Homeຂ່າວເຫດການສະ­ເໜີ​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ການ ແກ້​ໄຂ​ຄຳ​ຮ້ອງ­ທຸກ

ສະ­ເໜີ​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ການ ແກ້​ໄຂ​ຄຳ​ຮ້ອງ­ທຸກ

Published on

pathan

 

ກົດ­ໝາຍ​ວ່າ​ດ້ວຍ​ການ​ແກ້​ໄຂຄຳ​ຮ້ອງ­ທຸກ​ ແມ່ນ​ກົດ­ໝາຍ​ໜຶ່ງ​ທີ່​ມີ​ຄວາມ​ສຳ­ຄັນ​ຊຶ່ງ​ເປັນ​ເຄື່ອງ­ມື​ໃຫ້​ແກ່ສາມ​ອົງ­ການ

​ອຳ­ນາດ​ແຫ່ງ​ລັດ​ເພື່ອເປັນ​ ບ່ອນ​ອີງ​ໃນ​ການ​ດຳ­ເນີນ ແລະ ພິ­ຈາ­ລະ­ນາ​ແກ້​ໄຂ​ຄຳ​ຮ້ອງ­ທຸກ​ຂອງປະ­ຊາ­ຊົນ ແຕ່​ເພື່ອ​ໃຫ້​

ຖືກ​ກັບ​ສະ­ພາບການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ໃນ​ປະ­ຈຸ​ບັນ​ກົດ­ໝາຍ​ດັ່ງ­ກ່າວ​ຈຳ­ເປັນ​ຕ້ອງ​ໄດ້​ຮັບ​ການ​ປັບ­ປຸງ​ເພື່ອ

​ ໃຫ້​ມີ​ເນື້ອ​ໃນ​ຄົບ​ຖ້ວນ ແລະ ຮັດ­ກຸມ​ຂຶ້ນ​ອີກ.

 

ໃນ​ກອງ​ປະ­ຊຸມ​ສະ­ພາ ວັນ​ທີ 15 ທັນ­ວາ 2014 ທ່ານ ສຈ ດາ​ວອນ ຫວ່າງ​ວິ­ຈິດ ຕາງໜ້າ​ໃຫ້​ກຳ​ມະ​ທິ​ການ​ກົດ­ໝາຍ​ໄດ້​ສະ

ເໜີ​ປັບ­ປຸງ​ກົດ­ໝາຍ​ວ່າ​ດ້ວຍ​ການ​ ແກ້ ໄຂ​ຄຳ​ຮ້ອງ­ທຸກ ເພື່ອ​ໃຫ້​ສະ­ມາ­ຊິກ​ສະ­ພາແຫ່ງ​ຊາດ​ແຕ່​ລະ​ເຂດ​ເລືອກ​ຕັ້ງ​ໄດ້​ປະ

ກອບ​ຄຳ​ຄິດຄຳ​ເຫັນ​ ໃຫ້​ມີ​ເນື້ອ​ໃນ​ຄົບຖ້ວນ​ຂຶ້ນ​ ເນື່ອງ​ຈາ​ກວ່າ: ກົດ­ໝາຍ​ວ່າດ້ວຍ​ການ​ແກ້​ໄຂ​ຄຳ​ຮ້ອງ­ທຸກ​ສະ­ບັບ​ປະຈຸ​

ບັນ​ ເຖິງ​ຈະ​ໄດ້​ກຳ­ນົດ​ໂດຍ​ພື້ນ­ຖານ ກ່ຽວ​ກັບ​ປະ­ເພດ​ຄຳ​ຮ້ອງ­ທຸກ, ຫຼັກ­ການ, ຂັ້ນ​ຕອນ, ອົງ­ການ​ໃນ​ການ​ພິ​ຈາ­ລະນາ​ແກ້

​ໄຂ​ແລ້ວ​ກໍ​ຕາມ ແຕ່​ຜ່ານ​ການ​ຈັດຕັ້ງ​ປະ­ຕິ­ບັດ​ຕົວ​ຈິງ​ໃນ​ໄລ­ຍະ​ຜ່ານ​ມາ ກໍ​ຍັງ​ເຫັນ​ວ່າ​ບໍ່​ທັນ​ຄົບ​ຖ້ວນ ແລະ ຮັດກຸມ​ເທົ່າ​

ທີ່​ຄວນ​ເປັນ­ຕົ້ນ: ການ​ກຳ­ນົດເນື້ອ​ໃນ ແລະ ຂັ້ນ​ຕອນ​ການ​ແກ້​ໄຂ​ຄຳສະ­ເໜີ​ຂອງ​ອົງ­ການ​ບໍ­ລິ­ຫານ​ຍັງ​ບໍ່​ທັນເໝາະ​ສົມ

ແລະ ບໍ່​ທັນ​ຮັບ­ປະ­ກັນ​ການແກ້​ໄຂ​ເທົ່າ​ທີ່​ຄວນ, ການ​ກຳ­ນົດ​ເນື້ອ​ໃນຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳ​ ທີ່​ເປັນ​ພາ­ລະບົດ­ບາດ​ຂອງ​

ສະ­ພາ​ແຫ່ງ​ຊາດ ​ໃນການ​ພິ­ຈາ­ລະ­ນາ​ຍັງ​ບໍ່​ທັນ​ຮັດ­ກຸມ, ເນື້ອໃນ ແລະ ຂອບ​ເຂດ​ຂອງ​ການ​ພິ​ຈາ­ລະນາ​ຄຳ​ຮ້ອງ​ຂໍ​ຄວາມ

​ເປັນ​ທຳ​ຂອງ​ຄະນະ​ປະ­ຈຳ​ສະ­ພາ​ແຫ່ງ​ຊາດ, ຂອງ​ບັນດາ​ກຳ​ມະ​ທິ​ການ, ຄະ­ນະ​ສະ­ມາ­ຊິກ​ສະພາ​ແຫ່ງ​ຊາດ​ປະ­ຈຳ​ເຂດ​ເລືອກ

​ຕັ້ງ ຫຼື  ສະ­ພາ​ປະ­ຊາ­ຊົນ​ທ້ອງ­ຖິ່ນ​ຍັງ​ບໍ່​ໄດ້​ກຳ­ນົດຢ່າງ​ຊັດ​ເຈນ, ເງື່ອນ­ໄຂ​ການ​ຮັບ ແລະ ການ​ບໍ່​ຮັບ​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ

​ທຳ​ມາ​ພິ­ຈາ­ລະ­ນາ​ຍັງ​ບໍ່​ລະ­ອຽດ.

 

ສຳ­ລັບ​ໂຄງ​ປະ­ກອບ​ກົດ­ໝາຍ​ວ່າດ້ວຍ​ການ​ແກ້​ໄຂ​ຄຳ​ຮ້ອງ­ທຸກ​ສະ­ບັບ​ປະຈຸ​ບັນ ​ປະ­ກອບ​ມີ 9 ພາກ ແລະ 84 ມາດ­ຕາ ຊຶ່ງ

​ການ​ປັບ­ປຸງ​ໃໝ່​ນີ້​ກຳ­ນົດ 9 ພາກ​ຄື­ເກົ່າ ແຕ່​ການ​ປັບ­ປຸງ ມີ 64 ມາດ­ຕາ ແລະ ເພີ່ມ​ເຂົ້າ​ໃໝ່ 16 ມາດ­ຕາ, ຜ່ານ​ການ​ປະ

­ກອບ​ຄຳ​ເຫັນ​ຢ່າງ​ກົງ​ໄປ​ກົງ​ມາ​ດ້ວຍ​ຄວາມ​ຮັບ­ຜິດ­ຊອບ​ສູງ​ຂອງ ​ບັນ­ດາ​ສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ກໍ​ໄດ້ລົງ​ຄະ­ແນນ​ສຽງ​

ຮັບ­ຮອງ​ດ້ວຍ​ ສຽງເຫັນ​ດີ​ສ່ວນ​ຫຼາຍ 94% ແລະ ບໍ່​ເຫັນ​ດີ 6%.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...