spot_img
Homeຂ່າວພາຍ​ໃນເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

Published on

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ ເທດສະບານເມືອງ ນານ ໂດຍການເປັນປະທານ ຂອງ ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງໆນານ,ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ນາງ ສີລິພອນ ສຸພັນທອງ ຮອງເຈົ້າແຂວງ ຫລວງພະບາງ,ມີບັນດາການນໍາຂັ້ນແຂວງ,ຂັ້ນເມືອງ,ແຂກຖືກເຊີນ,ນັກສີພາຍເຮືອຊ່ວງພາຍໃນເມືອງ,ປະຊາຊົນບັນດາເຜົ່າ,ມ່ວນຊົນເຂົ້າຮ່ວມຢ່າງມ່ວນຊື່ນ.

ທ່ານ ຄໍາເກັ່ງ ຈັນທະວີສຸກ ເຈົ້າເມືອງນານ ທັງເປັນຄະນະປະທານຈັດງານ ໄດ້ກ່າວລາຍງານໃນການຫ້າງຫາກະກຽມງານບຸນຄັ້ງນີ້ວ່າ: ເພື່ອເຮັດໃຫ້ງານບຸນ ເຕັມໄປດ້ວຍບັນຍາກາດອັນເບີກບານມ່ວນຊື່ນ ແລະ ເປັນຂະບວນການຟົດຟື້ນ ພ້ອມທັງຮັບປະກັນໄດ້ຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍ ເຊິ່ງບັນດາຄະນະຮັບຜິດຊອບງານບຸນ ກໍຄືອານຸກໍາມະການຕ່າງໆ ໄດ້ເຄື່ອນໄຫວເຮັດໜ້າທີ່ປຸກລະດົມຂະບວນການຂອງມວນຊົນທຸກຊັ້ນຄົນ, ເພດ, ໄວ, ປະກອບສ່ວນທາງດ້ານເຫື່ອ ແຮງ, ສະຕິປັນຍາ, ວັດຖຸ ແລະ ປັດໄຈ ເພື່ອເຮັດໃຫ້ງານບຸນປະເພ ນີອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີນີ້ ໄດ້ດໍາເນີນໄປດ້ວຍຄວາມເປັນເອກະພາບ ແລະ ພ້ອມພຽງ, ມີບັນຍາ ກາດອັນເບີກບານມ່ວນຊື່ນ ແລະ ຮັກສາດ້ານວັດທະນະທໍາຮີດຄອງປະ ເພນີອັນດີງາມຂອງຊາດ ກໍຄືທ້ອງຖິ່ນພວກເຮົາ ຕອບສະໜອງກັບຈຸດປະສົງ-ເປົ້າໝາຍຂອງການທ່ອງທ່ຽວ ເຊິ່ງພາຍໃນງານຍັງໄດ້ມີກິດຈະກໍາຫຼາຍຢ່າງເຊັ່ນ: ການແຂ່ງຂັນເຮືອຊ່ວງ, ການໄຫຼເຮືອໄຟ, ການປ່ອຍກະໂທງສາຍ , ການ ສະແດງສິລະປະ, ການວາງສະແດງ ແລະ ຈໍາໜ່າຍສິນຄ້າຕ່າງໆ.

ສະເພາະເຮືອຊ່ວງ ແມ່ນໄດ້ມີເຮືອເຂົ້າຮ່ວມແຂ່ງຂັນຈາກພາຍ ໃນ ຈໍານວນທັງໝົດ 16 ລໍາ ຄື: ເຮືອ ບ້ານ ສີບຸນເຮືອງ, ບ້ານ ສີມຸງຄຸນ, ບ້ານ ປ່າໄຜ່, ບ້ານ ດອນຕຸມ, ບ້ານ ເລົາ, ບ້ານ ນາຝາຍ, ບ້ານ ທາດ, ບ້ານ ໂພນ, ບ້ານ ນາເຄີນ, ບ້ານ ທົ່ງພຽງວິໄລ, ບ້ານ ປາກຄອນ, ບ້ານ ໂພນແກ້ວ, ບ້ານ ນາລິນ, ບ້ານ ຄົກຕົມ, ບ້ານ ຜາໜີບ ແລະ ບ້ານ ຫ້ວຍຫອຍ. ບັນຍາກາດການແຂ່ງຂັນແມ່ນເຕັມໄປດ້ວຍຄວາມມ່ວນຊືນ,ສາມັກຄີ,ການແຂ່ງຂັນແມ່ນໃຊ້ເວລາ 1 ວັນ ສ່ວນຜົນການແຂ່ງຂັນສໍາເລັດແລ້ວ ຂ່າວຈະລາຍງານໃຫ້ຮູ້ຕື່ນ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...