spot_img
Homeຂ່າວພາຍ​ໃນເສົາໄຟຫັກຫຼາຍຕົ້ນ ຈາກເຫດການນໍ້າຖ້ວມຊຸ ທີ່ແຂວງຫົວພັນ

ເສົາໄຟຫັກຫຼາຍຕົ້ນ ຈາກເຫດການນໍ້າຖ້ວມຊຸ ທີ່ແຂວງຫົວພັນ

Published on

ຈາກການລາຍງານຂອງ ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫົວພັນ ໃຫ້ຮູ້ວ່າ: ເດືອນກໍລະກົດທີ່ຜ່ານມາ, ໃນຂອບເຂດທົ່ວແຂວງຫົວພັນ ມີຝົນຕົກໜັກຕິດຕໍ່ກັນຫຼາຍວັນ ເຮັດໃຫ້ຫ້ວຍນໍ້າຫຼາຍສາຍ ມີລະດັບນໍ້າເພີ່ມຂຶ້ນຢ່າງໄວວາ, ເກີດມີນໍ້າປ່າໄຫຼຫຼາກເຮັດໃຫ້ມີຜົນກະທົບຕໍ່ເສັ້ນທາງຫຼາຍເສັ້ນ, ດິນຍຸບ, ນໍ້າໄຫຼສຸເຂົ້າເຮືອນຊານ, ໄຮ່ນາຂອງປະຊາຊົນເສຍຫາຍຫຼາຍພໍສົມຄວນ.

No photo description available.

ໃນນີ້ເມືອງຊ່ອນ, ເມືອງຮ້ຽມ ແລະ ເມືອງຫົວເມືອງ ກໍ່ເປັນເມືອງ ທີ່ໄດ້ຮັບຜົນກະທົບໜັກພໍສົມຄວນເຮັດໃຫ້ເຮືອນຈັກເຂື່ອນໄຟຟ້ານໍ້າແອດໄດ້ຖືກນໍ້າເຊາະເຈື່ອນເສຍຫາຍ, ມີເສົາໄຟຟ້າຫັກ/ລົ້ມ ເຂດແລວຕາຂ່າຍຈາກ ເມືອງຮ້ຽມ ຫາ ເທດສະບານເມືອງຊ່ອນ ຂໍ້ມູນເບື້ອງຕົ້ນ ເສົາ 12 ແມັດ ຈໍານວນ 42 ຕົ້ນ, ຄອນສາຍ 51 ຄອນ.

No photo description available.

ເຂດເມືອງຮ້ຽມ ຈຸດບ້ານນໍ້າປຸ່ງ ຫາ ສາກົກຂໍ້ມູນເບື້ອງຕົ້ນ ເສົາ 12 ແມັດ ຈໍານວນ 19 ຕົ້ນ, ຄອນສາຍ 43 ຄອນ ແລະ ເຂດເມືອງຫົວເມືອງ ຈຸດພູເລົ້າ, ບ້ານຫ້ວຍໃໝ່ ແລະ ບ້ານສົບນາ ຂໍ້ມູນເບື້ອງຕົ້ນ ເສົາ 8 ແມັດ ຈໍານວນ 3 ຕົ້ນ, ເສົາ 12 ແມັດ ຈໍານວນ 1 ຕົ້ນ, ຄອນສາຍ ຈໍານວນ 5 ຄອນ. ເຊິ່ງປັດຈຸບັນນີ້, ເຈົ້າໜ້າທີ່ພ້ອມພາກສ່ວນກ່ຽວຂ້ອງກຳລັງທຳການສ້ອມແປງບັນດາເສົາໄຟຟ້າທີ່ໄດ້ຮັບຄວາມເສຍຫາຍຈາກເຫດການດັ່ງກ່າວ.

May be an image of 1 person, grass and tree

ຂ່າວ: ລັດວິສາຫະກິດໄຟຟ້າລາວ ສາຂາແຂວງຫົວພັນ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...