Homeຂ່າວຄາດຕະກຳທົດສະກຳຄືນ ຄະດີກໍ່ເຫດປ້ອງກັນຕົວເກີນຂອບເຂດເຮັດໃຫ້ຜູ້ອື່ນເສຍຊິວິດຄາທີ່.

ທົດສະກຳຄືນ ຄະດີກໍ່ເຫດປ້ອງກັນຕົວເກີນຂອບເຂດເຮັດໃຫ້ຜູ້ອື່ນເສຍຊິວິດຄາທີ່.

Published on

ໃນວັນທີ 25 ຕຸລາ 2024 ນີ້, ເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງຄຳມ່ວນ, ໄດ້ນຳຜູ້ກໍ່ເຫດໄປທົດສະກຳຄືນ ຫຼັງຈາກກໍ່ເຫດປ້ອງກັນຕົວເອງເກີນຂອບເຂດ ເຮັດໃຫ້ຄົນອື່ນເສຍຊີວິດ, ຢູ່ບ້ານທ່າແຂກເໜືອ ໃນເວລາ ປະມານ 14:10 ໂມງ ຂອງວັນທີ 03 ກັນຍາ 2024 ທີ່ຜ່ານມານີ້.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ເປີດເຜີຍ: ທ້າວ ບຸນຊູ ເກດທະວົງ ໄດ້ສາລະພາບວ່າ: ໃນເວລາ 07:30 ໂມງ ຂອງວັນທີ 03 ກັນຍາ 2024 ຕົນເອງໄດ້ໄປກິນກາເຟ ຢູ່ຮ້ານກາແຟແຫ່ງໜຶ່ງ ເຂດບ້ານໂພນສະໝາມ ເມືອງທ່າແຂກ ແລ້ວພົບເຫັນທ້າວ ຄຳສີ (ຜູ້ເສຍຊິວິດ) ພາກັນນັ່ງກິນເຫຼົ້າຂາວກັບໝູ່ຢູ່ ເຊິ່ງທັງສອງຮູ້ຈັກກັນແຕ່ບໍ່ໄດ້ສະໜິດກັນ ທ້າວຄຳສີ ຈຶ່ງໄດ້ເອິ້ນມານັ່ງດື່ມເຫຼົ້າຂາວນຳກັນ, ທາງດ້ານ ທ້າວບຸນຊູ ແມ່ນເຄີຍເຂົ້າຄຸກມາກ່ອນ ດັ່ງນັ້ນ, ທ້າວ ຄຳສີ ຈຶ່ງໄດ້ເວົ້າຢອກ ທ້າວ ບຸນຊູ ວ່າ: ໃນເວລາທີ່ເຈົ້າຢູ່ໃນຄຸກ ຂ້ອຍແມ່ນໄດ້ໄປລົມກັບເມຍຂອງເຈົ້າ. ແຕ່ບຸນຊູ ກໍໄດ້ເວົ້າຢອກກັບວ່າ: ເມຍເຈົ້າຂ້ອຍແຮງໄດ້ນອນນຳແລ້ວ ເມື່ອໄດ້ຍິນແນວນັ້ນ ທ້າວ ຄຳສີ ຈຶ່ງໄດ້ຍ່າງອອກຈາກວົງເຫຼົ້າທັນທີ.

ຫຼັງຈາກນັ້ນເວລາ 13:00 ໂມງ ທ້າວ ບຸນຊູ ກໍໄດ້ອອກມາເຮັດວຽກປົກກະຕິ ແຕ່ຫຼັງຈາກນັ້ນເວລາປະມານ 14:00 ໂມງທ້າວ ບຸນຊູ ໄດ້ຍ່າງອອກໄປຊົງກາເຟ ເຊິ່ງໃນເວລາດັ່ງກ່າວ ທ້າວ ຄຳສີ ໄດ້ຍ່າງມາຫາ ທ້າວ ບຸນຊູ ແລ້ວເອົາມີດມາຈີ້ໃສ່ງ່ອນຄໍ ແລ້ວຄຸມຕົວ ທ້າວບຸຊູ ຍ່າງອອກມານອກຕະຫຼາດ ເພື່ອເມືອລົມກັນກັບເມຍຂອງຕົນໃຫ້ຮູ້ເລື່ອງ.

ພໍຮອດໜ້າເຮືອນຂອງ ທ້າວ ຄຳສີ ຈຶ່ງບອກໃຫ້ ທ້າວ ບຸນຊູ ນອນລົງແລ້ວພິກຫງ່າຍໜ້າຂຶ້ນ ແລ້ວໃຊ້ຕີນຂວາ ຢຽບໜ້າເອິກຂອງທ້າວ ບຸນຊູໄວ້ ແລ້ວຈົກເອົາໂທລະສັບນຳຖົງໂສ້ງ ເພື່ອມາໂທຫາເມຍ ແຕ່ວ່າເມຍບໍ່ໄດ້ຮັບສາຍ ໃນເວລານັ້ນຄົນທີ່ເຫັນເຫດການທີ່ຢູ່ໃກ້ບ້ານ ທ້າວຄຳສີ ກໍໄດ້ບອກໃຫ້ຢຸດ ແຕ່ຜູ້ກ່ຽວຂູ່ວ່າຖ້າໃຜເຂົ້າມາຈະຂ້າຖິ້ມໃຫ້ໝົດ.

ພໍໄດ້ໂອກາດທ້າວບຸນຊູ ຈຶ່ງໄດ້ຢືນຂຶ້ນເພື່ອຍາດຈັບເອົາມີດນຳມື ທ້າວ ຄຳສີ (ຜູ້ເສຍຊິວິດ) ເຮັດໃຫ້ທ້າວຄຳສີ ລົ້ມລົງຟື້ນດີນ ຫຼັງຈາກນັ້ນ ທັງສອງໄດ້ຕໍ່ສູ້ກັນ ແຕ່ເປັນທາງ ບຸນຊູ ທີ່ສາມາດຍາດເອົາມີດນຳ ທ້າວຄຳສີ ໄດ້ສຳເລັດ ຈຶ່ງໄດ້ໃຊ້ມີດແທງໃສ່ຫົວນົມເບື້ອງຊ້າຍ 01 ບາດ ເຮັດໃຫ້ທ້າວຄຳສີ ລົ້ມລົງ ແລ້ວແທງເຂົ້າທາງຫຼັງລຸ່ມຂີ່ແຮ້ 01 ບາດ ແລະ ແທງລຸ່ມງ່ອນດ້ານຫຼັງອີກ 01 ບາດ. ເພື່ອປ້ອງກັນຕົວ ເຮັດໃຫ້ທ້າວຄຳສີ ນອນຫງ່າຍທ້ອງເສຍຊິວິດຄາທີ່.

ຫຼັງຈາກນັ້ນເກີດເຫດບໍ່ດົນທາງເຈົ້າໜ້າທີ່ຕຳຫຼວດສືບສວນ-ສອບສວນ ຄະດີອາຍາຫ້ອງຕຳຫຼວດ ປກສ ແຂວງຄຳມ່ວນ ແລະ ປກສ ກຸ່ມບ້ານ ໄດ້ເຂົ້າກັກຕົວທ້າວ ບຸນຊູ ເກດທະວົງ ມາດຳເນີນຄະດີຕາມລະບຽບກົດໝາຍ.

ແຫຼ່ງຂ່າວ: ລາຍການ ຄວາມສະຫງົບແຂວງຄຳມ່ວນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...