spot_img
Homeຂ່າວພາຍ​ໃນບໍລິຄຳໄຊ ທຳລາຍຢາເສບຕິດຫຼາຍປະເພດ ນໍ້າໜັກ 4 ໂຕນກວ່າ

ບໍລິຄຳໄຊ ທຳລາຍຢາເສບຕິດຫຼາຍປະເພດ ນໍ້າໜັກ 4 ໂຕນກວ່າ

Published on

ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 23 ປີ ( 12 ຕຸລາ 2001 – 12 ຕຸລາ 2024 ) ນີ້, ແຂວງບໍລິຄຳໄຊ ໄດ້ຈັດພິທີຈູດທໍາລາຍຢາເສບຕິດ ໃນວັນທີ 15 ຕຸລາ 2024 ຢູ່ທີ່ສູນບໍາບັດ ແລະ ຟຶ້ນຟູຜູ້ຕິດຢາເສບຕິດໜອງດົງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ.ໂດຍການເປັນປະທານຂອງ ປອ ສອນທະນູ ທໍາມະວົງ ກໍາມະການສູນກາງພັກ ເລຂາພັກແຂວງ-ເຈົ້າແຂວງບໍລິຄໍາໄຊ ປະທານປ້ອງກັນຊາດ-ປ້ອງກັນຄວາມສະຫງົບແຂວງ, ມີທ່ານ ຄຳແຫວນ ປັນຍານຸວົງ ຮອງເຈົ້າແຂວງ ປະທານຄະນະກຳມະການຄວບຄຸມ ແລະ ຕ້ານຢາເສບຕິດຂັ້ນແຂວງ, ທ່ານ ພົຈວ ກົງຈັນ ໄຊປັນຍາ ກໍາມະການພັກແຂວງ, ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີສະພາປະຊາຊົນແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ມີຄະນະກໍາມະການຄວບຄຸມ ແລະ ຕ້ານຢາເສບຕິດແຂວງ, ພະແນການອ້ອມຂ້າງແຂວງ, ອໍານາດການປົກຄອງບ້ານ ແລະ ພະນັກງານ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

May be an image of 13 people and text

ທ່ານພົຈວ ກົງຈັນ ໄຊປັນຍາ ຫົວໜ້າກອງບັນຊາການ ປກສ ແຂວງ ໄດ້ລາຍງານ ຜົນການເຄື່ອນໄຫວວຽກງານ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ໃນໄລຍະ 01 ປີຜ່ານມາ ຜ່ານເຄື່ອນໄຫວວຽກງານຕ້ານ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ,ມີຄະດີຢາເສບຕິດເກີດຂື້ນທັງໝົດ ມີ 329 ເລື່ອງ, ຜູ້ຖືກຫາ 472 ຄົນ, ຍິງ 51 ຄົນ, ຄົນຕ່າງປະເທດ 13 ຄົນ. ຍຶດຂອງກາຢາບ້າ 72.287 ເມັດ, ຢາອີ 61 ກິໂລກຼາມ, ຢາໄອສ 1.589 ກິໂລກຼາມ, ເຮໂລອິນ 45,5 ກິໂລກຼາມ, ຢາເຄ 6,3 ກິໂລກຼາມ, ຄັນຊາແຫ້ງ 3.865 ກິໂລກຼາມ, ຄໍລະເຈນປະສົມສານເສບຕິດ 36 ຊ່ອງ,ໃບກະທ່ອມ 37 ກິໂລກຼາມ, ນ້ຳກະທ່ອມ 60 ຕຸກ, ຢາສູບໄຟຟ້າ 231 ອັນ, ຢຶດປືນແກັບ, ປືນປະດິດ, ປືນສັ້ນ ທັງໝົດ 53 ກະບອກ, ລູກກປືນ 09 ລູກ, ລົດໃຫ່ຍ 20 ຄັນ, ລົດຈັກ 20 ຄັນ.

May be an image of 7 people and fire

ສໍາລັບຢາເສບຕິດ ທີ່ນໍາມາຈູດທໍາລາຍຖີ້ມໃນຄັ້ງນີ້ ມີຢາບ້າ ຈໍານວນວ 7.468.982 ເມັດ ນ້ຳໜັກ 731 ກິໂລກຼາມ, ຢາໄອສ 135 ກິໂລກຼາມ, ເຮໂລອິນ 35,5 ກິໂລກຼາມ, ຄັນຊາແຫ້ງ 3.683 ກິໂລກຼາມ, ຄໍລະເຈນ 157 ຊ່ອງ, ຢາສູບໄຟຟ້າ 686 ອັນ ແລະ ຢາອີ 191 ເມັດ ລວມນ້ຳໜັກທັງໝົດ 4.584,5 ກິໂລກຼາມ, ເຊິ່ງເປັນຂອງກາງຄະດີທີ່ຜ່ານການສືບສວນ-ສອບສວນ, ດຳເນີນຄະດີ ແລະ ຜ່ານການຕັດສີນຢ່າງຖືກຕ້ອງຕາມລະບຽບກົດໝາຍເປັນທີ່ຮຽບຮ້ອຍ ແລ້ວຈື່ງນຳມາຈູດເພື່ອທຳລາຍຖີ້ມ.

ຂ່າວ: ໜັງສືພິມບໍລິຄຳໄຊ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...