spot_img
Homeຂ່າວຕ່າງປະເທດເຮືອບິນຊ້ອມຮົບ Yak-130 ຂອງກອງທັບອາກາດຫວຽດນາມຕົກ

ເຮືອບິນຊ້ອມຮົບ Yak-130 ຂອງກອງທັບອາກາດຫວຽດນາມຕົກ

Published on

ອີງຕາມເວັບໄຊ VN Express ລາຍງານໃນເວລາ 10:30 ໂມງ ຂອງວັນທີ 6 ພະຈິກ 2024, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ລາຍງານ​ເຫດການເຮືອບິນຮົບ Yak-130 ໄດ້ເກີດເຫດຕົກໃນລະຫວ່າງການຝຶກຊ້ອມຮົບ ຢູ່ພາກກາງແຂວງ Binh Dinh  ເຮືອບິນ​ຝຶກ​ຊ້ອມ​ທາງ​ທະຫານ​ລຳ​ໜຶ່ງ​ໄດ້​ຕົກ​ຢູ່​ພາກ​ກາງ​ແຂວງ Binh Dinh.
ຕາມການລາຍງານໄດ້ລະບຸວ່າ: ເຈົ້າ​ໜ້າ​ທີ່ ​ພວມ​ເລັ່ງ ​ຊອກ​ຫາ ​ບ່ອນ​ເກີດ​ອຸບັດ​ເຫດ ​ແລະ​ ຊອກ​ຫາ ​ຜູ້​ຫາຍ​​ສູນຫາຍກໍຄື ນັກ​ບິນ 2 ຄົນ ສຳລັບເຮືອບິນຊ້ອມຮົບ Yak-130 ທີ່​ຜະລິດ​ໂດຍ​ຣັດ​ເຊຍ ມີ​​ຄວາມ​ໄວ​ສູງ​ເຖິງ 1,060 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ ​ແລະ ສາມາດ​ບິນ​ໄດ້​ໃນ​ລະດັບ​ຄວາມ​ສູງ​ສຸດ 12,500 ​ແມັດ.
ເຊິ່ງກ່ອນໜ້ານີ້ ສປປ ລາວ ກໍເກີດເຫດການເຮືອບິນຊ້ອມຮົບ yak-130 ຕົກລະຫວ່າງການຝຶກຊ້ອມ ທີ່ແຂວງຊຽງຂວາງ ໃນວັນທີ 4 ຕຸລາ 2024 ຜ່ານມາ, ຈາກເຫດການດັ່ງກ່າວເຮັດໃຫ້ນັກບິນທັງ 2 ເສຍຊີວິດ.
ຂໍໃຫ້ເຈົ້າໜ້າທີ່ພົບນັກບິນທັງ 2 ດ້ວຍຄວາມປອດໄພ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...