spot_img
Homeຂ່າວພາຍ​ໃນລົງກວດສິນຄ້າລອກຮຽນແບບ ໝົດອາຍຸ ບໍ່ຕິດສະຫຼາກພາສາລາວ ໃນບຸນຊ່ວງເຮືອ​ປະຈໍາປີ 2024​ ທີ່​ນະຄອນ​ປາກເຊ

ລົງກວດສິນຄ້າລອກຮຽນແບບ ໝົດອາຍຸ ບໍ່ຕິດສະຫຼາກພາສາລາວ ໃນບຸນຊ່ວງເຮືອ​ປະຈໍາປີ 2024​ ທີ່​ນະຄອນ​ປາກເຊ

Published on

ໃນວັນທີ 14 ຕຸລາ​ 2024,​ ເຈົ້າ​ໜ້າທີ່​ກວດກາການຄ້າ​ ຂະແໜງການຄ້າພາຍໃນ ພະແນກອຸດສາຫະກໍາ ແລະ​ ການຄ້າ​ແຂວງຈໍາປາສັກ​ ຮ່ວມກັບ​ ເຈົ້າໜ້າທີ່​ກວດກາ​ການຄ້າ​ ຫ້ອງການ​ອຸດສາຫະກໍາ ແລະ​ ການຄ້າ​ນະຄອນປາກເຊ ໄດ້ເຄື່ອນໄຫວຕິດຕາມກວດກາການຕິດສະຫຼາກ​ ແລະ​ ຕິດລາຄາສິນຄ້າເປັນພາສາລາວ,​ ກວດກາສິນຄ້າລອກລຽນແບບ​ ແລະ​ ສິນຄ້າໝົດອາຍຸ​ ທີ່ວາງສະແດງ,​ ຈໍາໜ່າຍ ແລະ​ ຊື້​-​ຂາຍ​ ໂດຍສະເພາະແມ່ນໃນການຊັດປຸ່ມເປົ້າ ໃນງານປະວໍລະນາ-​ອອກພັນສາ​ ແລະ​ ຊ່ວງເຮືອ​ປະເພນີ​ ປະຈໍາປີ 2024​ ທີ່​ນະຄອນ​ປາກເຊ.​

May be an image of 8 people and text

May be an image of 7 people

ເພື່ອ​ເຮັດໃຫ້​ການວາງສະແດງ,​ ຈໍາໜ່າຍ​ ແລະ​ ຊື້-​ຂາຍ​ ສິນຄ້າ​ມີຄວາມເປັນລະບຽບຮຽບຮ້ອຍ,​ ຖືກຕ້ອງຕາມລະບຽບກົດໝາຍ ທັງເປັນການປົກປ້ອງຜູ້ຊົມໃຊ້ ຕື່ມອີກ, ຖ້າພົບເຫັນ​ການຈໍາໜ່າຍ,​ ຊື້​-​ຂາຍ​ ສິນຄ້າ​ລອກລຽນແບບ, ສິນຄ້າ​ໝົດອາຍຸ, ສິນຄ້ານໍາເຂົ້າທີ່ບໍ່ຖືກຕ້ອງ ສາມາດແຈ້ງເຈົ້າໜ້າທີ່ກວດກາ​ການຄ້າ​ໄດ້​ ທີ່ໝາຍເລກໂທລະສັບ​ 020 96 519 888.

ຂ່າວ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...