spot_img
Homeຂ່າວຕ່າງປະເທດຍີ່ປຸ່ນປະກາດ ຍົກລະດັບເຕືອນໄພ ພະຍາດໄຂ້ຫວັດນົກ ຫຼັງພົບເຊື້ອໃນ 2 ເມືອງຂອງຮັອກໄກໂດ

ຍີ່ປຸ່ນປະກາດ ຍົກລະດັບເຕືອນໄພ ພະຍາດໄຂ້ຫວັດນົກ ຫຼັງພົບເຊື້ອໃນ 2 ເມືອງຂອງຮັອກໄກໂດ

Published on

ໃນວັນທີ 16 ຕຸລາ 2024 ກະຊວງສິ່ງແວດລ້ອມຂອງປະເທດຍີ່ປຸ່ນ ໄດ້ປະກາດຍົກລະດັບການເຕືອນໄພໄຂ້ຫວັດນົກເປັນລະດັບສູງສຸດ, ຫຼັງຈາກກວດພົບເຊື້ອໄວຣັສໄຂ້ຫວັດນົກສາຍພັນຮຸນແຮງໃນ 2 ເມືອງຂອງຮັອກໄກໂດ ໂດຍພົບຈາກຊາກນົກປ່າທີ່ຕາຍແລ້ວ ໃນເມືອງໂອໂຕເບະ ເມື່ອວັນທີ 30 ກັນຍາທີ່ຜ່ານມາ ແລະ ພົບເຊື້ອໃນຂີ້ເປັດປ່າໃນເມືອງເບັດສຶໄກ ໃນວັນທີ 8 ຕຸລາ 2024.

Why unprecedented bird flu outbreaks sweeping the world are concerning  scientists

ເມື່ອເກີດເຫດການດັ່ງກ່າວຂຶ້ນຈຶ່ງໄດ້ຮຽກຮ້ອງໃຫ້ເພິ່ມລະດັບການເຝົ້າລະວັງນົກປ່າ ແລະ ພະຍາຍາມກວດເບິ່ງວ່າມີນົກຕົວອື່ນຕິດເຊື້ອຫຼືບໍ? ພ້ອມທັງແຈ້ງໃຫ້ປະຊາຊົນຫຼີກລ່ຽງການສຳຜັດກັບນົກປ່າ ທີ່ຍັງມີຊີວິດ ຫຼື ຕາຍແລ້ວ ແລະ ໃຫ້ຮີບລາຍງານຕໍ່ເຈົ້າໜ້າທີ່ທັນທີ ຫາກພົບເຫັນຊາກນົກຕາຍ.

ຂ່າວ: chinadailyhk

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...