spot_img
Homeຂ່າວພາຍ​ໃນສະພາບເສັ້ນທາງປາກທາ-ກ້ອນຕື່ນ ແຂວງບໍ່ແກ້ວ ຍັງບໍ່ທັນສັນຈອນໄດ້

ສະພາບເສັ້ນທາງປາກທາ-ກ້ອນຕື່ນ ແຂວງບໍ່ແກ້ວ ຍັງບໍ່ທັນສັນຈອນໄດ້

Published on

ເນື່ອງຈາກວ່າ: ຝົນຕົກແຮງ ຕິດຕໍ່ກັນຫຼາຍວັນມາຮອດວັນທີ 21 ສິງຫາ ທີ່ຜ່ານມາ, ເຮັດໃຫ້ເສັ້ນທາງລະຫວ່າງ ປາກທາ-ກ້ອນຕື່ນ ເມືອງປາກທາ ແຂວງບໍ່ແກ້ວ ຂາດຫຼາຍຈຸດ, ພ້ອມທັງມີດິນສະໄລ້ທັບທາງ ໄລຍະແຕ່ ປາກທາ-ບ້ານຫ້ວຍຊົວະ ແລະ ນໍ້າຫ້ວຍໄດ້ຍື່ງຂື້ນສູງ.

May be an image of 2 people and text

ເຊິ່ງລົດທຸກຊະນິດ ບໍ່ສາມາດຜ່ານໄດ້, ພ້ອມທັງມີເສົາໄຟຟ້າ 22 KV ລົ້ມຫຼາຍຕົ້ນ, ປະຊາຊົນຫຼາຍບ້ານບໍ່ມີໄຟຟ້າໃຊ້, ເນື້ອທີ່ນາຂອງປະຊາຊົນ ຖືກນໍ້ານອງຊຸ ເສຍຫາຍຫຼາຍບ້ານ ຍັງບໍ່ສາມາດປະເມີນຄວາມເສຍຫາຍໄດ້.

May be an image of 4 people, grass and tree

ຕໍ່ກັບເຫດການດັ່ງກ່າວ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງໂດຍມີ ທ່ານ ນາງ ຈັນສຸກ ວັນນະວົງ ຮອງເຈົ້າເມືອງປາກທາ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ໄດ້ລົງສໍາຫຼວດ ແລະ ຕິດຕາມການແກ້ໄຂເບື້ອງຕົ້ນຄາດວ່າ: ເສັ້ນທາງຈະກັບມານໍາໃຊ້ໄດ້ໃນວັນທີ 23 ສິງຫາ 2024, ສໍາລັບທ່ານໃດທີ່ຈະເດີນທາງ ມາເສັ້ນທາງດັ່ງກ່າວ ແມ່ນໃຫ້ລະວັງໃນການຂັບຂີ່ ແລະ ຕິດຕາມສະພາບດິນຟ້າອາກາດແລະ ສຶກສາຂໍ້ມູນໃຫ້ລະອຽດກ່ອນອອກເດີນທາງ.

ຂ່າວ: ຫ້ອງການ ຖະແຫຼງຂ່າວ ເມືອງປາກທາ ຖວທ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...