Homeຂ່າວກິລາຄວັນຫຼົງ! ໂອແລມປິກ 2024 ນັກກິລາດອກປີກໄກ່ຊາວຈີນ ຄຸເຂົ່າຂໍແຟນສາວແຕ່ງງານ

ຄວັນຫຼົງ! ໂອແລມປິກ 2024 ນັກກິລາດອກປີກໄກ່ຊາວຈີນ ຄຸເຂົ່າຂໍແຟນສາວແຕ່ງງານ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ສິງຫາ 2024 ຜ່ານມາ, ກ່ຽວກັບເລື່ອງລາວຄວາມຮັກຂອງນັກກິລາໃນງານມະຫະກຳກິລາ ໂອແລມປິກ 2024 ທີ່ນະຄອນຫຼວງປາຮີ ເມື່ອ ນາງ ຫວງ ຍ່າ ຈຽງ ນັກກິລາດອກປີກໄກ່ຍິງຊາວຈີນ ຖືກແຟນໜຸ່ມຄຸເຂົ່າຂໍແຕ່ງງານ ພາຍຫຼັງສາມາດຄວ້າຫຼຽນຄຳ ໃນລາຍການຄູ່ປະສົມໄດ້ສຳເລັດ.

ຖືໄດ້ວ່າເປັນອີກ 1 ໂມເມັ້ນທີ່ສ້າງຄວາມປະທັບໃຈໃຫ້ກັບບັນດາກອງເຊຍ ທີ່ເຂົ້າມາຊົມໃນການແຂ່ງຂັນດັ່ງກ່າວ, ທ້າວ ຫລິວ ຢູ ເຊີນ ນັກກິລາດອກປີກໄກ່ ທີ່ລົງແຂ່ງຂັນປະເພດຊາຍຄູ່ ໄດ້ນຳເອົາດອກໄມ້ມາສະແດງຄວາມຍິນດີກ່ອນທີ່ຈະສ້າງຄວາມປະທັບໃຈ ໃຫ້ກັບແຟນສາວ ຫຼັງຈາກສາມາດຄວ້າຫຼຽນຄຳໃນງານໂອແລມປິກ 2024.

ສຳລັບການແຂ່ງຂັນ ກິລາດອກປີກໄກ່ຮອບຊິງຊະນະເລີດ ລາຍການຄູ່ປະສົມ ທ້າວ ເຈິ້ງ ຊີ ເວີ້ຍ ແລະ ນາງ ຫວງ ຍ່າ ຈຽງ ຄູ່ປະສົມມື 1 ຂອງໂລກຈາກຈີນ ເອົາຊະນະ ຄິມວອນໂຮ ກັບ ຈອງ ນາ ອຶນ ຄູ່ມືວາງອັນດັບ 8 ຂອງໂລກຈາກເກົາຫຼີໄປ 2-0 ເກມດ້ວຍຄະແນນ 21-8 ແລະ 21-11 ສາມາດຄວ້າລຽນຄຳໃນໂອແລມປິກ 2024 ໄດ້ສຳເລັດ ເອີ້ນໄດ້ວ່າງານນີ້ນອກຈາກຈະໄດ້ຈະໄດ້ຫຼຽນຄຳແລ້ວຍັງໄດ້ທັງແຫວນເພັດອີກດ້ວຍ ຫວານກັນສຸດໆ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...