Homeຂ່າວກິລາການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ

Published on

ການແຂ່ງຂັນເຕະບານຍິງ-ຊາຍ ລະດັບນັກຮຽນມັດທະຍົມສຶກສາ ທົ່ວປະເທດ ລາຍການ Copa Coca-Cola Laos ຈັດຂຶ້ນໃນລະຫວ່າງວັນທີ 21 ຕຸລາ ໄປຈົນເຖິງ ວັນທີ 29 ພະຈິກ 2024 ການແຂ່ງຂັນຮອບຄັດເລືອກ 9 ຕົວເມືອງ ນະຄອນຫຼວງວຽງຈັນ ມີທັງໝົດ 123 ທີມ (ທີມຍີງ ແລະ ທີມຊາຍ) ໂດຍນໍາໃຊ້ 4 ສະໝາມແຂ່ງຂັນກໍຄື: ສະໝາມກິລາລ້ານຊ້າງສະເຕດ້ຽມ (ໜອງໄຮ), ສະໜາມ ກິລາສະຖາບັນກິລາ-ກາຍະກຳ (ສີເກີດ), ສະໜາມກິລາປົກຄອງເມືອງສັງທອງ ແລະ ສະໜາມກີລາປົກຄອງເມືອງ ປາກງື່ມ ເພື່ອຄັດເລືອກເອົາ 4 ທີມຊາຍ ແລະ 2 ທີມຍິງເຂົ້າສູ່ຮອບການແຂ່ງຂັນທົ່ວປະເທດ.

ການແຂ່ງຂັນຮອບຄັດເລືອກໂຊນພາກເໜືອຈະຈັດຂຶ້ນທີ່ແຂວງອຸດົມໄຊ ທັງໝົດ 12 ທີມ ລວມມີ 8 ທີມ ຊາຍ ແລະ 4 ທີມຍິງ ເຊີ່ງຄັດເລືອກເອົາ 2 ທີມຊາຍ ແລະ 1 ທີມຍິງເຂົ້າສູ່ຮອບການແຂ່ງຂັນທົ່ວປະເທດ ທີ່ນະຄອນຫຼວງວຽງຈັນ.

ການແຂ່ງຂັນຮອບຄັດເລືອກໂຊນພາກໃຕ້ຈະຈັດຂື້ນທີ່ແຂວງສະຫວັນນະເຂດ ທັງໝົດ 11 ທີມ ລວມ ມີ 7ທີມຊາຍ ແລະ 4 ທີມຍິງ ເຊິ່ງຄັດເລືອກເອົາ 2 ທີມຊາຍ ແລະ 1 ທີມຍິງເຂົ້າສູ່ຮອບການແຂ່ງຂັນທົ່ວ ປະເທດ ທີ່ນະຄອນຫຼວງວຽງຈັນ.

ສໍາລັບຮອບສຸດທ້າຍ ຫຼື ຮອບຊີງຊະນະເລີດຈະໄດ້ຈັດຢູ່ນະຄອນຫຼວງວຽງຈັນ ແຕ່ວັນທີ 25 ພະຈິກ ຫາ 29 ພະຈິກ 2024
ເງິນລາງວັນ
– ລາງວັນທີ 1 ທີມຍິງ-ຊາຍ ຈະໄດ້ຮັບຂັນທີມລະໜຶ່ງໜ່ວຍ, ຫຼຽນລາງວັນ 25 ຫຼຽນ ພ້ອມເງິນສົດ 50.000.000 ກີບ ແລະ ຜະລິດຕະ ພັນອື່ນໆ 20.000.000 ກີບ ລວມມູນຄ່າທັງໝົດ 70.000.000 ກີບ
– ລາງວັນທີ 2: ທີມຍິງ-ຊາຍ ຈະໄດ້ຮັບຫຼຽນລາງວັນທີມລະ 25 ຫຼຽນ ພ້ອມເງິນສົດ 30.000.000 ກີບ, ມີຜະລິດຕະພັນອື່ນໆ 10.000.000 ກີບ ລວມມູນຄ່າທັງໝົດ 40.000.000 ກີບ
– ລາງວັນທີ 3: ທີມຍິງ-ຊາຍ ຈະໄດ້ຮັບຫຼຽນລາງວັນທີມລະ 25 ຫຼຽນ ພ້ອມເງິນສົດ 15.000.000 ກີບ, ມີຜະລິດຕະພັນອື່ນໆ 5.000.000 ກີບ ລວມມູນຄ່າທັງໝົດ 20.000.000 ກີບ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...