Homeຂ່າວພາຍ​ໃນເປີດສູນຢ້ຽມຢາມໂຄງການເກັບກູ້ລະເບີດ ທີ່ແຂວງຫຼວງພະບາງ

ເປີດສູນຢ້ຽມຢາມໂຄງການເກັບກູ້ລະເບີດ ທີ່ແຂວງຫຼວງພະບາງ

Published on

ເມື່ອບໍ່ດົນມານີ້, ທີ່ຫ້ອງການໂຄງການເກັບກູ້ລະເບີດປະຈໍາແຂວງຫຼວງພະບາງ ໄດ້ຈັດພິທີເປີດສູນຢ້ຽມຢາມ ໂຄງການເກັບກູ້ລະເບີດແຫ່ງຊາດໃຫ້ເປັນໜຶ່ງໃນສະຖານທີ່ທ່ອງທ່ຽວ-ສຶກສາຂໍ້ມູນຢູ່ແຂວງຫຼວງພະບາງ, ມີທ່ານ ອານຸສັກ ພົງສາ ຜູ້ອຳນວຍການໂຄງການເກັບກູ້ລະເບີດແຫ່ງຊາດ ພ້ອມດ້ວຍຜູ້ຕາງໜ້າຈາກກະຊວງກ່ຽວຂ້ອງ ແລະ ພະ ນັກງານອົງການເກັບກູ້ລະເບີດເຂົ້າຮ່ວມ.

May be an image of 2 people, speaker and text

ທ່ານ ອານຸສັກ ພົງສາ ກ່າວວ່າ: ສູນຢ້ຽມຢາມໂຄງການເກັບກູ້ລະເບີດປະຈຳແຂວງຫຼວງພະບາງ ໄດ້ຮັບການສ້າງຂຶ້ນແຕ່ປີ 2009 ນັບແຕ່ມື້ສ້າງຕັ້ງມາຮອດປັດຈຸບັນໄດ້ຕ້ອນຮັບຄະນະຜູ້ແທນລວມທັງນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າຢ້ຽມຊົມທັງໝົດ 117.764 ຄົນ ສ່ວນໃຫຍ່ແມ່ນນັກທ່ອງທ່ຽວທີ່ມາຈາກບັນດາປະເທດເອີຣົບ.

May be an image of 6 people

ພາຍໃນສູນໄດ້ວາງສະແດງຮ່າງລະເບີດລູກຫວ່ານ, ຮູບພາບ ແລະ ແຜ່ນແພທີ່ບອກເລົ່າເລື່ອງລາວຂອງຜູ້ທີ່ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກທີ່ຕົກຄ້າງ ໂດຍຜ່ານການແກະສະລັກ ແລະ ການຕໍ່າແຜ່ນແພດ້ວຍຄວາມປານີດສະ ທ້ອນໃຫ້ເຫັນເຖິງຄວາມໂຫດຮ້າຍຂອງສົງຄາມ ແລະ ໄພຂົ່ມຂູ່ຈາກລະເບີດບໍ່ທັນແຕກທີ່ຕົກຄ້າງທີ່ປະຊາຊົນລາວບັນດາເຜົ່າຕ້ອງປະເຊີນເຖິງແມ່ນວ່າສົງຄາມຈະສິ້ນສຸດລົງ 50 ກວ່າປີແລ້ວກໍຕາມ, ການແກະສະຫຼັກ ແລະ ການຕ່ຳແຜ່ນໄດ້ສະແດງໃຫ້ເຫັນສະພາບການດຳລົງຊີວິດຂອງປະຊາຊົນລາວໃນເຂດທີ່ມີລະເບີດບໍ່ທັນແຕກຕົກຄ້າງ ທີ່ຕົກຢູ່ໃນສະພາບຄວາມຫຍຸ້ງຍາກຢ້ານກົວ ແລະ ໃນບາງກໍລະນີໄດ້ພົບກັບການສູນເສຍຈາກການເກີດອຸບັດເຫດ ຍ້ອນລະ ເບີດບໍ່ທັນແຕກທີ່ຕົກຄ້າງ.

May be an image of 6 people and wedding

ພ້ອມນັ້ນໄດ້ມີການວາງສະແດງບັນດາລູກລະເບີດເປົ່າ ທີ່ສາມາດທ້ອນໂຮມໄວ້ໄດ້ຈຳນວນໜຶ່ງ ຊຶ່ງເປັນລະເບີດທີ່ປອດໄພແລ້ວ ເພື່ອໃຫ້ຜູ້ເຂົ້າທ່ຽວຊົມໄດ້ເຫັນລະເບີດແຕ່ລະຊະນິດ ແລະ ສຳພະວຸດຕ່າງໆທີ່ຕົກຄ້າງຢູ່ສປປ ລາວ ທັງມີການປັບປຸງຫ້ອງສາຍວີດີໂອ ຊຶ່ງຈະເປັນວີດີໂອທີ່ບອກເລົ່າເລື່ອງລາວກ່ຽວກັບປະຫວັດຂອງສົງຄາມອິນດູຈີນຄັ້ງທີ 2 ແລະ ມີວີດີໂອກ່ຽວກັບການເຄື່ອນໄຫວວຽກງານຂອງໂຄງການເກັບກູ້ລະເບີດແຫ່ງຊາດອີກຈຳນວນໜຶ່ງ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...