ່ວມມື. ໂດຍຄວາມສຳພັນເຫຼົ່ານີ້ແມ່ນອີງໃສ່ການສຶກສາ, ການທ່ອງທ່ຽວ, ແລະ ວັດທະນະທໍາ. ອົດສະຕາລີ ເປັນຈຸດໝາຍປາຍທາງທີ່ນິຍົມຂອງນັກສຶກສາລາວທີ່ໄປຮຽນຢູ່ຕ່າງປະເທດ. ໃນປີ 2024, ມີນັກສຶກສາລາວ 1,083 ຄົນ ໄດ້ເຂົ້າຮຽນໃນສະຖາບັນການສຶກສາຂອງອົດສະຕຣາລີ, ໂດຍມີ 81 ຄົນທີ່ໄດ້ຮັບລາງວັນ Australia Awards.ນອກຈາກນີ້, ຄົນລາວຫຼາຍກວ່າ 1,400 ຄົນໄດ້ຮັບທຶນ Australia Awards ເພື່ອພັດທະນາທັັກສະ ແລະ ຄວາມຮູ້ຜ່ານການສຶກສາຊັ້ນສູງທີ່ປະເທດອົດສະຕຣາລີ, ເຊິ່ງມີສ່ວນຊ່ວຍໃນການພັດທະນາຂອງລາວຢ່າງຕໍ່ເນື່ອງ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...