spot_img
Homeຂ່າວການພັດທະນາໂຄງການພັດ­ທະ­ນາ​ເມືອງ​ກະ­ລຶມ​ໃໝ່ ມີຄວາມຄືບໜ້າຫລາຍດ້ານ

ໂຄງການພັດ­ທະ­ນາ​ເມືອງ​ກະ­ລຶມ​ໃໝ່ ມີຄວາມຄືບໜ້າຫລາຍດ້ານ

Published on

f40069dc36f8a0524fcdba7f50139575

 

ຄະ­ນະ​ຊີ້​ນຳ​ໂຄງ­ການ​ກໍ່­ສ້າງ, ຍົກຍ້າຍ ແລະ ຈັດ​ສັນ​ເມືອງ​ກະ­ລຶມ​ໃໝ່​ໄດ້ລົງ​ຕິດ­ຕາມ​ກວດ­ກາ​ຄວາມ​ຄືບ​ໜ້າ 11 ໂຄງ­ການ

​ພັດ­ທະ­ນາ​ເທ­ສະ​ບານ​ໃໝ່ ເມືອງ​ກະ­ລຶມ ຊຶ່ງ​ໄດ້​ພົບ​ເຫັນ​ຫຼາຍ​ໂຄງການ​ມີ​ຄວາມ​ຄືບ​ໜ້າ​ເປັນ​ທີ່​ໜ້າ​ພໍ­ໃຈ.

 

ທ້າຍ​ອາ­ທິດ​ຜ່ານ​ມາ​ນີ້ ທ່ານ ລ້ຽງ ຄຳ​ພູນ ຮອງ​ເຈົ້າ­ແຂວງ​ເຊ​ກອງ, ຜູ້​ຊີ້ນຳ​ຂົງ­ເຂດ​ເສດ­ຖະ­ກິດ, ທັງ​ເປັນ​ປະ­ທານ ຄະ­ນະ​ຊີ້​

ນຳ​ໂຄງ­ການ​ກໍ່­ສ້າງ, ຍົກ­ຍ້າຍ ແລະ  ຈັດ​ສັນ​ເມືອງ​ກະ­ລຶມ​ໃໝ່​ຂັ້ນ​ແຂວງ, ພ້ອມ​ຄະ­ນະ​ໄດ້​ລົງ​ຕິດ­ຕາມ​ກວດ­ກາຄວາມ​ຄືບ​

ໜ້າ 11 ໂຄງ­ການ​ທີ່​ນອນ​ໃນໂຄງ­ການ​ພັດ­ທະ­ນາ​ເທ­ສະ​ບານ​ເມືອງກະ­ລຶມ​ໃໝ່ ແລະ ແຕ່​ລະ​ໂຄງ­ການ​ມີ​ມູນຄ່າ​ການ​ກໍ່­ສ້າງ​

ຫຼາຍ​ກວ່າ 10 ຕື້​ຂຶ້ນ​ໄປ, ຊຶ່ງ​ຜ່ານ​ການ​ລົງ​ຕິດ­ຕາມ​ຄັ້ງ​ນີ້​ເຫັນ​ວ່າມີ​ຫຼາຍ​ໂຄງ­ການແມ່ນ​ສາ­ມາດ​ ປະ­ຕິ­ບັດ​ໄດ້​ຫຼາຍ​ກວ່າ 80%

ເປັນ­ຕົ້ນ: ໂຄງ­ການ​ກໍ່­ສ້າງ​ລະບົບ​ນ້ຳ​ປະ­ປາ, ໂຄງ­ການ​ສ້ອມ­ແປງ​ທາງ ແຕ່​ເມືອງ­ເກົ່າ​ຫາ​ເມືອງ​ໃໝ່, ໂຄງ­ການກໍ່­ສ້າງ​ຫ້ອງ­

ການ ແລະ ສຳ­ນັກ­ງານຂອງ​ລັດ, ໂຄງ­ການ​ກໍ່­ສ້າງ​ໄຟ­ຟ້າ​ແຮງ ກາງ, ແຮງ​ຕ່ຳ ແລະ ໄຟ​ເຍືອງ​ທາງ ໃນ​ເທ­ສະ​ບານ, ໂຄງ­ການ

​ກໍ່­ສ້າງ​ທີ່­ຢູ່​ອາ­ໄສ​ຂອງ​ປະ­ຊາ­ຊົນ.

 

ສ່ວນ​ໂຄງ­ການ​ຊົດ​ເຊີຍ​ຜົນ​ກະ­ທົບດ້ານ​ສິ່ງ­ແວ­ດລ້ອມ ແລະ ສັງ­ຄົມ, ບໍ­ລິ­ສັດ​ຜູ້​ຮັບ​ເໝົາ​ກໍ່­ສ້າງ​ຈະ​ໄດ້​ເຮັດ​ໜ້າ­ທີ່​ລົງ​ເກັບ​ກຳ

​ຂໍ້​ມູນ​ ສຳ­ພາດ​ດ້ານ​ເສດ​ຖະກິດ-ສັງ­ຄົມ ພ້ອມ​ທັງ​ເຮັດ​ບົດ​ວິ­ພາກຢ່າງ​ລະ­ອຽດ ແລະ ເອ­ກະ­ສານ​ຕ່າງໆນຳ­ໄປ​ຜ່ານ​ກອງ​ປະ­

ຊຸມ​ຂອງ​ຄະ­ນະ​ກຳ ມະ​ການ​ເພື່ອ​ເປັນ​ຂໍ້​ມູນ​ພື້ນ­ຖານ​ແກ່ການຊົດ​ເຊີຍ​ຄື: ຊົດ​ເຊີຍ​ປະ­ກອບ​ອາ­ຊີບ​ແບບຍືນ​ຍົງ, ຊົດ​ເຊີຍ​

ເຂດ​ເນື້ອ­ທີ່​ການ​ຜະ­ລິດ, ຊົດ​ເຊີຍ​ຜົນ­ລະ­ປູກ ຊຶ່ງ​ປະ­ຈຸ​ບັນ​ໂຄງ­ການດັ່ງ­ກ່າວ​ປະ­ຕິ­ບັດ​ໄດ້ 30%.

 

ຈາກ​ນັ້ນ ​ທ່ານ​ຮອງ​ເຈົ້າ­ແຂວງ​ກໍໄດ້​ແນະ­ນຳ ແລະ ເນັ້ນ​ໜັກ​ຊີ້​ນຳ​ຄະ­ນະໂຄງ­ການ​ຂັ້ນ​ເມືອງ​ສົມ­ທົບ​ກັບ​ກອງ​ເລ­ຂາ​ໂຄງ­ການ

​ ເລັງ​ໃສ່​ສ້າງ​ຄວາມ​ເຂົ້າໃຈ​ກັບ​ປະ­ຊາ­ຊົນ​ໂດຍ​ໃຫ້​ຈັດ​ຕັ້ງ​ພົບ​ປະ ແລະ ໂອ້​ລົມ​ປະ­ຊາ­ຊົນ​ເພື່ອ​ຊີ້​ແຈງຄວາມເຂົ້າ­ໃຈ​ຕໍ່​ກັບ​ການ​

ຊົດ​ເຊີຍ ແລະ ການຍົກ­ຍ້າຍ​ໃຫ້​ທັນ​ກຳ­ນົດ​ເວ­ລາ.

 

ໂຄງ­ການ​ກໍ່­ສ້າງ, ຍົກ­ຍ້າຍ ແລະ ຈັດສັນ​ເມືອງ​ກະ­ລຶມ​ໃໝ່​ຕັ້ງ​ຢູ່​ເຂດ​ບ້ານ​ວັກເໜືອ​ຫ່າງ​ຈາກ​ເມືອງ­ເກົ່າ​ ປະ­ມານ 32 ກິ­ໂລ­

ແມັດ, ໃນ​ເນື້ອ­ທີ່​ປະ­ມານ 1.502 ເຮັກ­ຕາ, ມີ​ລະ­ດັບ​ສູງ​ຈາກ​ໜ້າ­ນ້ຳ​ທະເລ​ສະ­ເລ່ຍ​ປະ­ມານ 580 ແມັດ, ໂຄງການ​ດັ່ງ­ກ່າວ

​ຈະ​ນຳ​ໃຊ້​ທຶນ​ເຂົ້າ​ໃນ​ການກໍ່­ສ້າງ​ທັງ​ໝົດ 930 ຕື້​ກວ່າ​ກີບ, ໂດຍ​ບໍ­ລິ­ສັດ​ພອນ​ສັກ​ເປັນ​ຜູ້​ຮັບ​ເໝົາ​ກໍ່­ສ້າງ ແລະ ລົງ­ທຶນ​ກ່ອນ

100%.

 

 

ບົດຄວາມຫຼ້າສຸດ

ຕຳກາງອາກາດ ເຫດລົດບິນຕໍາກັນກາງອາກາດຢູ່ເມືອງສາງຊຸນ ສປ.ຈີນ ໃນລະຫວ່າງຊ້ອມການສະແດງເປີດໂຕລົດບິນໄດ້

ໃນວັນທີ 18/09/2025 ມີລາຍງານຈາກສຳນັກຂ່າວປະເທດຈີນ ເກີດອຸບປະຕິເຫດ ລົດບິນຕໍາກັນລະຫວ່າງຊ້ອມການສະແດງ ທີ່ເມືອງສາງຊຸນ ຂອງປະເທດຈີນ ລາຍງານມີຜູ້ບາດເຈັບ 1 ຄົນ. ອຸບບັດຕິເຫດດັ່ງກ່າວໄດ້ເກີດຂຶ້ນໃນຕອນທີ່ບໍລິສັດ Xpeng ຂອງປະເທດຈີນ ໄດ້ຈັດງານສະແດງເປີດໂຕລົດບິນ. ສະແດງເຖິງເຕັກໂລໂນຊີທີ່ທັນສະໄໝ...

ຍ້ອນຫຼັບໃນ! ກະບະລີໂວ້ຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ

ກະບະລີໂວ້ຫຼັບໃນຕຳລົດສອງແຖວ ບາດເຈັບ 18 ຄົນ ໃນນັ້ນ 3 ຄົນສາຫັດ ຢູ່ບ້ານດ້ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ ປກສ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ:...

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...