Homeຂ່າວຕ່າງປະເທດໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

ໂດໂດ ທຣຳ ຖືກລອບສັງຫານຄັ້ງທີ 2

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 16 ກັນຍາ 2024 ຜ່ານມາ, ເກີດເຫດລະທຶກຂວັນເມື່ອ ໂດໂນ ທຣຳ ອະດີດປະທານາທິບໍດີສະຫະລັດອາເມລິກາ ຖືກລອບຍິງເປັນຄັ້ງທີ 2 ໃນຮອບ 2 ເດືອນ ໂດຍຮອບຫຼ້າສຸດເກີດຂຶ້ນເມື່ອວັນທີ 15 ກັນຍາ 2024 ຜ່ານມາ, ເຊິ່ງທາງເຈົ້າໜ້າທີ່ສາມາດຈັບຕົບບຜູ້ຕ້ອງສົງໃສໄດ້ແລ້ວ ແລະ ຢູ່ໃນຂັ້ນຕອນການສືບສວນ-ສອບສວນ.

ຕາມການລາຍງານໄດ້ລະບຸວ່າ: ເຫດການລັກລອບຍິງອະດີດປະທານາທິບໍດີ ໂດໂນ ທຣຳ ເກີດຂຶ້ນໃກ້ກັບສະໜາມກັອບ Trump International Golf Club ໃນລັດຟໍລິດາ ພ້ອມຢືນຢັນວ່າອະດີດປະທານາທິບໍດີໂດໂດ ທຣຳ ປອດໄພດີ.

ເຈົ້າໜ້າທີ່ສຳນັກງານສອບສວນກາງສະຫະລັດ ຫຼື ເອັບບີໄອ ໄດ້ເຜີຍແຜ່ພາບຖ່າຍຈາກທີ່ເກີດເຫດມີກະເປົ່າເປ້ 2 ໜ່ວຍ ກ້ອງໂກໂປຣ ແລະ ປືນ AK-47 ືິ້ຖືກເຊື່ອງຢູ່ໃນຟຸ່ມໄມ້ໃກ້ກັບສະໜາມກັອບ ເຈົ້າໜ້າທີ່ຖະແຫຼງຕື່ມວ່າ: ໃນຂະນະທີ່ເຈົ້ານ້າທີ່ກວດສອບພຶ້ນທີ່ສະໜາມກັອບໃນຂຸມຕໍ່ໄປຢູ່ນັ້ນ ໄດ້ສັງເກດເຫັນປາກກະບອກປືນຍື່ນອອກມາຢູ່ບໍລິເວນຟຸ່ມໄມ້ ຈຶ່ງທຳການຍິງປືນໃສ່ຈຳນວນ 4 ນັດໃສ່ຜູ້ຕ້ອງສົງໃສ ຈາກນັ້ນຜູ້ຕ້ອງສົງໃສຈຶ່ງຖິ້ມປືນ ແລະ ອຸປະກອນຕ່າງໆໄວ້ກ່ອນຈະຂີ່ລົດຫຼົບໜີໄປ ແຕ່ສຸດທ້າຍເຈົ້າໜ້າທີ່ກໍສາມາດນຳຈັບໄດ້ສຳເລັດ.

ກ່ອນໜ້ານີ້ ອະດີດປະທານາທິບໍດີ ໂດໂນທຣຳ ກໍເຄີຍຖືກລັກລອບສັງຫານມາແລ້ວຄັ້ງໜຶ່ງ ເມື່ອວັນທີ 13 ກໍລະກົດ 2024 ຜ່ານມາ, ໃນຂະນະທີ່ກຳລັງກ່າວປາໄສທີ່ເມືອງ ບັດເລີ ລັດເພນຊິນເວເນຍ ຈົນຮັບບາດເຈັບທີ່ບໍລິເວນຫູເບື້ອງຂວາ ເຮັດໃຫ້ທາງເຈົ້າໜ້າທີ່ຕ້ອງຮີບນຳໂຕລົງຈາກເວທີ ແລະ ນຳສົ່ງໂຮງໝໍທັນທີ.

ແຫຼ່ງຂ່າວ: ໄທພີບີເອັສ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...