Homeຂ່າວການສຶກສານັກສຶກສາລາວໄດ້ຮັບທຶນການສຶກສາ ການາດາ - ອາຊຽນ ຊີດ

ນັກສຶກສາລາວໄດ້ຮັບທຶນການສຶກສາ ການາດາ – ອາຊຽນ ຊີດ

Published on

ໃນວັນທີ 12 ສິງຫາ 2024 – ຄັ້ງທຳອິດ, ນັກສຶກສາລາວທີ່ມີຄວາມຮູ້ຄວາມສາມາດທັງ 3 ຄົນ ໄດ້ຮັບລາງວັນ ທຶນການສຶກສາ ການາດາ – ອາຊຽນ ຊີດ ແລະ ທຶນແລກປ່ຽນການສຶກສາເພື່ອການພັດທະນາ (SEED) ຫຼື Canada-ASEAN Scholarships and Educational Exchanges for Development (SEED) scholarships. ເປັນໂຄງການທຶນການສຶກສາຈາກປະເທດການາດາ ທີ່ມີເປົ້າໝາຍເພື່ອເສີມຂະຫຍາຍສາຍພົວພັນລະຫວ່າງ ປະເທດການາດາ ແລະ ບັນດາປະເທດໃນອາຊຽນ ໂດຍການສະໜັບສະໜູນຜ່ານການດຳເນີນການຕາມວາລະການພັດທະນາທີ່ຢືນຍົງ ປີ 2030, ເພື່ອຫຼຸດຜ່ອນຊ່ອງວ່າງການພັດທະນາ ແລະ ຫຼຸດຜ່ອນຄວາມທຸກຍາກໃນອາຊີຕາເວັນອອກສ່ຽງໃຕ້. ການສຶກສາລວມມີຫົວຂໍ້ຕ່າງໆເຊັ່ນ: ກະເສດອັດສະລິຍະ, ພະລັງງານທົດແທນ,​ ການຄຸມຄອງການເງິນສາທາລະນະ, ຄວາມບໍ່ສະເໝີພາບທາງເພດ, ສຸຂະພາບ, ສິດທິຂອງແມ່ຍິງ ແລະ ເດັກຍິງ.

ຜູ້ໄດ້ຮັບທຶນທຳອິດນີ້ ໄດ້ແກ່ ນາງ ປະກາຍຄຳ ນິຕິບັນດິດ ແລະ ນາງ ສິລິວັນ ລືຊາ ທັງສອງເປັນນັກສຶກສາຈາກຄະນະເສດຖະເສດ ແລະ ບໍລິຫານທຸລະກິດ, ມະຫາວິທະຍາໄລແຫ່ງຊາດ ເຊິ່ງທັງສອງຈະເຂົ້າສຶກສາຕໍ່ທີ່ຄະນະບໍລິຫານທຸລະກິດຂອງມະຫາວິທະຍາໄລໃນ British Columbia, ປະເທດການາດາ. ສຳລັບ ນາງ ອາມອນລັດ ສົມອຸໄລ ນັກສຶກສາລາວ ຈາກມະຫາວິທະຍາໄລສຸຂະພາບ ຈະສຶກສາຕໍ່ທີ່ ມະຫາວິທະຍາໄລ Calgary ຢູ່ Alberta, ປະເທດການາດາ ໃນທ້າຍປີນີ້. ນາງ ປະກາຍຄຳ ກ່າວວ່າ: “ທຶນການສຶກສາຄັ້ງນີ້, ຖືເປັນໂອກາດອັນຍິ່ງໃຫຍ່ສຳລັບນ້ອງ ໃນການຂະຫຍາຍຄວາມຮູ້ ແລະ ມີສ່ວນຮ່ວມໃນການສະໜັບສະໜູນການພັດທະນາແບບຢືນຍົງໃນລາວ”.

ທ່ານ Bob Paquin ອຸປະທູດ ການາດາ ປະຈຳ ສປປ ລາວ ໄດ້ກ່າວວ່າ: ການສຶກສາໃນລະດັບນານາຊາດ ຈະຊ່ວຍສົ່ງເສີມ ຄວາມສຳພັນລະຫວ່າງປະຊາຊົນ ເຊິ່ງມີຄວາມສຳຄັນຕໍ່ຄວາມສຳເລັດໃນໄລຍະຍາວໃນເສດຖະກິດໂລກທີ່ເຊື່ອມໂຍງກັນຫຼາຍຂຶ້ນ. ນອກຈານນີ້, ຍັງເປັນໂອກາດແກ່ປະຊາຊົນການາດານຳອີກ ເພາະຂ້າພະເຈົ້າເຫັນວ່າ ນັກສຶກສາອາຊຽນກໍແມ່ນທູດຂອງອາຊຽນ. ພ້ອມດຽວກັນນັ້ນ, ທ່ານ Bob Paquin ຍັງຫວັງວ່າ SEED ຈະຊ່ວຍສົ່ງເສີມໃຫ້ປະຊາຊົນລາວມາສຶກສາຕໍ່ທີ່ການາດາຫຼາຍຂຶ້ນ ເພາະຄວາມບໍ່ລຶ້ງເຄີຍ ແລະ ໄລຍະທາງຍັງເປັນອຸປະສັກ. ດັ່ງນັ້ນ, ທຶນການສຶກສາ SEED ແມ່ນໄດ້ຮັບຄວາມອຳນວຍສະດວກຈາກການຮ່ວມມືຂອງສະຖາບັນ ແລະ ຂໍ້ຕົກລົງການແລກປ່ຽນນັກສຶກສາລະຫວ່າງປະເທດການາດາ ແລະ ບັນດາປະເທດອາຊຽນ. ສຳລັບຜູ້ທີ່ມີຄວາມສົນໃຈແມ່ນສາມາດສອບຖາມສະຖາບັນຂອງຕົນວ່າມີການຮ່ວມມືກັບສະຖາບັນການາດາ ຫຼື ບໍ່.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...