Homeຂ່າວຕ່າງປະເທດພົບສົບຍິງລາວ ເສຍຊີວິດປິດສະໜາ ທີ່ຄອນໂດປະເທດໄທ

ພົບສົບຍິງລາວ ເສຍຊີວິດປິດສະໜາ ທີ່ຄອນໂດປະເທດໄທ

Published on

ໃນເວລາ 18:00 ນາທີ, ຂອງວັນທີ 8 ສິງຫາທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດໄດ້ຮັບແຈ້ງເຫດວ່າ: ພົບສົບຍິງສາວ ຢູ່ໃນຫ້ອງນໍ້າຄອນໂດແຫ່ງໜຶ່ງ ທີ່ເມືອງບາງລະມຸງ, ແຂວງຊົນບູລີ.

ເຈົ້າໜ້າທີ່ໄດ້ໃຫ້ຮູ້ວ່າ: ຜູ້ເສຍຊີວິດຊື່ວ່າ ນາງສາວ ໄພ ມະນີ ຫຼື ຊື່ໄທແມ່ນ ນໍ້າຝົນ, ອາຍຸ 28 ປີ, ຊາວລາວ, ສະພາບສົບນອນຫງາຍຈົມກອງເລືອດ ຢູ່ພາຍໃນຫ້ອງນໍ້າ, ບໍລິເວນລໍາຄໍມີບາດແຜຂະໜາດໃຫຍ່ ຄ້າຍກັບຖືກຂອງມີຄົມປາດ ຈົນຫຼອດລົມຂາດ, ຄາດວ່າເສຍຊີວິດມາແລ້ວປະມານ 12 ຊົ່ວໂມງ, ມືດ້ານຂວາຂອງຜູ້ເສຍຊີວິດພົບມີດຂະໜາດໃຫຍ່ 1 ເຫຼັ້ມ ແລະ ພົບມີດປອກໝາກໄມ້ປາຍແຫຼມ ຍາວປະມານ 15 ເຊັນ ວາງໃນອ່າງລ້າງມື, ບໍລິເວນໜ້າຫ້ອງນໍ້າ ພົບຮອຍຕີນຂະໜາດໃຫຍ່ທີ່ເປື້ອນເລືອດ.

ໝູ່ຂອງຜູ້ເສຍຊີວິດໄດ້ໃຫ້ການກັບເຈົ້າໜ້າທີ່ວ່າ: ເວລາປະມານ 14:00 ນາທີຂອງວັນທີ 8 ສິງຫາທີ່ຜ່ານມາ, ເອື້ອຍຂອງຜູ້ເສຍຊີວິດໄດ້ໂທມາຫາຕົນ ໃຫ້ຊ່ວຍມາເບິ່ງນ້ອງສາວໃຫ້ແນ່, ຫຼັງຕິດຕໍ່ບໍ່ໄດ້, ແຕ່ເມື່ອລາວມາຫາຢູ່ຫ້ອງ ກໍພົບວ່າປະຕູລັອກຈາກດ້ານໃນ, ແຟນຊາວຈີນຂອງຜູ້ເສຍຊີວິດ ຊື່ ສາງ ຈື, ອາຍຸ 42 ປີ ກໍເຂົ້າຫ້ອງບໍ່ໄດ້ເຊັ່ນກັນ, ໂດຍອ້າງວ່າ: ຖືກແຟນໄລ່ອອກຈາກຫ້ອງ.

ເມື່ອເຫັນທ່າບໍ່ດີ, ຈຶ່ງໄດ້ແຈ້ງໃຫ້ຊ່າງມາເປີດປະຕູຫ້ອງ, ເມື່ອເປີດປະຕູໄດ້ ແຟນຂອງຜູ້ເສຍຊີວິດກໍຍ່າງເຂົ້າໄປໃນຫ້ອງ ພ້ອມແລ່ນອອກມາດ້ວຍສີໜ້າແຕກຕື່ນວ່າ: ”ລາວຕາຍແລ້ວ” , ຈາກນັ້ນຈຶ່ງໂທແຈ້ງເຈົ້າໜ້າທີ່ຕຳຫຼວດ, ຫຼັງຈາກນັ້ນ ແຟນໜຸ່ມຊາວຈີນກໍຫາຍຕົວໄປ ໂດຍໃຊ້ເຫດຜົນວ່າ ບໍ່ກ້າຢູ່ຈຸດເກີດເຫດ ເພາະຕົນບໍ່ໄດ້ຕໍ່ວີຊ່າໃນການພັກເຊົາຢູ່ປະເທດໄທດົນເຖິງ 4 ປີ.

ໃນເວລາຕໍ່ມາເຈົ້າໜ້າທີ່ ສາມາດຕິດຕາມຕົວ ແຟນຊາວຈີນຄົນດັ່ງກ່າວມາໄດ້, ເຊິ່ງລາວໄດ້ໃຫ້ການວ່າ: ໃນວັນທີ 5 ສິຫງາທີ່ຜ່ານມາ, ເວລາປະມານ 19:00 ນາທີ, ແຟນສາວໄດ້ກັບເຂົ້າມາໃນຫ້ອງ ແລະ ມີອາການຄ້າຍຄົນເມົາ, ພ້ອມໂວຍວາຍວ່າ ມີຜີຕາມມາຂ້າ ແລະ ໄລ່ຕົນອອກຈາກຫ້ອງ ພ້ອມປິດປະຕູລັອກ, ບໍ່ຍອມເປີດປະຕູໃຫ້ ຫຼັງຈາກນັ້ນຕົນກໍອອກໄປນອນກັບໝູ່, ຈົນຮອດຕອນທີ່ໝູ່ຂອງຜູ້ເສຍຊີວິດໂທມາ ໃຫ້ມາເປີດປະຕູຫ້ອງນຳກັນ ແລະ ກໍພົບວ່າແຟນໄດ້ເສຍຊີວິດແລ້ວ.

ພັນຕຳຫຼວດເອກ ທະວີ ກຸດຖະແຫຼງ ເຈົ້າໜ້າທີ່ຕຳຫຼວດເຂດດັ່ງກ່າວໄດ້ເປີດເຜີຍວ່າ: ໃນເບື້ອງຕົ້ນໄດ້ສັ່ງການໃຫ້ກອງພິສູດຫຼັກຖານ ເກັບຫຼັກຖານຈຸດເກີດເຫດຢ່າງລະອຽດ, ໂດຍຍັງບໍ່ໄດ້ມີການສະຫຼຸບວ່າ: ຜູ້ຕາຍເສຍຊີວິດຍ້ອນຖືກຄາດຕະກຳ ຫຼື ທຳຮ້າຍຕົວເອງຈົນເສຍຊີວິດ. ເຊິ່ງຕຳຫຼວດຈະທຳການເຫັບຫຼັກຖານ ແລະ ກວດສອບກ້ອງົວງຈອນປິດ ແລະ ສອບສວນແຟນໜຸ່ມຊາວຈີນຢ່າງລະອຽດ, ແຕ່ເບື້ອງຕົ້ນພົບວ່າ: ແຟນໜຸ່ມຄົນດັ່ງກ່າວລັກອລອບຢູ່ໄທເກີນກຳນົດມາ 4 ປີແລ້ວ.

ຂ່າວ: thairath

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...