spot_img
Homeຂ່າວພາຍ​ໃນເຫດດິນຫຍຸບ ຢູ່ບ້ານໃຫຍ່ ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

ເຫດດິນຫຍຸບ ຢູ່ບ້ານໃຫຍ່ ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ

Published on

ເນື່ອງຈາກມີຝົນຕົກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ລະດັບແມ່ນໍ້າຂອງຍຶ່ງຂຶ້ນສູງກວ່າ ທຸກໆປີຜ່ານມາ ຖ້ວມເນື້ອທີ່ທຳການຜະລິດ, ສັດລ້ຽງ, ເຮືອນຊານ ບ້ານຊ່ອງຂອງປະຊາຊົນທີ່ຢູ່ລຽບແຄມແມ່ນໍ້ຂອງ, ພາຍຫຼັງຝົນຢຸດຕົກເຮັດໃຫ້ລະດັບແມ່ນໍ້າຂອງຄ່ອຍໆຫຼຸດລົງ ຕາມລໍາດັບ.

อาจเป็นรูปภาพของ 7 คน

ໃນວັນທີ 16 ກັນຍາ 2024 ນິ້, ແມ່ນໍ້າຂອງຫຼຸດລົງໄວຜິດປົກກະຕີ ຮອດເວລາປະມານ 23 ໂມງ. ໄດ້ເກີດມີດິນຫຍຸບ ເຈື່ອນລົງ ຢູ່ ຮ້ານ ຊັນເຊັດ ກາເຟ ກອງວັງວີວ ບ້ານໃຫຍ່ ຫ້ວຍຊາຍໃຕ້ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ.

อาจเป็นรูปภาพของ 3 คน

ແຕ່ໂຊກດີບໍ່ມີຜູ້ໄດ້ຮັບບາດເຈັບ ແລະ ສາມາດເກັບເຄື່ອງຂອງອອກມາໄດ້ທັນ ມີພຽງແຕ່ເຮືອນ ແລະ ຮ້ານ ເຈື່ອນລົງແຄມແມ່ນໍ້າຂອງ ໄດ້ສ້າງຄວາມເສຍຫາຍເປັນຈໍານວນຫຼວງຫຼາຍ.

ຂ່າວ: ເງິນຫຼົງ ຈິດພູວົງ, ສະຖານີວິທະຍຸ-ໂທລະພາບ ແຂວງບໍ່ແກ້ວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...