Homeຂ່າວພາຍ​ໃນຈຳປາສັກ ເຂັ້ມງວດທຸລະກິດຮ້ານອາຫານ-ຮ້ານບັນເທີງ

ຈຳປາສັກ ເຂັ້ມງວດທຸລະກິດຮ້ານອາຫານ-ຮ້ານບັນເທີງ

Published on

ພະແນກຖະແຫລ່ງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວ ແຂວງຈຳປາສັກ (ຖວທ) ໄດ້ອອກແຈ້ງການ ໃຫ້ເຂັ້ມງວດໃນການ ຄຸ້ມຄອງການເຄື່ອນໄຫວ ຂອງຫົວໜ່ວຍທຸລະກິດຮ້ານອາຫານ ຂອງບຸກຄົນ,ນິຕິບຸກຄົນ ທັງພາຍໃນ ແລະ ຕ່າງປະເທດ ພາຍໃນແຂວງຈຳປາສັກ ທີ່ຂໍໃບອະນຸຍາດເຄື່ອນໄຫວດຳເນີນທຸລະກິດເປັນຮ້ານອາຫານ ແຕ່ລະເມີດ ເປີດເປັນຮ້ານກິນດື່ມບັນເທີງ ພ້ອມທັງບໍລິການກາຍໂມງເວລາທີ່ທາງການກຳນົດ ແລະ ສົ່ງສຽງເນືອງນັນເກີນລະບຽບການກຳນົດໄວ້ ຊຶ່ງເປັນປະກົດການຫຍໍ້ທໍ້ເກີດຂຶ້ນໃນສັງຄົມ.

May be an image of lighting and text

ສຳລັບເນື້ອໃນແຈ້ງການ ໄດ້ເນັ້ນໜັກ ແລະ ລະບຸຊັດເຈນວ່າ: ມອບໃຫ້ຫົວໜ້າຫ້ອງການ ຖວທ 1 ນະຄອນ ແລະ 9 ຕົວເມືອງ ສົມທົບການຂະແໜງການທີ່ກ່ຽວຂ້ອງ ລົງສ້າງບົດບັນທຶກຮ່ວມກັບເຈົ້າຂອງທຸລະກິດຮ້ານອາຫານທີ່ຕົນອອກໃບອະນຸຍາດເຄື່ອນໄຫວເຮັດບໍລິການຮ້ານອາຫານ-ເຄື່ອງດຶ່ມ ແລະ ເພີ່ມການບໍລິການ ໃຫ້ແຂກຮ້ອງເພງ-ລຳ (ຄາຣາໂອເກະ) ແລະ ບໍລິການຮ້ອງເພງ-ລຳ ແກ່ແຂກ (ໂຟກຊອງ) ເພື່ອໃຫ້ຢຸດເຊົາການບໍລິການໃນຮູບແບບດັ່ງກ່າວ.

May be an image of 5 people, people studying and table

ແຕ່ຖ້າເຈົ້າຂອງທຸລະກິດຢາກສືບຕໍ່ດຳເນີນທຸລະກິດເພີ່ມ ໃນຮູບແບບບັນເທີງ ໃຫ້ແນະນຳເຈົ້າຂອງທຸລະກິດ ເຂົ້າມາຍື່ນຄຳຮ້ອງຂໍອະນຸຍາດການດຳເນີນທຸລະກິດບັນເທີງດ້ວຍຕົນເອງ ຢູ່ຫ້ອງການບໍລິ ການລົງທຶນປະຕູດຽວຂັ້ນແຂວງ ໂດຍກຳນົດສົ່ງບົດລາຍ ແລະ ບົດບັນທຶກຮ່ວມກັບເຈົ້າຂອງທຸລະກິດ ແກ່ພະແນກ ຖວທ ແຂວງໂດຍໄວ ໂດຍສະເພາະ ນະຄອນປາກເຊ, ຊຶ່ງເປັນນະຄອນທ່ອງທ່ຽວ ບໍ່ໃຫ້ເກີນວັນທີ 23 ສິງຫາ 2024.

May be an image of 12 people and text

ໂອກາດດຽວກັນ, ຄະນະດັ່ງກ່າວ ຍັງໄດ້ລົງກວດກາການເຄື່ອນ ໄຫວດຳເນີນທຸລະກິດ 2 ຮ້ານຄື: ຮ້ານ ເຢດ 99 ບາ ແລະ ຮ້ານ ໂຊບາ, ຊຶ່ງໃບທະບຽນອະນຸຍາດ ແມ່ນເປີດເປັນຮ້ານອາຫານ, ແຕ່ຕົວຈິງແມ່ນເປັນຮ້ານບັນເທີງ ຊຶ່ງຜິດກັບການອະນຸຍາດ ແລະ ໄດ້ເຮັດບົດບັນທຶກ ໃຫ້ເຈົ້າຂອງກິດຈະການ ໄປປະກອບເອກະສານອະນຸຍາດ ໃຫ້ຖືກຕ້ອງ.

ຂ່າວ: ໜັງສືພິມຈຳປາໃໝ່

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...