spot_img
Homeແຈ້ງການປ່ອຍນ້ຳໜັງສືແຈ້ງການປ່ອຍນ້ຳຜ່ານປະຕູນ້ຳລົ້ນ ເພື່ອບໍລິຫານຈັດ ການນ້ຳໃນອ່າງເກັບນ້ຳເຂື່ອນໄຟຟ້າເຊລະນອງ 1

ໜັງສືແຈ້ງການປ່ອຍນ້ຳຜ່ານປະຕູນ້ຳລົ້ນ ເພື່ອບໍລິຫານຈັດ ການນ້ຳໃນອ່າງເກັບນ້ຳເຂື່ອນໄຟຟ້າເຊລະນອງ 1

Published on

ໜັງສືແຈ້ງການປ່ອຍນ້ຳຜ່ານປະຕູນ້ຳລົ້ນ ເພື່ອບໍລິຫານຈັດ ການນ້ຳໃນອ່າງເກັບນ້ຳເຂື່ອນໄຟຟ້າເຊລະນອງ 1 ທີ່ແຂວງສະຫວັນນະເຂດ ໃນວັນທີ 19 ກັນຍາ 2024.

1) ໂດຍອີງຕາມການຄາດຄະເນ ໃນວັນທີ 19 ກັນຍາ 2024 ຈະມີພາຍຸ, ຄາດວ່າຈະມີປະລິມານນໍ້າໄຫຼເຂົ້າອ່າງ 5,000 ms, ເຊິ່ງຈະເຮັດໃຫ້ນໍ້າເກີນລະດັບນໍ້າເຕັມອ່າງ (ລະດັບນໍ້າເຕັມອ່າງ 215 masl, ລະດັບນໍ້າຕາຍ 206 masl ແລະ ປະຈຸບັນ ນໍ້າໃນອ່າງຢູ່ລະດັບນໍ້າ 204.210 masl). ສະນັ້ນ, ກປພ ເຫັນດີດ້ານຫຼັກການ ໃນການປ່ອຍນ້ໍາຜ່ານປະຕູ ລະບາຍນໍ້າລົ້ນ (Spillway) ເພື່ອບໍລິຫານຈັດການນໍາ, ຄວາມປອດໄພຂອງເຂື່ອນ ແລະ ຮັບປະກັນບໍ່ໃຫ້ມີຜົນກະທົບ ຕໍ່ຊີວິດ, ຊັບສິນ, ໂຄງລ່າງພື້ນຖານ ແລະ ບັນດາຫົວຫນ່ວຍທຸລະກິດລຸ່ມເຂື່ອນ.

2) ກ່ອນທີ່ຈະປ່ອຍນໍ້າ, ໃນເວລາທີ່ປ່ອຍນໍ້າ ແລະ ຫຼັງການປ່ອຍນ້ໍາ ໂຄງການ ຕ້ອງມີແຜນລະອຽດໃນການກະກຽມ ຄວາມພ້ອມ ແລະ ປະຕິດບັດຕາມລະບຽບການ ຂອງກະຊວງພະລັງງານ ແລະ ບໍ່ແຮ່ ໂດຍສະເພາະຄໍາແນະນໍາວ່າດ້ວຍ ຄວາມປອດໄພເຂື່ອນ ຢ່າງເຂັ້ມງວດ ເພື່ອປ້ອງກັນ, ຕອບໂຕ້ເຫດການສຸກເສີນ ແລະ ຫຼີກລ່ຽງບໍ່ໃຫ້ເກີດຜົນກະທົບ ຕໍ່ດ້ານລຸ່ມເຂື່ອນ ໃນໄລຍະທີ່ເປີດປະຕູລະບາຍນໍ້າ.

3) ເພື່ອຮັບປະກັນຄວາມປອດໄພ ປ້ອງກັນຜົນກະທົບຕໍ່ປະຊາຊົນໃນເຂດເບື້ອງເທິງເຂື່ອນ ແລະ ລຸ່ມເຂື່ອນຂອງໂຄງການ ໃຫ້ໂຄງການເອົາໃຈໃສ່ໃນການແຈ້ງເຕືອນ ແລະ ປະສານສົມທົບ ກັບອໍານາດການປົກຄອງທ້ອງຖິ່ນ, ຄະນະຄຸ້ມຄອງ ໄພພິບັດແຕ່ລະຂັ້ນ (ແຂວງ, ເມືອງ ແລະ ບ້ານ) ແລະ ຂະແຫນງການທີ່ກ່ຽວຂ້ອງ ເພື່ອແຈ້ງເຕືອນປະຊາຊົນ, ຫົວຫນ່ວຍ ທຸລະກິດ ແລະ ໂຄງການເບື້ອງລຸ່ມເຂື່ອນ.

4) ຖ້າມີກໍລະນີເກີດເຫດສຸກເສີນ ຜູ້ພັດທະນາເຂື່ອນ ຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດແຜນຮັບມືສຸກເສີນເຢ່າງ ຮີບດ່ວນ ພ້ອມທັງປະສານສົມທົບກັບ ຄະນະຄຸ້ມຄອງໄພພິບັດຕ່າງໆ ແລະ ຂະແຫນງການທີ່ກ່ຽວຂ້ອງ ເພື່ອຫຼຸດຜ່ອນ ຜົນກະທົບທີ່ເກີດຂຶ້ນ ຕາມລໍາດັບຂອງເຫດການສຸກເສີນ ແລະ ລາຍງານການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ໃຫ້ ກປພ ຮັບຊາບ ຢ່າງເປັນປົກກະຕິ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຮັບຊາບ ແລະ ຈັດຕັ້ງປະຕິບັດຕາມນີ້ດ້ວຍ.

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...