spot_img
Homeນານາສາລະໃຊ້​ແປງ​ສີ​ແຂ້ວແນວໃດ ໃຫ້​ຫ່າງ​ໄກ​ຈາກ​ແບກ​ທີ​ເລຍ

ໃຊ້​ແປງ​ສີ​ແຂ້ວແນວໃດ ໃຫ້​ຫ່າງ​ໄກ​ຈາກ​ແບກ​ທີ​ເລຍ

Published on

0x


1.
ຢ່າ​ວາງ​ແປງ​ໄວ້​ໃກ້​ກັບບສັກໂຄກ​ຫລາຍ​ເກີນ​ໄປ
2.
ຢ່າ​ໃຊ້​ແປງ​ສີ​ແຂ້ວ​ຮ່ວມ​ກັບ​ຄົນ​ອື່ນ ພະຍາຍາມ​ເກັບ​ແປງ​ຂອງ​ສະມາຊິກ​ໃນ​ຄອບຄົວ​ໃຫ້​ຫ່າງ​ກັນ​ຢ່າງ​ນ້ອຍ 1 ນິ້ວ ເພື່ອ​ບໍ່​ໃຫ້​ເຊື້ອ​ພະຍາດ​ຕິດ​ຕໍ່​ເຖິງ​ກັນ
3.
ລ້າງ​ແປງ​ໃຫ້​ສະ​ອາດ​ຫລັງ​ໃຊ້ ປ່ອຍ​ໃຫ້​ແຫ້ງ​ຈັກ​ໜ້ອຍໜຶ່ງ​ໃນ​ຕຳແໜ່ງ​ຫົວ​ແປງ​ຊີ້​ຂຶ້ນ​ຟ້າ ຊຶ່ງ​ຈະ​ປ້ອງ​ກັນ​ບໍ່​ໃຫ້​ແບກ​ທີ​ເລຍ​ປະສົມ​ພັນ​ກັນ​ໄດ້​ງ່າຍ​ ແລະ ​ຢ່າ​ເກັບ​ໃນ​ພາ​ຊະນະ​ປິດ​ທີ່​ມີອາກາດອັບ​ຊື້ນ
4.
ປ່ຽນ​ແປງ​ສີ​ແຂ້ວ​ທຸກ​ເທື່ອ​ຫລັງ​ເປັນ​ຫວັດ
5.
ພະຍາຍາມ​ໃຊ້​ນ້ຳ​ຢາ​ບ້ວນ​ປາກ​ກ່ອນ​ແປງ​ແຂ້ວ ຊຶ່ງ​ຈະ​ລຸດ​ຈຳນວນ​ແບກ​ທີ​ເລຍ​ທີ່​ຕິດ​ໄປ​ກັບ​ແປງ​ສີ​ແຂ້ວ
6.
ປ່ຽນ​ແປງ​ໃໝ່​ທຸກ 3-4 ເດືອນ ຫລື​ເລື້ອຍ​ກວ່າ​ນັ້ນ​ຫາກ​ຂົນ​ແປງ​ເລີ່ມ​ບານ​ອອກ
ສ່ວນ​ຂໍ້​ບໍ່​ແນະ​ນຳ​ຄື​ບໍ່​ຄວນ​ນຳ​ແປງ​ສີ​ແຂ້ວ​ລ້າງ​ໃນ​ເຄື່ອງ​ລ້າງ​ຈານ​ຫລື​ໃສ່​ໃນ​ເຕົາ​ໄມ​ໂຄ​ເວບເພື່ອ​ຂ້າ​ເຊື້ອ​ພະຍາດ​ເພາະ​ຈະ​ເຮັດໃຫ້​ດ້າມ​ພາ​ສະຕິ​ກລະ​ລາຍ​ ໄດ້

 

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...