Homeຂ່າວພາຍ​ໃນສະຫຼຸບຜົນການກວດກາ-ລົບລ້າງ ແກ້ງຄໍເຊັນເຕີຂ້າມຊາດ ຢູ່ສາມຫຼ່ຽມຄໍາ

ສະຫຼຸບຜົນການກວດກາ-ລົບລ້າງ ແກ້ງຄໍເຊັນເຕີຂ້າມຊາດ ຢູ່ສາມຫຼ່ຽມຄໍາ

Published on

ຄະນະຮັບຜິດຊອບລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ (ແກ້ງຄໍເຊັນເຕີ) ຂ້າມຊາດ ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບຜົນການລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມຂ້າມຊາດ ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາ ໃນອາທິດຜ່ານມາ, ໂດຍການເຂົ້າຮ່ວມຂອງ ພົຕ ສາຍໃຈ ກົມມະສິດ ຮອງເຈົ້າແຂວງບໍ່ແກ້ວ ຜູ້ຊີ້ນໍາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ມີສະພາບໍລິຫານເສດຖະ ກິດພິເສດສາມຫຼ່ຽມຄໍາ, ຂະແໜງການທີ່ກ່ຽວຂ້ອງ, ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ເຂົ້າຮ່ວມ.

May be an image of 10 people and text

ທ່ານ ບຸນທອງ ແສງສີກອງ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ລາຍງານຜົນການລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມຂ້າມຊາດ ຢູ່ພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄໍາວ່າ: ການລົງກວດກາ ແລະ ລົບລ້າງກຸ່ມແກ້ງສໍ້ໂກງທາງໂທລະຄົມ ຂ້າມຊາດ ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຄັ້ງນີ້ ເປັນຄັ້ງທີ 11.

May be an image of 6 people and text

ເຊິ່ງໄດ້ເລີ່ມປະຕິບັດການແຕ່ວັນທີ 26-29 ສິງຫາ 2024, ມີຈໍານວນບຸກຄະລາກອນຮ່ວມປະຕິບັດການຄັ້ງນີ້ 240 ຄົນ, ໂດຍໄດ້ແບ່ງອອກເປັນ 4 ຈຸ ຄື: ຈຸຊີ້ນໍາລວມ, ຄະນະຮັບຜິດຊອບພາກສະໝາມ, ຄະນະອະນຸກໍາມະການກອງເລຂາ, ຄະນະລົງຈັດຕັ້ງປະຕິບັດຕົວຈິງຢູ່ພາກສະໝາມ, ໃນນີ້ ໄດ້ລົງກວດກາຢຸ່ 46 ຫົວໜ່ວຍ.

May be an image of digital audio player, phone and text

ຜ່ານການລົງກວດກາ ສ່ວນຫຼາຍແມ່ນບໍ່ພົບເຈົ້າຂອງຫົວໜ່ວຍທຸລະກິດ, ສ່ວນອຸປະກອນທີ່ນຳໃຊ້ເຂົ້າໃນການເຄື່ອນໄຫວການສໍ້ໂກງທາງໂທລະຄົມ ຄະນະຮັບຜິດຊອບໄດ້ກວດພົບເຫັນ ແລະ ໄດ້ເຮັດບົດບັນທຶກ ແລະ ອາຍັດ ໂດຍຮູບການໃຊ້ກະແຈລ໋ອກປະຕູເຂົ້າ-ອອກບໍລິເວນສະຖານທີ່ມີ: ຄອມພິວເຕີຕັ້ງໂຕະ 10,288 ເຄື່ອງ, ໂນດບຸກ 189 ເຄື່ອງ, ໂທລະສັບມືຖື 11,063 ເຄື່ອງ, ອຸປະກອນຮັບ-ສົ່ງສັນຍານ 2,702 ຊຸດ, ເຄື່ອງພິມ(ປິນເຕີ) 17 ເຄື່ອງ, ເງິນສົດ 710 ຢວນ, ຕູ້ເຊບ 189 ໜ່ວຍ, ໂຕະ 3,040 ໜ່ວຍ, ຕັ້ງອີ້ 16,934 ໜ່ວຍ, ຕູ້ເຢັນ 20 ໜ່ວຍ, ຕູ້ນໍ້າຮ້ອນ-ເຢັນ 17 ໜ່ວຍ, ແອເຢັນ 14 ໜ່ວຍ, ພັດລົມ 9 ໜ່ວຍ, ໂຊຟາ 7 ໜ່ວຍ, ລໍາໂພງ 5 ໜ່ວຍ, ລົດເກັງ 1 ຄັນ.

May be an image of 4 people and text

ສຳລັບ ບໍລິສັດບໍລິຫານຈັດການໄຊເບີລາວ ຈໍາກັດ ຫຼື LCM ແມ່ນແນະນໍາໃຫ້ປະກອບເອກະສານ ແລະ ເປັນຕົວແທນປະສານງານການຄຸ້ມຄອງບໍລິຫານບັນດາບໍລິສັດ ທີ່ໄດ້ຂຶ້ນທະບຽນກິດຈະການເກມອອນລາຍ ຫຼື ການພະນັນອອນລາຍ ແມ່ນໃຫ້ກໍານົດສະຖານທີ່ ແລະ ເວລາ, ໃຫ້ມາແຈ້ງບັນຊີ, ຂໍ້ມູນລະອຽດຂອງບັນດາບໍລິສັດ ທີ່ຂຶ້ນກັບ 16 ບໍລິສັດແມ່ ແລະ 75 ສາຂາຍ່ອຍທີ່ຂຶ້ນກັບ 9 ບໍລິສັດແມ່ ເປັນຕົ້ນແມ່ນ ຊື່ຕຶກ, ຊັ້ນ, ເບີຫ້ອງ, ຈໍານວນຫ້ອງ, ເຄື່ອງອຸປະກອນເຮັດວຽກ, ຄອມພິວເຕີ, ໂນດບຸກ, ມືຖື, ໂຕະ, ຕັ່ງ, ເຄື່ອງຮັບສັນຍານເນັດ, ເບີໂທ, ຊິມໂທຕ່າງໆ ແລະ ຈໍານວນແຮງງານແຕ່ລະສັນຊາດຢ່າງລະອຽດ.

ຂ່າວ: ຄວາມສະຫງົບ, ຮູບ: ພູເງິນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...