spot_img
Homeທົ່ວໄປອາສາສະໝັກ 3 ແຂວງຮ່ວມກັນຝຶກຊ້ອມ ເໝືອນຈິງ ວຽກງານກູ້ໄພສຸກເສີນ

ອາສາສະໝັກ 3 ແຂວງຮ່ວມກັນຝຶກຊ້ອມ ເໝືອນຈິງ ວຽກງານກູ້ໄພສຸກເສີນ

Published on

ການຝຶກຊ້ອມ ເໝືອນຈິງ ວຽກງານກູ້ໄພສຸກເສີນ ທີ່ອົງການກາແດງແຂວງຫຼວງພະບາງໄດ້ເປັນເຈົ້າພາບ ໄດ້ສຳເລັດໃນວັນທີ່ 2 ສີງຫາ 2024 ພາຍຫຼັງດຳເນີນມາແຕ່ວັນທີ 31 ກໍລະກົດ 2024 ນີ້ ທີ່ທ່ານ້ຳຄານບ້ານຫາດຮ່ຽນ ນະຄອນຫຼວງພະບາງ ມີທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ, ພ້ອມດ້ວຍຮອງຫົວໜ້າພະແນກການ-ກົມກອງ ແລະ ອາສາສະໝັກກູ້ໄພຈາກ ແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະແຂວງອຸດົມໄຊ ເຂົ້າຮ່ວມ.

ທ່ານ ວຽງສະຫວັນ ກະເສີມສຸກ ໄດ້ມີຄຳເຫັນເນັ້ນໜັກໃຫ້ອາສາສະໝັກ ຈາກທຸກພາກສ່ວນທີ່ເຂົ້າຮ່ວມ ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ຕາມການແນະນຳຂອງຄະນະຮັບຜິດຊອບ ເພື່ອເຮັດໃຫ້ການຝຶກຊ້ອມມີຄວາມປອດໄພ ແລະ ພ້ອມກັນນຳເອົາບົດຮຽນໄປໝູນໃຊ້ໃຫ້ໄດ້ຮັບຜົນດີ.

ການຝຶກຊ້ອມ ເໝືອນຈິງ ວຽກງານກູ້ໄພສຸກເສີນທາງບົກ, ທາງນໍ້າ, ການມອດໄຟ, ການຊ່ວຍຄົນຕົກນໍ້າ, ຍົກຍ້າຍ, ການປະຖົມພະຍາບານຜູ້ບາດເຈັບ, ການຊ່ວຍເຫຼືອບັນເທົາທຸກສຸກເສີນ ແລະວຽກງານສຸຂະພິບານເວລາມີເຫດສຸກເສີນ ຄັ້ງນີ້ ຈັດຂື້ນເປັນປີທີ່ 2 ໂດຍໄດ້ຮັບງົບປະມານສະໜັບສະໜູນຈາກອົງການກາແດງສະວິດສ໌ ຈຳນວນ 48 ລ້ານກີບ ປະກອບມີ 4 ພາກສ່ວນເຂົ້າຮ່ວມຄື: ອົງການກາແດງແຂວງຫຼວງພະບາງ, ແຂວງໄຊຍະບູລີ ແລະແຂວງອຸດົມໄຊ, ກອງເລຂາຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂວງ, ຕຳຫຼວດດັບເພີງ, ກອງບັນຊາການທະຫານແຂວງ ລວມທັງໝົດ 101 ຄົນ, ຍິງ 35 ຄົນ, ເຊີ່ງໄດ້ຮັບການຊີ້ນຳ ແລະຝຶກຕົວຈິງ ຈາກທິມງານວິຊາການພະແນກການແພດສຸກເສີນ ແລະພະແນກຄຸ້ມຄອງໄພພິບັດ ອົງການກາແດງແຫ່ງຊາດລາວ, ທັງຈັດຕັ້ງຂຶ້ນບົນພື້ນຖານ ສະພາບຕົວຈິງຂອງແຂວງຫຼວງພະບາງ ໂດຍຖືເອົາການກູ້ໄພທາງນໍ້າ-ທາງບົກເປັນຫຼັກ ແລະຖືເອົາບັນດາເຫດການ ທີ່ມັກຈະເກີດຂຶ້ນຢູ່ແຂວງຫຼວງພະບາງ ເປັນຕົ້ນ, ປະກົດການນໍ້າປ່າໄຫຼສຸ, ໄຟໄໝ້ລົດຕົກເຫວ ທີ່ມີຄົນຕິດຢູ່ຄ້າງໃນ ແລະການຊ່ວຍເຫຼືອບັນເທົາທຸກ ກໍຄື ວຽກງານສຸຂາພິບານໃນເຫດການສຸກເສີນ.

ໂອກາດນີ້ ຜູ້ເຂົ້າຮ່ວມໄດ້ຮັບຊົມການຝຶກຊ້ອມເປັນຕົ້ນ ການຊອກຫາ ແລະຊ່ວຍເຫຼືອປະຊາຊົນເວລາມີເຫດການນ້ຳປ່າໄຫຼສຸ, ການເຄື່ອນຍ້າຍປະຊາຊົນ ແລະຄົນເຈັບ ໄປສະຖານທີ່ປອດໄພ, ການດຳເນີນການມອດໄຟ ກໍລະມີມີເຫດການໄຟໄໝ້ເຮືອນ, ການສາທິດມອດໄຟທີ່ເກີດຂື້ນກັບຖັງແກັສ, ການມອດໄຟໄໝ້ທີ່ໃຊ້ກຳລັງຄົນ, ການຊ່ວຍເຫຼືອຄົນເຈັບຕິດຄ້າງໃນລົດ ເວລາເກີດອຸບັດຕິເຫດ ໂຍການນຳໃຊ້ເຄື່ອງຕັດຖ່າງ, ການຕັ້ງຈຸດບໍລິການບຳບັດນ້ຳເປື້ອນ ເພື່ອຊ່ວຍເຫຼືອປະຊາຊົນ ເວລາມີເຫດການນຳຖ້ວມ. ຊຶ່ງການຝຶກຊ້ອມສາມາດຮັບປະກັນຄວາມປອດໄພ ແລະບັນລຸຜົນສຳເລັດເປັນຢ່າງດີ.

ແຫຼ່ງຂ່າວ: Lao National Radio

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...