Homeຂ່າວພາຍ​ໃນອັດຕະປື ຍັງມີຄວາມຕ້ອງການແພດ-ໝໍເພິ່ມອີກ 339 ຄົນ

ອັດຕະປື ຍັງມີຄວາມຕ້ອງການແພດ-ໝໍເພິ່ມອີກ 339 ຄົນ

Published on

ອີງຕາມການລາຍງານຈາກ ຫົວໜ້າພະແນກສາທາລະນະສຸກແຂວງ ໄດ້ລາຍງານກ່ຽວກັບການຈັດສັນໂຄຕາລັດຖະກອນ ໃນປະຈຸບັນ ທົ່ວແຂວງມີຈໍານວນແພດ-ໝໍທັງໝົດ 514 ຄົນ, ເພື່ອໃຫ້ພຽງພໍ ແລະ ຮອງຮັບການບໍລິການໃຫ້ມີຄຸນນະພາບຕ້ອງບັນຈຸຕື່ມອີກຈໍານວນ 339 ຄົນ.

May be an image of 7 people and hospital

ເຊິ່ງຄວາມຕ້ອງການບັນຈຸໃຫ້ພຽງພໍຕາມຕໍ່າແໜ່ງງານໃນແຕ່ລະຂັ້ນຄື: ພະແນກສາທາລະນະສຸກແຂວງ ມີ 63 ຄົນ, ຕ້ອງການບັນຈຸເພີ່ມ 21 ຄົນ, ໂຮງໝໍແຂວງ ມີ 119 ຄົນ, ຕ້ອງການບັນຈຸເພີ່ມ 171 ຄົນ, ໂຮງຮຽນແພດ ມີ 19 ຄົນ, ຕ້ອງການບັນຈຸເພີ່ມ 8 ຄົນ, ສາທາເມືອງສາມັກຄີໄຊ ມີ 21 ຄົນ, ຕ້ອງການບັນຈຸເພີ່ມ 29 ຄົນ, ສາທາເມືອງສະໜາມໄຊ ມີ 53 ຄົນ, ຕ້ອງການບັນຈຸເພີ່ມ 37 ຄົນ, ສາທາເມືອງຊານໄຊ ມີ 47 ຄົນ, ຕ້ອງການບັນຈຸເພີ່ມ 3 ຄົນ, ສາທາເມືອງພູວົງ ມີ 44 ຄົນ, ຕ້ອງການບັນຈຸເພີ່ມ 6 ຄົນ, ສາທາເມືອງໄຊເສດຖາ ມີ 54 ຄົນ, ພຽງພໍກັບຄວາມຕ້ອງການ ແລະ ສຸກສາລາທົ່ວແຂວງ 33 ແຫ່ງ ມີ 94 ຄົນ, ຕ້ອງການບັນຈຸເພີ່ມ 64 ຄົນ.

May be an image of 1 person, studying and hospitalທ່ານ ອິນປັນ ອິນທິລາດ ຫົວໜ້າພະແນກສາທາລະນະສຸກ ແຂວງອັດຕະປື ລາຍງານໃຫ້ຮູ້ອີກວ່າ: ເນື່ອງຈາກແຜນຄວາມຕ້ອງການເພື່ອໃຫ້ພຽງພໍຕໍ່ການຮັບໃຊ້ບໍລິການປະຊາຊົນຫຼາຍ ແຕ່ການສະໜອງມີຈຳກັດໃນແຕ່ລະປີ ທາງກະຊວງສາທາລະນະສຸກ ຮ່ວມກັບ ພະແນກສາທາແຂວງ ໄດ້ຈັດສັນໂຄຕາໃຫ້ສຸກສາລາ ຢູ່ເຂດຫ່າງໄກສອກຫຼີກໃຫ້ພຽງພໍ, ບົນພື້ນຖານຢ່າງໜ້ອຍ 3 ຄົນ. ເຊິ່ງປະຈຸບັນສຸກສາລາ ຈໍານວນ 33 ແຫ່ງ ແມ່ນມີແພດຄົບ 3 ຄົນ, ແຕ່ແຫ່ງທີ່ຍັງບໍ່ຄົບຕາມມາດຕະຖານວິຊາການ ຄື: ສຸກສາລາແຫ່ງໜຶ່ງຕ້ອງ ມີ 1 ແພດທົ່ວໄປ 2 ພະຍາບານ ແລະ 3 ຜະດຸງຄັນ ແຕ່ໃນຕົວຈິງບາງແຫ່ງ ມີແພດປິ່ນປົວ 2 ຄົນ, ພະຍາບານ 1 ຫຼື 2 ຄົນ, ຜະດຸງຄັນ 1 ຄົນ ບາງແຫ່ງກໍ່ບໍ່ມີຜະດຸງຄັນ.

May be an image of 3 people, people studying, table and hospital

ເຊິ່ງກຳລັງຈັດສັນ ຫຼື ສັບປ່ຽນພະນັກງານອາສາສະໝັກ, ພະນັກງານຢູ່ຂັ້ນເມືອງ ລົງໄປຊ່ວຍເປັນໄລຍະ, ສ່ວນການຈັດສັນໂຄຕາລັດຖະກອນ ແຕ່ປີ 2021-2024 ແມ່ນກະຊວງສາທາລະນະສຸກ ເປັນຜູ້ຈັດສັນໃຫ້ ໂດຍອີງຕາມວິຊາສະເພາະທີ່ຍັງຂາດ ແລະ ຈໍານວນທີ່ຍັງບໍ່ພໍຕາມມາດຕະຖານ ຕາມການເກັບກຳຂໍ້ມູນ ແລະ ຖານຂໍ້ມູນຕົວຈິງ ທີ່ມີລະບົບຕິດຕາມທາງອອນລາຍ ແລະ ທາງພະແນກສາທາລະນະສຸກແຂວງ ເປັນຜູ້ຈັດການສອບເສັງຄັດເລືອກເອົາບຸກຄະລາກອນເຂົ້າໃສ່ຕາມວິຊາສະເພາະ, ສ່ວນສະຖານທີ່ບັນຈຸ ແມ່ນກະຊວງສາທາລະນະສຸກ ເປັນຜູ້ລະບຸມາເທົ່ານັ້ນ ບໍ່ສາມາດປ່ຽນແປງໄດ້.

ຂ່າວ: ຂ່າວສານອອນລາຍອັດຕະປື

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...