spot_img
Homeຂ່າວທ້ອງຖິ່ນແຂວງຈໍາປາສັກ ເປີດຕະຫຼາດ​ນັດວາງສະແດງ​ ແລະ​ ຈໍາໜ່າຍສິນຄ້າໂອດ໊ອບ

ແຂວງຈໍາປາສັກ ເປີດຕະຫຼາດ​ນັດວາງສະແດງ​ ແລະ​ ຈໍາໜ່າຍສິນຄ້າໂອດ໊ອບ

Published on

ວັນທີ 15 ຕຸລາ​ 2024​,​ ຄະນະພັກ​ -​ ອົງ​ການປົກຄອງ​ແຂວງຈໍາປາສັກ​ ຮ່ວມກັບ​ ພະແນກອຸດສາຫະກໍາ​ແລະ​ ການຄ້າ​ແຂວງ, ຄະນະພັກ​ -​ ອົງການປົກຄອງນະຄອນປາກເຊ​ ແລະ​ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ໄດ້ຈັດງານວາງສະແດງ​ ແລະ​ ຈໍາໜ່າຍ​ຄ້າ​ ໜຶ່ງເມືອງ ໜຶ່ງຜະລິດພັນ​ ຫຼື​ ໂອດ໊ອບ​ ຕາມທິດ​ ສ້າງເສດຖະກິດ ເອກະລາດ​ ເປັນ​ເຈົ້າ​ຕົນເອງ​ (ສອຈ)​ ໃນໄລຍະ​ໃໝ່​ ໃນງານບຸນປະວໍລະນາ​ -​ ອອກພັນສາ ແລະ​ ຊ່ວງເຮືອປະເພນີ​ ປະຈຳປີ 2024​ ທີ່ນະຄອນປາກເຊ.​

ພິທີຈັດຂຶ້ນຢູ່ທ່າສາລາຄໍາ ແຄມເຊໂດນ ໂດຍການເຂົ້າຮ່ວມຂອງ ທ່ານ ອາລຸນໄຊ​ ສູນນະລາດ​ ກໍາມະການສູນກາງພັກ ເລຂາພັກແຂວງ​ ເຈົ້າແຂວງໆຈໍາປາສັກ​.

ງານຕະຫຼາດນັດຄັ້ງນີ້ ມີຮ້ານວາງສະແດງ ແລະ ຈໍາໜ່າຍສິນຄ້າ​ທັງໝົດ 450 ຮ້ານ ເຊິ່ງງເລີມແຕ່ວັນທີ 12 -​ 18 ຕຸລາ 2024 ສໍາລັບຫ້ອງວາງສະແດງ ແລະ ຈໍາໜ່າຍສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ​ ມີ 43 ຫົວໜ່ວຍ.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...