Homeຂ່າວຕ່າງປະເທດພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

ພໍ່ເດັກອາຍຸ 14 ທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ລັດຈໍເຈຍຖືກເຈົ້າໜ້າທີ່ຈັບເນື່ອງຈາກຊື້ປືນໃຫ້ລູກ

Published on

ອີງຕາມສຳນັກຂ່າວ TNN ລາຍງານໃນວັນທີ 6 ກັນຍາ 2024, ເຈົ້າໜ້າທີ່ຕຳຫຼວດຈັບພໍ່ຂອງເດັກຊາຍອາຍຸ 14 ປີ ທີ່ກໍ່ເຫດການຍິງໃນໂຮງຮຽນທີ່ລັດຈໍເຈຍ ຫຼັງພົບວ່າປືນທີ່ໃຊ້ກໍ່ເຫດເປັນຂອງຂວັນວັນຄິດສະມາສທີ່ພໍ່ຊື້ໃຫ້ເມື່ອປີທີ່ແລ້ວ ແລະ ອີກໜຶ່ງສາເຫດອາດເປັນເພາະບັນຫາຄອບຄົບທີ່ເປັນຕົ້ນຕໍໃນການກໍ່ຄວາມຮຸນແຮງໃນຄັ້ງນີ້ິ.

ເຈົ້າໜ້າທີ່ຕຳຫຼວດທ້ອງຖິ່ນໄດ້ຖະແຫຼງວ່າ: ໄດ້ຈັບຕົວ ທ້າບ ຄໍລິນ ເກ ຜູ້ເປັນພໍ່ຂອງເດັກຊາຍອາຍຸ 14 ປີທີ່ກໍ່ເຫດກາດຍິງໃນໂຮງຮຽນ ທີ່ເມືອງໄວເດີ ຂອງລັດຈໍເຈຍ ຈົນເຮັດໃຫ້ມີຄົນເສຍຊີວິດ 4 ຄົນ ແລະ ບາດເຈັບ 9 ຄົນ ຈາກາກນສືບສວນຕຳລວດພົບວ່າປືນທີ່ເດັກຊາຍໃຊ້ໃນການກໍ່ເຫດເປັນປືນທີ່ເຂົາໄດ້ຮັບເປັນຂອງຂວັນໃນວັນຄິດສະມາສເມື່ອປີທີ່ແລ້ວຈາກພໍ່ທີ່ຊື້ນຳຮ້ານຂາຍປືນໃນທ້ອງຖິ່ນ ຕຳຫຼວດຈຶ່ງໄດ້ຕັ້ງຂໍ້ຫາຄາຕະກຳໂດຍບໍ່ສະມັກໃຈ 4 ຂໍ້ຫາ, ຂໍ້ຫາຄາຕະຳກໂດຍບໍ່ໄດ້ຄິດໄຕ່ຕອງໄວ້ກ່ອນ 2 ຂໍ້ຫາ ແລະ ຂໍ້ຫາທຳຮ້າຍຜູ້ເຍົາອີກ 8 ຂໍ້ຫາ ກັບພໍ່ຂອງເດັກຊາຍດັ່ງກ່າວ ເຊຶ່ງຂໍ້ຫາທັງໝົດນີ້ໄດ້ຖືກຕັ້ງຂຶ້ນໂດຍອີງຈາກພຶດຕິກຳຂອງຜູ້ເປັນພໍ່ທີ່ຮູ້ ແລະ ອານຸຍາດໃຫ້ລູກຊາຍຄອບຄອງປືນ.

ສ່ວນເດັກອາຍຸ 14 ປີຜູ້ເປັນມືປືນຖືກຕຳຫຼວດຕັ້ງຂໍ້ຫາຄາຕະກຳໂດຍເຈດຕະນາ ຂໍ້ຫາ ແລະ ຄະດີດັ່ງກ່າວຂອງເດັກຈະຖືກໃຊ້ຄະດີຄືກັນກັບຜູ້ໃຫຍ່ແລ້ວ ແຕ່ເຂົາຈະຢູ່ໃນຄວາມດູແລຂອງກົມຍຸຕິທຳເດັກ ແລະ ເຍົາວະຊົນຂອງລັດຈໍເຈຍ ຈົນຮອດວັນເກີດອາຍຸຄົບ 17 ປີ ເຊິ່ງຕາມກົດໝາຍຂອງລັດຈໍເຈຍ ເດັກນ້ອຍທີ່ມີອາຍຸລະຫວ່າງ 13-17 ປີ ທີ່ກໍ່ເຫດອາຊະຍາກໍາຮ້າຍແຮງຈະຖືກລົງໂທດແບບຜູ້ໃຫຍ່ໂດຍອັດຕະໂນມັດ.

ສ່ວນອີກສາເຫດໜຶ່ງທີ່ເປັນຕົ້ນຕໍໃນການກໍ່ເຫດຕຳຫຼວດເປີດເຜີຍວ່າ: ເປັນບັນຫາພາຍໃນຄອບຄົວຂອງຜູ້ກໍ່ເຫດ ພໍ່ແມ່ຂອງເດັກອາຍຸ 14 ປີ ໄດ້ຍ່າຮ້າງກັນ ແລະ ຕັດສິນໃຈໃຫ້ລູກອາໃສຢູ່ກັບທາງຝັ່ງຂອງພໍ່ ຕຳຫຼວດຄົນນີ້ກ່າວວ່າເດັກຄົນນີ້ຕ້ອງທົນຢູ່ກັບບັນຫາຄອບຄົວທີ່ບໍ່ສົມບູນແບບ ແຕ່ຂະນະດຽວກັນພົບວ່າພໍ່ເດັກຊາຍມີແນວໂນ້ມເປັນຕົ້ນແບບໃຫ້ລູກກໍ່ຄວາມຮຸນແຮງເນື່ອງຈາກພໍ່ລູກຄູ່ນີ້ມັກອອກໄປລ່າສັດ ແລະ ຈາກການຄົ້ນບ້ານຍັງພົບພາບຖ່າຍຂອງເດັກຊາຍພ້ອມກັບເລືອດດກວາງເປື້ອນເຕັມໜ້າອີກດ້ວຍ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...