Homeສຸຂະພາບ ແລະ ສີ່ງແວດລ້ອມຮໍໂມນ​ຜິດ​ປົກກະຕິ ເລື່ອງ​ໃກ້​ຕົວ​ທີ່​ຫ້າມ​ປ່ອຍ​ປະ

ຮໍໂມນ​ຜິດ​ປົກກະຕິ ເລື່ອງ​ໃກ້​ຕົວ​ທີ່​ຫ້າມ​ປ່ອຍ​ປະ

Published on

01_19

          ຜູ້ຍິງ​ສ່ວນ​ໃຫຍ່​ບໍ່​ມັກ​​ເວລາ​ມີ​ປະຈຳ​ເດືອນ​ເພາະ​ຕ້ອງ​ລະ​ວັງ​ຮອຍ​ເປື້ອນ ຢ້ານ​ກິ່ນ​ອັບ ແລະ​ເກີດ​ອາການ​ປວດ​ໜ່ວງ​ທ້ອງ​ນ້ອຍ ພໍ​ປະຈຳ​ເດືອນ​ບໍ່​ມາ​ກໍ​ຊະ​ລ່າ​ໃຈ ຄິດວ່າ​ເປັນ​ເລື່ອງ​ປົກກະຕິ​ແຕ່​ນັ້ນ​ເປັນ​ຄວາມ​ຄິດ​ທີ່​ຜິດ ເພາະ​ຫາກ​ປ່ອຍ​ໄວ້​ດົນ​ອາດ​ນຳ​ໄປ​ສູ່​ພະຍາດ​ມະ​ເລັງ​ເຍື່ອ​ພຸ​ໂພງ​ມົດ​ລູກ

1.ອາການ​ຜິດ​ປົກກະຕິ​ຂອງ​ປະຈຳ​ເດືອນ
– ມາ​ຫລາຍ: ຈົນ​ຕ້ອງ​ປ່ຽນ​ຜ້າ​ອະນາໄມ​ຫລາຍກວ່າ​ມື້​ລະ 4 ແຜ່ນ
– ມາ​ໜ້ອຍ: 35 ມື້​ຜ່ານ​ໄປ​ປະຈຳ​ເດືອນ​ຍັງ​ບໍ່​ມາ​ຈັກເທື່ອ
– ມາ​ເທື່ອລະໜ້ອຍ ​ຫລື​ ມາ​ຖີ່​ເກີນ​ໄປ: ເຊັ່ນ ປະຈຳ​ເດືອນ​ຫາກໍ່​ໝົດ​ໄປ 3 ມື້​ກໍ​ມີ​ຕໍ່​ທັນ​ທີ

2.ສາ​ເຫດ​ທີ່​ປະຈຳ​ເດືອນ​ມາ​ບໍ່​ປົກກະຕິ
– ຖືພາ ລະ​ດັບ​ຮໍໂມນ​ໃນ​ຮ່າງກາຍ​ຈະ​ປ່ຽນ​ແປງ​ໄປ​ຈົນ​ປະຈຳ​ເດືອນ​ຂາດ
– ຢາ​ຄຸມ​ກຳ​ເນີດ​ບາງ​ປະ​ເພດ ສົ່ງ​ຜົນ​ຕໍ່​ການ​ປ່ຽນ​ແປງ​ລະ​ດັບ​ຮໍໂມນ​ເພດ​ໃນ​ຮ່າງກາຍ ຈົນ​ໄປກົດ​ການເຮັດວຽກງານ​ຂອງ​ຮວຍໄຂ່
– ຄວາມ​ຕຶງຄຽດ ສົ່ງ​ຜົນ​ໃຫ້​ຮໍໂມນ​ຜິດ​ປົກກະຕິ ເຊັ່ນ ນັກ​ກີລາ​ທີ່​ຕ້ອງ​ຊ້ອມ​ໜັກໆ ນັກ​ສຶກ​ສາ​ທີ່​ກຳ​ລັງ​ກຽມສອບເສັງ
– ຮວຍໄຂ່​ເຮັດວຽກ​ຜິດ​ປົກກະຕິ ອາດ​ເກີດ​ຈາກ​ການ​ກິນ​ອາຫານ​ຂີ້ເຫຍື້ອ ອາຫານ​ທີ່​ປົນ​ເປື້ອນ​ສານ​ເລັ່ງ​ການ​ຈະເລີນ​ເຕີບໂຕ​ອາຫານ​ມັນໆ ອາຫານ​ທີ່​ມີ​ຄໍ​ເລດ​ເຕີ​ລອນ​ສູງ ​ແລະ ອື່ນໆ
– ຮໍໂມນ ຜິດ​ປົກກະຕິ ຖ້າ​ປ່ອຍ​ໃຫ້​ລະ​ດັບ​ຮໍໂມນ ​ເອດ​ໂຊ​ເຈນ ​ແລະ ​ໂພ​ເຈດ​ເທີ​ໂລນ​ບໍ່​ສົມ​ດຸນ​ກັນ​ໄປ​ເລື່ອຍ​ໆ ຮໍໂມນ​ເພດ​ຍິງ​ຈະ​ປ່ຽນ​ເປັນ​ຮໍໂມນ​ເພດ​ຊາຍ ແລະ ​ອາດ​ເກີດ​ບັນຫາ​ສິວ ໜ້າ​ມັນ ຂົນ​ດົກ​ແລະ ອື່ນໆ ຕາມ​ມາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...