spot_img
Homeຂ່າວພາຍ​ໃນເປີດປ້າຍສຳເລັດການກໍ່ສ້າງອາຄານ ໂຮງໝໍມະໂຫສົດຫຼັງໃໝ່

ເປີດປ້າຍສຳເລັດການກໍ່ສ້າງອາຄານ ໂຮງໝໍມະໂຫສົດຫຼັງໃໝ່

Published on

ວັນທີ 12 ຕຸລາ 2024 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຫຼີ ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໄດ້ໃຫ້ກຽດເຂົ້າຮ່ວມພິທີເປີດປ້າຍຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ສປປ ລາວ ໂດຍການຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ ມີບັນດາ ລັດຖະມົນຕີ ຮອງລັດຖະມົນຕີຫົວໜ້າກົມຮອງກົມກະຊວງກ່ຽວຂ້ອງ ທູດຈີນ ປະຈຳ ລາວ ພ້ອມດ້ວຍແຂກຖືກເຊີນທັງ ລາວ ແລະ ຈີນ ເຂົ້າຮ່ວມ.

May be an image of 1 person and text

ທ່ານ ຫຼີ ສຽງ ກ່າວວ່າ: ສະແດງຄວາມຊົມເຊີຍມາຍັງຜົນສຳເລັດການກໍ່ສ້າງອາຄານໂຮງໝໍມະໂຫສົດ ໃນປີ 2017 ການນຳສູງສຸດຂອງຈີນ ແລະ ລາວໄດ້ວາງສີລາລຶກໂຄງການດ້ວຍຄວາມເອົາໃຈໃສ່ຂອງສອງປະເທດ ຜ່ານຜ່າຄວາມຫຍຸ້ງຍາກນາງໆປະການ ມາຮອດປັດຈຸບັນ ເຮັດໃຫ້ການກໍ່ສ້າງອາຄານໂຮງໝໍມະໂຫສົດສຳເລັດ ເຊິ່ງໂຮງໝໍແຫ່ງນີ້ໄດ້ກາຍມາເປັນໂຮງໝໍກວມລວມ ແລະ ມີຄວາມທັນສະໄໝ ເປັນບ່ອນສຶກສາການແພດທີ່ໃຫຍ່ທີ່ສຸດ ແລະ ເງື່ອນໄຂດີທີ່ສຸດໃນທົ່ວປະເທດລາວ ມີບົດບາດສຳຄັນໃນການປິ່ນປົວ ແລະ ສ້າງຜົນປະໂຫຍດຫຼາຍສຸດໃຫ້ປະຊາຊົນລາວ, ອາຄານໂຮງໝໍມີຄວາມສວຍງາມປະສົມປະສານກັບວັດທະນະທຳ ລາວ-ຈີນ ແລະ ສະແດງໃຫ້ເຫັນເຖິງມິດຕະພາບ ລາວ-ຈີນ ຈົ່ງໝັ້ນຍືນ ເປັນໜຶ່ງໃນໂຄງການຮ່ວມມືໜຶ່ງແລວໜຶ່ງເສັ້ນທາງ ລະຫວ່າງ ຈີນ ກັບ ລາວ.

May be an image of 1 person and text

ທ່ານ ສອນໄຊ ສີພັນດອນ ໄດ້ຕາງໜ້າໃຫ້ພັກລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າສະແແດງຄວາມຂອບໃຈຢ່າງຈິງໃຈ ມາຍັງພັກລັດຖະບານ ແລະ ປະ ຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າໃນການກໍ່ສ້າງ ປັບປຸງ ແລະ ຍົກລະດັບໂຮງໝໍມະໂຫສົດແຫ່ງນີ້ ໂຮງໝໍມະໂຫສົດ ເປັນໂຮງໝໍທີ່ມີປະຫວັດສາດອັນຍາວນານ ແລະ ເກົ່າແກ່ທີ່ສຸດແຫ່ງໜຶ່ງຂອງລາວ ນັບແຕ່ມີການສ້າງຕັ້ງໂຮງ ໝໍປີ 1903 ແລະ ໄດ້ຖືກກໍານົດເປັນໂຮງໝໍສູນກາງນັບແຕ່ສະຖາປະນາ ສປປ ລາວ ປີ 1975 ເປັນຕົ້ນມາ.

ໂຮງໝໍແຫ່ງນີ້ໄດ້ກາຍເປັນສະຖານທີ່ອັນສໍາຄັນ ໃນການຮັກສາປິ່ນປົວຄົນເຈັບຂອງລາວ, ເຊິ່ງລວມທັງຄົນລາວ ແລະ ຄົນຕ່າງປະ ເທດ ຖືເປັນໜຶ່ງໃນໂຮງໝໍສູນກາງທີ່ສໍາຄັນທີ່ສຸດຂອງປະເທດລາວ ພາຍໃຕ້ນະໂຍບາຍການຊ່ວຍເຫຼືອລ້າຂອງພັກ ແລະ ລັດຖະບານຈີນທີ່ເນັ້ນໃສ່ຊ່ວຍເຫຼືອໃນການປັບປຸງຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືການແກ້ໄຂຄວາມທຸກຍາກ ລັດຖະບານຈີນ ໄດ້ກໍານົດເອົາໂຄງການກໍ່ສ້າງ ປັບປຸງ ແລະ ຍົກລະດັບໂຮງໝໍມະໂຫສົດ ເປັນໂຄງການຊ່ວຍເຫຼືອລ້າ.

ເຊິ່ງໄດ້ວາງສີລາລຶກໂຄງການໃນເດືອນ ພະຈິກ 2017 ໂດຍການເຂົ້າຮ່ວມຂອງ ສະຫາຍ ສີ ຈິ້ນຜິງ ເລຂາທິການໃຫຍ່ ປະທານປະເທດຈີນ ແລະ ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ປະທານປະເທດລາວ ໃນເວລານັ້ນໂຄງການເປັນໂຄງການທີ່ມີມູນຄ່າຊ່ວຍເຫຼືອລ້າທີ່ສູງທີ່ສຸດ ຂະໜາດໃຫຍ່ທີ່ສຸດ ແລະ ທັນສະໄໝທີ່ສຸດທີ່ ລາວໄດ້ຮັບການຊ່ວຍເຫຼືອລ້າຈາກລັດຖະບານຈີນ ຂ້າພະເຈົ້າເຊື່ອວ່າ: ພາຍຫຼັງໂຄງການສໍາເລັດຈະກາຍເປັນສະຖານທີ່ການປິ່ນປົວຮັກສາຄົນເຈັບທີ່ທັນສະໄໝທີ່ສຸດ ລະບົບວິທະຍາການປິ່ນປົວທີ່ຄົບຊຸດທີ່ສຸດ ທັງມີປະສິດທິຜົນສູງທີ່ສຸດ ໃນການຮັບໃຊ້ປະຊາຊົນ ທັງກາຍເປັນສັນຍາລັກແຫ່ງມິດຕະພາບ ແລະ ຄວາມຮ່ວມມືຂອງສອງຊາດລາວ ແລະ ຈີນ ນໍາອີກ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຜູ້ນຳສະຫະລັດ ບັນລຸຂໍ້ຕົກລົງກັບຫວຽດນາມ ຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20%

ໂດນັລ ທຣຳ ຜູ້ນຳສະຫະລັດເປີດເຜີຍວ່າ ໄດ້ບັນລຸຂໍ້ຕົກລົງກັບຫວຽດນາມແລ້ວ ໂດຍສະຫະລັດຈະເກັບພາສີສິນຄ້ານຳເຂົ້າຈາກຫວຽດນາມ 20% ຂະນະທີ່ສິນຄ້າຈາກປະເທດທີ 3 ສົ່ງຜ່ານຫວຽດນາມຈະຖືກເກັບພາສີ 40% ສຳນັກຂ່າວບີບີຊີລາຍງານໃນວັນທີ 3 ກໍລະກົດ 2025 ນີ້ວ່າ:...

ປະຫວັດ ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ

ທ່ານ ສຸຣິຍະ ຈຶງຮຸ່ງເຮືອງກິດ ຮັກສາການນາຍົກລັດຖະມົນຕີ ແຫ່ງຣາຊະອານາຈັກໄທ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 1 ກໍລະກົດ 2025, ພາຍຫຼັງສານລັດຖະທຳມະນູນຮັບຄຳຮ້ອງ ສະມາຊິກວຸດທິສະພາ ປະເມີນສະຖານະພາບ ທ່ານ ນາງ ແພທອງທານ...

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...