Homeຂ່າວພາຍ​ໃນນັກກີລາຍິງປືນລາວ ຄວ້າໄດ້ 3 ຫຼຽນ ແຂ່ງຂັນຍິງປືນ IPSC ທີ່ປະເທດໄທ

ນັກກີລາຍິງປືນລາວ ຄວ້າໄດ້ 3 ຫຼຽນ ແຂ່ງຂັນຍິງປືນ IPSC ທີ່ປະເທດໄທ

Published on

ນັກກິລາຍິງປິນຈາກລາວເຮົາເຂົ້າຮ່ວມ ການແຂ່ງຂັນຍີງປືນລາຍການ IPSC HANDGUN CHAMPIONSHIPS 2024 L3 ປະເທດໄທ ເປັນເຈົ້າພາບ, ຈັດຂື້ນວັນທີ 14-15 ກັນຍາ 2024 ທີ່ ສະໜາມຍິງປືນ ພູໄພລີນ ຈັງຫວັດປະທຸມທານີ, ມີນັກກີລາເຂົ້າຮ່ວມທັງໝົດ 200 ຄົນ, ປະກອບມີ: ໄທ, ລາວ, ຈີນ, ສະວີເດັນ ແລະ ມາເກົ້າ.

May be an image of 1 person, skeet shooting and text

ໃນນັ້ນມີນັກກິລາຈາກປະເທດລາວເຮົາເຂົ້າຮວ່ມ 2 ຄົນຄື: ນາງ ມະນີບົດ ວົງໄຊ ແລະ ທ້າວ ສຸພົນສາ ນິຍົມ, ເຊິ່ງທັງສອງໄດ້ລົງແຂ່ງຂັນໃນລຸ້ນ Production ສາມາດຍາດໄດ້ 3 ຫຼຽນ.

May be an image of 2 people and text

ການເຂົ້າຮ່ວມແຂ່ງຂັນລາຍການນີ້ ນັກກິລາຈາກລາວ ທັງສອງຄົນສາມາດຍາດໄດ້ 3 ຫຼຽນຄື: ທ້າວ ສຸພົນສາ ນິຍົມ, ໄດ້ລາງວັນອັນດັບ 1 ໂປຣດັກຊັນ production class A ໄດ້ຮັບຫຼຽນຄຳ 1 ຫຼຽນ ແລະ ຫຼຽນທອງ 1 ຫຼຽນ ແລະ ນາງ ມະນີບົດ ວົງໄຊ ໄດ້ອັນດັບ 2 Production lady ໄດ້ຮັບຫຼຽນເງິນ 1 ຫຼຽນ.

ຂ່າວ: ໜັງສືພິມວຽງຈັນໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...