Homeແຈ້ງການແຈ້ງການຢຸດຕິຊົ່ວຄາວ ການແກ້ໄຂຄະດີພາສີ ສໍາລັບ ຍານພາຫະນະນໍາເຂົ້າ ບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍ ໃນຂອບເຂດທົ່ວປະເທດ.

ແຈ້ງການຢຸດຕິຊົ່ວຄາວ ການແກ້ໄຂຄະດີພາສີ ສໍາລັບ ຍານພາຫະນະນໍາເຂົ້າ ບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍ ໃນຂອບເຂດທົ່ວປະເທດ.

Published on

ກະຊວງການເງິນອອກແຈ້ງການກ່ຽວກັບ ຢຸດຕິຊົ່ວຄາວ ການແກ້ໄຂຄະດີພາສີ ສໍາລັບ ຍານພາຫະນະນໍາເຂົ້າ ບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍ ໃນຂອບເຂດທົ່ວປະເທດ.

1. ຢຸດຕິຊົ່ວຄາວ ການແກ້ໄຂຄະດີທາງພາສີ ສໍາລັບຍານພາຫະນະນໍາເຂົ້າບໍ່ຖືກຕ້ອງ ແລະ ນໍາໃຊ້ບໍ່ຖືກເປົ້າຫມາຍ; 2. ສໍາລັບ ຍານພາຫະນະນໍາເຂົ້າຊົ່ວຄາວ ໃນຮູບແບບທ່ອງທ່ຽວຢ້ຽມຢາມ ບໍ53 ແລະ ຍານພາຫະນະຮັບໃຊ້ ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ໃນກອບນະໂຍບາຍສົ່ງເສີມການລົງທຶນ ຈະຕ້ອງດໍາເນີນການແກ້ໄຂ ຄະດີ ດັ່ງນີ້:

2.1 ຍານພາຫະນະນໍາເຂົ້າໃນຮູບແບບທ່ອງທ່ຽວຢ້ຽມຢາມ ບໍ53 ໃນກໍລະນີຫາກມີການລະເມີດກົດຫມາຍວ່າ ດ້ວຍພາສີ ແລະ ລະບຽບການ ຕ້ອງດໍາເນີນການແກ້ໄຂຄະດີ ຕາມແຕ່ລະກໍລະນີຄື:

-ກໍລະນີ ຜົນການສືບສວນ-ສອບສວນ ເອົາຂໍ້ມູນ, ເກັບກໍາຂໍ້ມູນຫຼັກຖານ ສໍາເລັດແລ້ວ ເຫັນວ່າ ເປັນ ຍານພາຫະນະນໍາເຂົ້າໃນຮູບແບບທ່ອງທ່ຽວຢ້ຽມຢາມ ບໍ53 ຢູ່ເກີນກໍານົດ ໂດຍມີເຈົ້າຂອງ ຍານພາຫະນະຕົວຈິງມາຢັ້ງຢືນ ເຫດຜົນທີ່ຢູ່ເກີນບໍ່ນໍາລົດອອກຄືນ ໃຫ້ດໍາເນີນຄະດີ, ປັບໃຫມ່ ແລະ ສົ່ງຍານພາຫະນະອອກຄືນ ຕາມລະບຽບການທີ່ໄດ້ກໍານົດໄວ້;

– ກໍລະນີ ຜົນການສືບສວນ-ສອບສວນ ເອົາຂໍ້ມູນ, ເກັບກໍາຂໍ້ມູນຫຼັກຖານ ສໍາເລັດແລ້ວ ເຫັນວ່າ ຍານພາຫະນະນໍາເຂົ້າໃນຮູບແບບທ່ອງທ່ຽວຢ້ຽມຢາມ ບໍ53 ຢູ່ເກີນກໍານົດ, ຜູ້ຄອບຄອງ, ນໍາໃຊ້ຍານພາຫະນະ ບໍ່ແມ່ນເຈົ້າຂອງຍານພາຫະນະຕົວຈິງ ຫຼື ມີການຊື້-ຂາຍ, ປ່ຽນ-ໂອນກໍາມະສິດ ຖືວ່າເປັນຍານພາຫະນະດັ່ງກ່າວ ນໍາໃຊ້ບໍ່ຖືກເປົ້າຫມາຍ ໃຫ້ດໍາເນີນຄະດີຍຶດ, ຕົກເປັນຂອງລັດ ຕາມກົດຫມາຍວ່າດ້ວຍພາສີ:

-ກໍລະນີ ຜົນການສືບສວນ-ສອບສວນ ເອົາຂໍ້ມູນຜູ້ຖືກຫາ ຫາກມີຂໍ້ມູນຫຼັກຖານ, ເງື່ອນໄຂຄົບຖ້ວນຕາມ 4 ອົງປະກອບຂອງການກະທໍາຜິດທາງອາຍາ ແມ່ນໃຫ້ປະກອບສໍານວນ ຍື່ນຕໍ່ອົງການໄອຍາ ການປະຊາຊົນ ຕາມຂະບວນການຍຸຕິທໍາ.

2.2 ຍານພາຫະນະນໍາເຂົ້າຊົ່ວຄາວ ຮັບໃຊ້ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ໃນກອບນະໂຍບາຍ ສົ່ງເສີມການລົງທຶນ, ກໍລະນີ ເຈົ້າຫນ້າທີ່ພາສີກວດກາພົບເຫັນ ການນໍາໃຊ້ບໍ່ຖືກເປົ້າຫມາຍ ທີ່ລະເມີດກົດຫມາຍວ່າດ້ວຍພາສີ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ ແມ່ນໃຫ້ດໍາເນີນຄະດີຍຶດ, ຕົກເປັນຂອງລັດຕາມກົດຫມາຍວ່າດ້ວຍພາສີ.

3. ໃຫ້ ພາສີປະຈໍາແຂວງ, ນະຄອນຫຼວງວຽງຈັນ ສະຫຼຸບ, ສັງລວມ ຍານພາຫະນະທີ່ເປັນຄະດີທາງພາສີ ທີ່ໄດ້ເກັບຮັກສາໄວ້ຢູ່ຫ້ອງການພາສີຂອງຕົນ ແລ້ວລາຍງານກົມພາສີ, ກະຊວງການເງິນ ເພື່ອສະເຫນີຍານພາຫະນະ ດັ່ງກ່າວຕົກເປັນຂອງລັດ ຕາມກົດຫມາຍວ່າດ້ວຍພາສີ ແລະ ລະບຽບການທີ່ກ່ຽວຂ້ອງ;
4. ພະແນກການເງິນແຂວງ, ນະຄອນຫຼວງວຽງຈັນ ແລະ ພາກສ່ວນກ່ຽວຂ້ອງຈົ່ງຮັບຮູ້ ແລະ ພ້ອມກັນ ເອົາໃຈໃສ່ຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ ຢ່າງເຂັ້ມງວດ;
5. ໃນການຈັດຕັ້ງປະຕິບັດຕົວຈິງ ຖ້າພົບບັນຫາ ຂໍ້ຫຍຸ້ງຍາກ ແມ່ນໃຫ້ລາຍງານຄືນ ຄະນະນໍາກະຊວງການເງິນ ເພື່ອມີທິດຊີ້ນໍາໃນການແກ້ໄຂໃຫ້ທັນສະພາບການ;
6. ແຈ້ງການສະບັບນີ້ ມີຜົນສັກສິດ ແລະ ນໍາໃຊ້ໄດ້ນັບແຕ່ວັນທີລົງລາຍເຊັນເປັນຕົ້ນໄປ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...