ສູນພະລັງງານອາຊຽນ (ACE) ຈະເປັນເຂັມທິດຊີ້ນໍາໃຫ້ແກ່ການຫັນປ່ຽນພະລັງງານຂອງພາກພື້ນໂດຍການນໍາສະເໜີ ບົດສຶກສາການຄາດຄະເນແນວໂນ້ມດ້ານພະລັງງານອາຊຽນ ສະບັບທີ 8 (AEO8).
ນະຄອນຫຼວງວຽງຈັນ, ວັນທີ 27 ກັນຍາ 2024, ສູນພະລັງງານອາຊຽນ (ACE) ມີຄວາມຍິນດີນໍາສະເໜີ ບົດສຶກສາການຄາດຄະເນແນວໂນ້ມດ້ານພະລັງງານອາຊຽນ ສະບັບທີ 8 (AEO8) ໃນພິທີເປີດກອງປະຊຸມລັດຖະມົນຕີພະລັງງານອາຊຽນ ຄັ້ງທີ 42 (AMEM) ຮ່ວມກັບກອງປະຊຸມພາກທຸລະກິດພະລັງງານອາຊຽນ ຄັ້ງທີ 24 (AEBF-24) ທີ່ນະຄອນຫຼວງວຽງຈັນ, ສປປ ລາວ. AEO8 ແມ່ນບົດລາຍງານທີ່ສໍາຄັນທີ່ໄດ້ຮັບການພັດທະນາໂດຍ ສູນພະລັງງານອາຊຽນ (ACE) ເຊິ່ງຈະສະໜັບສະໜູນການຈັດຕັ້ງປະຕິບັດແຜນປະຕິບັດງານວ່າດ້ວຍການຮ່ວມມືດ້ານພະລັງງານອາຊຽນ (APAEC). ບົດສຶກສາດັ່ງກ່າວ ໄດ້ສະໜອງການວິເຄາະຢ່າງຮອບດ້ານໃນແຕ່ລະຂົງເຂດໂຄງການໃນໂຄງສ້າງພູມສັນຖານດ້ານພະລັງງານໃນທົ່ວຂົງເຂດອາຊຽນ ແລະ ໃຫ້ທິດທາງຢ່າງລາຍລະອຽດໃນການຈະກ້າວໄປສູ່ເປົ້າໝາຍພະລັງງານໃນລະດັບປະເທດ ແລະ ລະດັບພາກພື້ນ ແລະ ກວ້າງ ຂວາງອອກໄປ ຮອດປີ 2050.
ພະນະທ່ານ ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (MEM), ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມສໍາຄັນຂອງບົດລາຍງານ AEO8 ໃນລະຫວ່າງທີ່ທ່ານກ່າວຄໍາປາໄສໃນພິທີເປີດກອງປະຊຸມ AMEM ຄັ້ງທີ 42 ແລະ AEBF ຄັ້ງທີ 24, ໂດຍລະບຸວ່າ “ໃນຖານະເປັນເຈົ້າພາບປະທານອາຊຽນໃນປີນີ້, ສປປ ລາວ ຮັບຮູ້ເຖິງຄວາມສໍາຄັນຂອງ AEO8 ເຊິ່ງເປັນຄູ່ມືພື້ນຖານໃນການເດີນທາງຂອງພວກເຮົາສູ່ການບັນລຸເປົ້າໝາຍອະນາຄົດພະລັງງານທີ່ມີຄວາມຢືດຢຸ່ນ ແລະ ຍືນຍົງ. ບົດລາຍງານນີ້ບໍ່ພຽງແຕ່ສອດຄ່ອງກັບຈຸດປະສົງແຫ່ງຊາດຂອງພວກເຮົາເທົ່ານັ້ນ, ຫາກຍັງໄດ້ສົ່ງເສີມວິໄສທັດຮ່ວມກັນຂອງອາຊຽນເພື່ອການ ພັດທະນາແບບຍືນຍົງ.”
ການພັດທະນາ AEO8 ສາມາດເປັນໄປໄດ້ແມ່ນເນື່ອງຈາກການປະກອບສ່ວນຂໍ້ມູນທີ່ສໍາຄັນຂອງຄະນະປະຕິບັດງານຂອງບັນດາປະເທດສະມາຊິກອາຊຽນ (AMS), ຄຽງຄູ່ກັບນະໂຍບາຍດ້ານພະລັງງານຂອງພາກພື້ນ ແລະ ການໃຫ້ຄໍາປຶກສາຢ່າງຕັ້ງໜ້າຂອງເຄືອຂ່າຍຂະແໜງການຍ່ອຍດ້ານນະໂຍບາຍ ແລະ ການວາງແຜນພະລັງງານພາກພື້ນ (REPP-SSN). ໂດຍອີງໃສ່ບົດສຶກສາການ ຄາດຄະເນແນວໂນ້ມດ້ານພະລັງງານອາຊຽນ ສະບັບທີ 7 (AEO7) ທີ່ໄດ້ນໍາສະເໜີທີ່ນະຄອນຫຼວງພະນົມເປັນ, ປະເທດກໍາປູເຈຍ, ໃນປີ 2022. ບົດສຶກສາ AEO8 ມີການວິເຄາະ ແລະ ການຄາດຄະເນທີ່ຄົບຖ້ວນສົມບູນຂຶ້ນ ສໍາລັບແຕ່ລະຂະແໜງພະລັງງານ ໃນອາຊຽນ, ນັບຈາກກະແສໄຟຟ້າ ຈົນເຖິງ ປະສິດທິພາບດ້ານພະລັງງານ ກວມເອົາໄລຍະແຕ່ປີ 2022 ຫາ 2050 ແລະ ສອດຄ່ອງ ກັບຄວາມພະຍາຍາມຂອງອາຊຽນທີ່ຈະກ້າວໄປສູ່ຄວາມເປັນກາງດ້ານກາກບອນ.
ທ່ານ ເບັນນີ ເຊີຢາດິ (Beni Suryadi), ຮັກສາການຜູ້ອໍານວຍການຝ່າຍບໍລິຫານຂອງສູນພະລັງງານອາຊຽນ (ACE), ເນັ້ນໜັກ ເຖິງຄວາມສໍາຄັນຂອງ AEO8, ໂດຍກ່າວວ່າ “ສູນພະລັງງານອາຊຽນ (ACE) ເປັນສັນຍານເຖິງຄວາມກ້າວໜ້າ ດ້ານຄວາມໝັ້ນຄົງ, ການເຂົ້າເຖິງໄດ້, ລາຄາທີ່ສາມາດຊື້ໄດ້ ແລະ ມີຄວາມຍືນຍົງ ທາງດ້ານພະລັງງານໃນທົ່ວພາກພື້ນອາຊຽນ. ການນໍາສະເໜີ AEO8 ມີຈຸດປະສົງເພື່ອສະໜອງການວິເຄາະທີ່ຮອບດ້ານກ່ຽວກັບໂຄງສ້າງພູມສັນຖານດ້ານພະລັງງານຂອງອາຊຽນ ແລະ ເປັນເອກະສານທີ່ສໍາຄັນ ສໍາລັບປະເທດສະມາຊິກອາຊຽນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນງານວ່າດ້ວຍການຮ່ວມມືດ້ານພະລັງງານອາຊຽນ (APAEC), ເພື່ອບັນລຸເປົ້າໝາຍດ້ານພະລັງງານທັງໃນລະດັບຊາດ ແລະ ລະດັບພາກພື້ນ ພາຍໃນປີ 2050.” ອີງຕາມການສຶກສາຂອງ AEO8, ຄວາມຕ້ອງການດ້ານພະລັງງານໃນປີ 2050 ແມ່ນ 2.6 ເທົ່າ ສູງກ່ວາປີ 2022. ການເຕີບໂຕທີ່ ວ່ອງໄວນີ້ ເນັ້ນເຖິງຄວາມສໍາຄັນ ດ້ານຄວາມພະຍາຍາມຮ່ວມມື ລະຫວ່າງບັນດາປະເທດສະມາຊິກອາຊຽນ ເພື່ອຫັນປ່ຽນໄປສູ່ແຫຼ່ງພະລັງງານທີ່ສະອາດ ໃນຂະນະທີ່ຍັງຄົງຮັກສາການຂະຫຍາຍຕົວທາງດ້ານເສດຖະກິດ ແລະ ແກ້ໄຂບັນຫາຄວາມຕ້ອງການດ້ານພະລັງງານທີ່ເພີ່ມຂຶ້ນຂອງພາກພື້ນ.”
ໂດຍຮັບຮູ້ເຖິງຄວາມຕ້ອງການ ແລະ ສະຖານະການດ້ານພະລັງງານທີ່ຫຼາກຫຼາຍໃນແຕ່ລະປະເທດ, ບົດລາຍງານ AEO8 ໄດ້ນໍາສະເໜີ 4 ສະພາບໂຄງສ້າງທີ່ແຕກຕ່າງກັນ ເພື່ອເຮັດໃຫ້ການວິເຄາະໂຄງສ້າງພູມສັນຖານດ້ານພະລັງງານຂອງອາຊຽນ ມີຄວາມຄົບຖ້ວນສົມບູນ. ສະພາບໂຄງສ້າງພື້ນຖານ (BAS) ສໍາຫຼວດທິດທາງທີ່ບໍ່ຕ້ອງການຄວາມພະຍາຍາມເພີ່ມເຕີມ ກ່ຽວກັບ ປະສິດທິພາບດ້ານພະລັງງານ ແລະ ນະໂຍບາຍພະລັງງານທົດແທນ ເຊິ່ງເປັນຈຸດທີ່ເປັນບ່ອນອີງ. ສະພາບໂຄງສ້າງເປົ້າໝາຍ ລະດັບປະເທດສະມາຊິກອາຊຽນ (ATS) ຍົກໃຫ້ເຫັນເຖິງຜົນກະທົບຂອງເປົ້າໝາຍ ແລະ ນະໂຍບາຍແຫ່ງຊາດ, ເຊິ່ງສະແດງໃຫ້ເຫັນຜົນໄດ້ຮັບທີ່ເປັນໄປໄດ້ຖ້າຍຸດທະສາດໃນປະຈຸບັນມີຄວາມຍືນຍົງ. ສະພາບໂຄງສ້າງເປົ້າໝາຍລະດັບພາກພື້ນ (RAS) ແມ່ນປະສິດທິພາບຄ່າໃຊ້ຈ່າຍໃນການລົງທຶນໃນຂະແໜງພະລັງງານ, ໃນຂະນະທີ່ຍັງຄົງຮັກສາເປົ້າໝາຍ APAEC ແລະ ມາດຕະຖານຂອງພາກພື້ນດ້ານອື່ນ, ໃນເງື່ອນໄຂທີ່ເປັນໄປໄດ້, ແລະ ນໍາໃຊ້ຂໍ້ຈໍາກັດດ້ານອື່ນໆ ພາຍຫຼັງປີ 2025. ສຸດທ້າຍ, ສະພາບຄວາມເປັນກາງຂອງກາກບອນ (CNS) ເນັ້ນໜັກເຖິງຄວາມພະຍາຍາມໃນການຫຼຸດຜ່ອນການປ່ອຍອາຍກາກບອນ ໂດຍການນໍາໃຊ້ປະສິດທິພາບຂອງເຕັກໂນໂລຍີທີ່ປ່ອຍອາຍກາກບອນໃນລະດັບຕໍ່າໃນຄະນະທີ່ຍັງຄົງຮັກສາເປົ້າໝາຍ APAEC 2025.
ໂດຍສະຫຼຸບ, AEO8 ໃຫ້ຂໍ້ມູນດັ່ງນີ້:
- ການຊົມໃຊ້ພະລັງງານຂອງອາຊຽນ ແມ່ນຍັງນໍາໜ້າໂດຍຂະແໜງອຸດສາຫະກໍາ ແລະ ການຂົນສົ່ງ, ໂດຍນໍາໃຊ້ຜະລິດ ຕະພັນພະລັງງານຈາກຖ່ານຫີນ ແລະ ນໍ້າມັນດິບເປັນຫຼັກ. ໂດຍລວມແລ້ວ, ຄວາມຕ້ອງການດ້ານພະລັງງານຄາດວ່າຈະເພີ່ມຂຶ້ນ 6 ເທົ່າຈາກ 2022 ຫາ 2050.
- ສະທ້ອນໃຫ້ເຫັນເຖິງເປົ້າໝາຍ APAEC ໃນປະຈຸບັນ, ພາຍໃຕ້ ATS, ພາກພື້ນຈະມີ 6% ຂອງອັດຕາສ່ວນແບ່ງພະລັງງານທົດແທນ (RE) ດ້ວຍກໍາລັງຕິດຕັ້ງ (ເກີນຄາດໝາຍ) ແລະ 31% (ໃກ້ຄຽງ) ຂອງການຫຼຸດຜ່ອນຄວາມເຂັ້ມຂຸ້ນໃນການນໍາໃຊ້ພະລັງງານ (EI) ໃນປີ 2025. ພາຍໃນປີ 2030, ຈະມີພະລັງງານທົດແທນ 23.5% ໃນ TPES. ໃນຂະນະດຽວກັນ, ກໍາລັງຕິດຕັ້ງຂອງພະລັງງານທົດແທນ (RE) ສາມາດບັນລຸໄດ້ 44.1% ແລະ ການຫຼຸດຜ່ອນ EI ສາມາດບັນລຸ 40.2%.
- ເຕັກໂນໂລຢີທີ່ເກີດຂຶ້ນໃໝ່ເລີ່ມມີບົດບາດເຂົ້າສູ່ການຜະລິດພະລັງງານຂອງອາຊຽນ, ຕົວຢ່າງ ໃນ CNS, ຄາດວ່າ ຈະມີກໍາລັງການຜະລິດຈາກພະລັງງານນິວເຄລຍ ແລະ ພະລັງງານກະແສແລະຄື້ນ (tidal & wave) ເລີ່ມຈາກ ປີ 2032 ແລະ 2035. ພະລັງງານເຊື້ອເພີງແຫຼ່ງໃໝ່ໃນຂະແໜງທີ່ຕ້ອງການຊົມໃຊ້ພະລັງງານ ລວມມີ ໄຮໂດຣເຈນ ແລະ ພະລັງງານເຊື້ອໄຟສໍາລັບການບິນແບບຍືນຍົງ (SAF), ເຊິ່ງຈະໄດ້ຮັບການນໍາສະເໜີໃນ TFEC ຂອງພາກພື້ນ ພາຍໃນ ປີ 2023 ແລະ 2025 ຕາມລໍາດັບ.
- AEO8 ເຮັດໜ້າທີ່ເປັນແຫຼ່ງຂໍ້ມູນທີ່ສໍາຄັນເຊິ່ງໄດ້ຮັບການອອກແບບມາເພື່ອສ້າງຄວາມເຂັ້ມແຂງ ໃຫ້ແກ່ບັນດາປະເທດ ສະມາຊິກອາຊຽນເພື່ອກ້າວໄປສູ່ ຄວາມໝັ້ນຄົງ, ຄວາມສາມາດໃນການເຂົ້າເຖິງ, ລາຄາທີ່ສາມາດຊື້ໄດ້, ແລະ ຄວາມຍືນຍົງ ທາງດ້ານພະລັງງານໃນພາກພື້ນ. ໂດຍການສະໜອງການວິເຄາະ ແລະ ການຄາດຄະເນໂດຍລະອຽດ, AEO8 ເປັນທິດນໍາໃຫ້ແກ່ AMS ໃນການຄົ້ນຫາເສັ້ນທາງທີ່ຊັບຊ້ອນໃນການຫັນປ່ຽນພະລັງງານໃນທົ່ວໂລກ ໃນຂະນະທີ່ສາມາດແກ້ໄຂສິ່ງທ້າທາຍໃນພາກພື້ນໃນຂ້າງໜ້າ.
ສາມາດອ່ານ ບົດສຶກສາການຄາດຄະເນແນວໂນ້ມດ້ານພະລັງງານອາຊຽນໄດ້ທີ່: go.aseanenergy.org/AEO8