spot_img
Homeຂ່າວກິລາຊົມເຊີຍ! ສຸນິສາ ລີ ຄວ້າອີກ 1 ຫຼຽນທອງໃນໂອແລມປິກ 2024 ທີ່ນະຄອນຫຼວງປາຮີ

ຊົມເຊີຍ! ສຸນິສາ ລີ ຄວ້າອີກ 1 ຫຼຽນທອງໃນໂອແລມປິກ 2024 ທີ່ນະຄອນຫຼວງປາຮີ

Published on

ສຸນິສາ ລີ (ຊູນີ ລີ) ນັກກິລາຢິມນາສຕິກ ເຜົ່າມົ້ງລາວ ສັນຊາດອາເມຣິກາ ໄດ້ເພີ່ມອີກ 1 ຫລຽນທອງ ເປັນ 1 ຫລຽນຄຳ 2 ຫຼຽນທອງ ໃນໂອແລມປິກເກມ 2024 ທີ່ປາຣີ ປະເທດຝຣັ່ງ.

ສຸນິສາ ລີ ສາມາດຄວ້າອີກ 1 ຫຼຽນທອງໄດ້ຈາກລາຍການ Artistic ຍິງດ່ຽວ ອຸປະກອນຄານຄູ່ຕ່າງລະດັບ (Uneven bars) ສາມາດເຮັດໄດ້ 14.800 ຄະແນນ, ສ່ວນຫຼຽນຄຳເປັນຂອງ ເຄເລຍ ເນມົວ ຈາກເອວຈີເຣຍ (ອານເຊຣີ) ໄດ້ 15.700 ຄະແນນ ສ້າງປະຫວັດສາດເປັນນັກກິລາຍິມນາສຕິກອາຟຣິກາຄົນທຳອິດໄດ້ຫລຽນຄຳໂອແລມປິກ, ຫຼຽນເງິນຕົກເປັນຂອງ ຊິວ ຊີຢວນ ຈາກຈີນ ໄດ້ 15.500 ຄະແນນ.

ກ່ອນໜ້ານີ້ ຊູນີ ລີ ໄດ້ 1 ຫລຽນຄຳ ລາຍການ Artistic ທີມຍິງ ລວມທຸກອຸປະກອນ ແລະຫຼ້າສຸດສາມາດຄວ້າ 1 ຫລຽນທອງ ຈາກລາຍການ Artistic ຍິງດ່ຽວ ລວມທຸກອຸປະກອນ.

ແຫຼ່ງຂ່າວຈາກ: ຂ່າວກິລາ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...