spot_img
Homeຂ່າວພາຍ​ໃນຄະນະສະເພາະກິດ ຫາລື ຮ່ວມກັບອະດີດການນໍາ ແກ້ໄຂລາຄາສິນຄ້າ-ອັດຕາເງິນເຟີ້

ຄະນະສະເພາະກິດ ຫາລື ຮ່ວມກັບອະດີດການນໍາ ແກ້ໄຂລາຄາສິນຄ້າ-ອັດຕາເງິນເຟີ້

Published on

ຄະນະສະເພາະກິດ 83/ນຍ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ ຈັດກອງປະຊຸມປຶກສາຫາລື ຮ່ວມກັບອະດີດການນໍາຂັ້ນສູງ ກ່ຽວກັບທິດ ທາງການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ ໃນວັນທີ 30 ສິງຫາທີ່ຜ່ານມາ, ໂດຍການເປັນປະທານຮ່ວມ ຂອງທ່ານ ກອງແກ້ວ ໄຊສົງຄາມ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ປະທານ ສະຖາບັນວິທະຍາສາດເສດຖະກິດ ແລະ ສັງຄົມແຫ່ງຊາດ, ທັງເປັນຫົວໜ້າຄະນະສະເພາະກິດ 83/ນຍ, ທ່ານ ບົວສອນ ບຸບຜາວັນ ອະດີດກຳມະການກົມການ ເມືອງສູນກາງພັກ, ອະດີດນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ສົມດີ ດວງດີ ອະດີດກຳມະການສູນກາງພັກ, ອະດີດຮອງນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງການເງິນ ໂດຍມີ ບັນດາອະດີດການນໍາພັກ-ລັດ ຂັ້ນສູງ ທີ່ກ່ຽວຂ້ອງຈໍານວນໜຶ່ງ, ມີຄະນະສະເພາະກິດ 83/ນຍ, ນັກຄົ້ນຄວ້າ, ນັກວິທະຍາສາດ, ຊ່ຽວຊານ ແລະ ພະນັກ ງານ-ລັດຖະກອນ ເຂົ້າຮ່ວມ.

May be an image of 11 people, dais and text

ຄະນະສະເພາະກິດ 83/ນຍ ທີ່ໄດ້ຮັບການແຕ່ງຕັ້ງຈາກລັດຖະບານ ເພື່ອລົງເລິກຄົ້ນຄວ້າກຳນົດມາດຕະ ການແກ້ໄຂ ແລະ ດຳເນີນການຄົ້ນຄວ້າ ປະເມີນຜົນການຈັດຕັ້ງປະຕິບັດ ບັນດາມາດຕະການແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້ ທີ່ເພີ່ມສູງຂຶ້ນ ໄດ້ຮັບການແຕ່ງຕັ້ງ ໃນເດືອນກໍລະກົດ 2024 ຜ່ານມາ ໂດຍຄະນະສະເພາະກິດ ໄດ້ຈັດກອງປະຊຸມລະດົມ ຄວາມຄິດເຫັນ ເພື່ອແກ້ໄຂບັນຫາລາຄາສິນຄ້າ ແລະ ອັດຕາແລກເງິນເຟີ້ ທີ່ເພີ່ມສູງຂຶ້ນ ໄປແລ້ວ 2 ຄັ້ງ.

May be an image of 6 people and text

ຄັ້ງທີ 1, ໃນວັນທີ 2 ສິງຫາ 2024 ໄດ້ຈັດກອງປະຊຸມກັບພາກທຸລະກິດ ເພື່ອຄົ້ນຄວ້າວິທີການ ແລະ ມາດຕະການ ໃນການຫລຸດຜ່ອນຕົ້ນທຶນການຜະລິດສິນຄ້າ ແລະ ການບໍລິການ, ການປະ ຢັດເງິນຕາຕ່າງປະເທດ ເພື່ອຫລຸດຜ່ອນແຮງກົດດັນຕໍ່ຄ່າເງິນກີບ. ຄັ້ງທີ 2, ວັນທີ 19 ສິງຫາ 2024 ໄດ້ຈັດກອງປະຊຸມຮ່ວມກັບອະດີດການນໍາຂັ້ນສູງ ແລະ ຊ່ຽວຊານຜູ້ຊົງຄຸນວຸທິ ບັນດາອະດີດລັດຖະມົນຕີ, ຮອງລັດຖະ ມົນຕີ, ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ເພື່ອແລກປ່ຽນຖອດຖອນບົດຮຽນ ໃນການແກ້ໄຂ ບັນຫາລາຄາສິນຄ້າ ແລະ ອັດຕາເງິນເຟີ້.

May be an image of 17 people

ຜ່ານກອງປະຊຸມທັງ 2 ຄັ້ງ, ຄະນະສະເພາະກິດ ໄດ້ຮັບຂໍ້ມູນ ຈາກພາກທຸລະກິດ ແລະ ແລກປ່ຽນບົດຮຽນ ປະສົບການ ຈາກອະດີດການນໍາຂັ້ນສູງ ຂອງພັກ-ລັດ ອັນເປັນປະໂຫຍດສູງ ໃຫ້ແກ່ຄະນະສະເພາະກິດ ໄດ້ນໍາໄປ ຄົ້ນຄວ້າລົງເລິກ ກຳນົດບັນດາມາດຕະການ ແລະ ນະໂຍບາຍ ໃນການແກ້ໄຂບັນຫາໃຫ້ສອດຄ່ອງ ກັບສະພາບຄວາມຮຽກຮ້ອງຕ້ອງການຕົວຈິງຂອງສັງຄົມ ແລະ ລາຍງານຕໍ່ລັດຖະບານ ເພື່ອພິຈາລະນາຈັດຕັ້ງຜັນຂະຫຍາຍ.

ສຳລັບກອງປະຊູມຄັ້ງ ທີ 3 ນີ້, ຈະໄດ້ຮັບຄວາມຄິດເຫັນ ແລະ ປະສົບການຕົວຈິງ ຈາກອະດີດການນໍາຂັ້ນສູງ ຂອງພັກ ແລະ ລັດຖະບານ ເປັນຕົ້ນແມ່ນຄໍາຄິດເຫັນ ຈາກອະດີດນາຍົກ-ຮອງນາຍົກລັດຖະມົນຕີ, ອະດີດການນໍາຂັ້ນສູງ, ນັກວິທະຍາສາດ ແລະ ນັກຄົ້ນຄວ້າ ທີ່ມີປະສົບການສູງ ໃນການແກ້ໄຂບັນຫາເສດຖະກິດ-ການເງິນເຊິ່ງຄະນະສະເພາະກິດ ຈະໄດ້ສືບຕໍ່ ນໍາໄປຜັນຂະຫຍາຍລົງເລິກຄົ້ນຄວ້າ ກຳນົດບັນດາມາດຕະການໃຫ້ຖືກທິດ, ມີວິທະຍາສາດ ແລະ ແທດເໝາະກັບສະພາບຄວາມເປັນຈິງ ໃນແຕ່ລະໄລຍະ.

ຂ່າວ: ວສລ
ພາບ: ເກດສະໜາ

ບົດຄວາມຫຼ້າສຸດ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...