spot_img
Homeຂ່າວພາຍ​ໃນໜິບໍ່ພົ້ນ ກັກຕົວຊາຍ ຄ້າ-ຂາຍຢາເສບຕິດ ຍຶດຂອງກາງ 824 ເມັດ

ໜິບໍ່ພົ້ນ ກັກຕົວຊາຍ ຄ້າ-ຂາຍຢາເສບຕິດ ຍຶດຂອງກາງ 824 ເມັດ

Published on

ໃນຄັ້ງວັນທີ 7 ຕຸລາ 2024 ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້ ໄດ້ອອກກວດກາການສັນຈອນຕາມສາຍທາງເສັ້ນທາງຊຳໃຕ້ ຫາເມືອງກວັນ ຢູ່ເຂດບ້ານສ້ານ ຮອດເວລາປະມານ 9 ໂມງ 15 ນາທີ, ໄດ້ພົບເຫັນ ທ້າວ ຈູ ຕົງຊົ່ວທໍ່ ອາຍຸ 30 ປີ, ປະຊາຊົນ, ປັດຈຸບັນຢູ່ບ້ານພັນສະຫວັນ, ເມືອງຊຳໃຕ້ ແຂວງຫົວພັນ, ຂັບຂີ່ລົດຈັກ, ຍີ່ຫໍ້ KSR, ສີແດງ, ບໍ່ມີປ້າຍທະບຽນ ມາແຕ່ທາງຕົວເມືອງຊຳໃຕ້, ເມື່ອຜູ້ກ່ຽວຂັບຂີ່ລົດຈັກມາຮອດເຂດບ້ານສ້ານ ພົບເຫັນເຈົ້າໜ້າທີ່ ປກສ ເມືອງຊຳໃຕ້, ຕັ້ງຈຸດກວດກາ ທ້າວ ຈູ ຕົງຊົ່ວທໍ່ ໄດ້ລ້ຽວລົດຈັກກັບຄືນເພື່ອລົບໜີ.

May be an image of lace and text

ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຊຳໃຕ້, ຈຶ່ງໄດ້ຂັບຂີ່ລົດຈັກນຳ ທ້າວ ຈູ ຕົງຊົ່ວທໍ່ ມາທາງຕົວເມືອງຊຳໃຕ້, ພໍມາຮອດແຄມທາງທົ່ງນາສາວ ເຂດບ້ານຊຳໃຕ້, ທ້າວ ຈູ ຕົງຊົ່ວທໍ່ ໄດ້ຈອດລົດຈັກແລ້ວແລ່ນໜີລົງໄປໃນທົ່ງນາ ຮອດຫ້ວຍນ້ຳສານ ທ້າວ ຈູ ຕົງຊົ່ວທໍ່ ໄດ້ເອົາຢາບ້າ 3 ເມັດ ຖິ້ມລົງນ້ຳຫ້ວຍສ້ານ ເພື່ອທໍາລາຍຂອງກາງ, ແຕ່ເຈົ້າໜ້າທີ່ສາມາດເກັບກູ້ເອົາຂອງກາງໄດ້ ແລ້ວກັກຕົວຜູ້ກ່ຽວ ສົມທົບກັບອຳນາດການປົກຄອງບ້ານພັນສະຫວັນຂໍຄໍາສັ່ງເຂົ້າກວດຄົ້ນເຮືອນຂອງ ທ້າວ ຈູ ຕົງຊົ່ວທໍ່ ພົບເຫັນຢາບ້າຈຳນວນ 4 ຖົງ ເທົ່າກັບ 824 ເມັດ, ທີ່ ຜູ້ກ່ຽວ ຊຸກເຊື່ອງໄວ້ຢູ່ໃນຕູ້ເຮືອນຄົວ.

ເຈົ້າໜ້າທີ່ໄດ້ສືບສວນ-ສອບສວນ ທ້າວ ຈູ ຕົງຊົ່ວທໍ່ ແລ້ວຜູ້ກ່ຽວ ໄດ້ຮັບສາລະພາບວ່າ: ຢາເສບຕິດປະເພດຢາບ້າຈຳນວນດັ່ງກາວເປັນຂອງຜູ້ກ່ຽວແທ້, ເຊິ່ງໄດ້ຊື້ນຳບຸກຄົນບໍ່ຮູ້ຊື່ ແລະ ບໍ່ຈື່ໜ້າຢູ່ລະຫວ່າງທາງບ້ານຄໍ້ຫາບ້ານພຽງໂຮມ ມາເພື່ອເສບ ແລະ ຂາຍ. ຈາກນັ້ນ, ເຈົ້າໜ້າທີ່ ປກສ ເມືອງຊໍາໃຕ້ ຈຶ່ງໄດ້ນຳສົ່ງຕົວ ຜູ້ກ່ຽວ ພ້ອມເຄື່ອງຂອງກາງຢາເສບຕິດຈໍານວນ 4 ຖົງ, ລົດຈັກ 1 ຄັນ, ພ້ອມດ້ວຍໂທລະສັບ 1 ໜ່ວຍ ໃຫ້ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງຫົວພັນ ເພື່ອສືບຕໍ່ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ຂ່າວ: ປກສ ຫົວພັນ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...