spot_img
Homeຂ່າວພາຍ​ໃນມີ 5 ບ້ານປະສົບໄພນໍ້າຖ້ວມ ທີ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ

ມີ 5 ບ້ານປະສົບໄພນໍ້າຖ້ວມ ທີ່ເມືອງຊົນນະບູລີ ແຂວງສະຫວັນນະເຂດ

Published on

ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມດ້ວຍຄະນະເຄື່ອນໄຫວຕິດຕາມສະພາບນໍ້າຖ້ວມຢູ່ເມືອງຊົນນະບູລີ ໃນວັນທີ 25 ກັນຍາ 2024 ໃຫ້ຮູ້ວ່າ: ເມືອງຊົນນະບູລີ ມີ 5 ບ້ານທີ່ໄດ້ຮັບຜົນກະທົບຈາກນໍ້າຖ້ວມເນື້ອທີ່ນາ ມີ ບ້ານໂນນຄູ້ 26,00 ເຮັກຕາ, ບ້ານດອນຍາໂນງ 34,97 ເຮັກຕາ, ບ້ານດົງບູນ 75,50 ເຮັກຕາ, ບ້ານຕຸ່ມແຍ 15,50 ເຮັກຕາ ແລະບ້ານນາໜອງຜໍາ 63,02 ເຮັກຕາ.

May be an image of 5 people and motorcycle

ເສັ້ນທາງຖືກຕັດຂາດການສັນຈອນມີ 2 ເສັ້ນຄື: ເສັ້ນທາງແຕ່ບ້ານດົງບູນຫາບ້ານນາໜອງຜໍາ ມີໄລຍະທາງ 2 ກິໂລແມັດ ລະດັບນໍ້າສູງປະມານ 80 ຊັງຕີແມັດ, ເສັ້ນທາງແຕ່ບ້ານທ່າຄໍາເຫຼື້ອມ ຫາບ້ານດອນຍາງໂນງ ມີນໍ້າໄຫຼລັດທາງຈໍານວນ 3 ຈຸດ ມີຄວາມຍາວ 500 ແມັດ.

May be an image of 1 person, horizon and grass

ທ່ານຍັງໃຫ້ຮູ້ວ່າ: ທາງຄະນະຄຸ້ມຄອງໄພພິບັດຂັ້ນເມືອງ ແມ່ນໄດ້ກະກຽມຄວາມພ້ອມໃນການຮັບມືໄພນໍ້າຖ້ວມ ເປັນໄດ້ກະກຽມເຮືອໃຫຍ່ຂອງເມືອງ ເພື່ອຮັບໃຊ້ຈໍານວນ 5 ລໍາ, ສໍາລັບຂັ້ນບ້ານທີ່ເຄີຍຖືກນໍ້າຖ້ວມແມ່ນໄດ້ກະກຽມເຮືອຈັກຈໍານວນ 245 ລໍາ, ແລະເຮືອພາຍຈໍານວນ 1,003 ລໍາ, ພ້ອມນີ້ຍັງໄດ້ຈັດສັນສະຖານທີ່ພັກພິງສຸກເສີນໄວ້ເມື່ອເກີດນໍ້າຖ້ວມຈໍານວນ 7 ຈຸດ ຄື: ບ້ານໂນນສະຫວ່າງ, ບ້ານດົງຫົງຄໍາ, ບ້ານໜອງຜື, ບ້ານໂພໄຊຄູນ, ບ້ານໂພນຕານ, ບ້ານເມືອງໂຮງ ແລະບ້ານກະທອງເຊ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...