spot_img
Homeຂ່າວຕ່າງປະເທດໝໍຫວຽດຕົກໃຈ! ກວດພົບອ່ຽນໃນທ້ອງຜູ້ປ່ວຍ ແລະ ໝາກນາວໃນທະວານ

ໝໍຫວຽດຕົກໃຈ! ກວດພົບອ່ຽນໃນທ້ອງຜູ້ປ່ວຍ ແລະ ໝາກນາວໃນທະວານ

Published on

ອີງສຳນັກຂ່າວຕ່າງປະເທດລາຍງານເມື່ອບໍ່ດົນມານີ້, ກ່ຽວກັບກໍລະນີຊາຍຊາວອິນເດຍອາຍຸ 31 ປີ ໄດ້ສອດອ່ຽນເຂົ້າຮູທະວານ ເຮັດໃຫ້ອ່ຽນເຂົ້າໄປກັດລຳໃສ້ໃຫຍ່ ແລະ ເຂົ້າໄປໃນທ້ອງ.

ໂຮງໝໍມິດຕະພາບຫວຽດຕຸກ ໃນນະຄອນຫຼວງຮ່າໂນຍໄດ້ໃຫ້ຂໍ້ມູນຜູ້ປ່ວຍວ່າ: ມີອາການເຈັບທ້ອງຮຸນແຮງ ຈຶ່ງໄດ້ນຳຕົວເຂົ້າຫ້ອງສຸກເສີນ ທາງດ້ານໂຮງໝໍໄດ້ຈັດທີມແພດເພື່ອສ່ອງກ້ອງ ແຕ່ກໍຕ້ອງຕົກໃຈເມື່ອພົບອ່ຽນຢູ່ໃນທ້ອງຂອງຄົນເຈັບ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ທຳການສ່ອງກ້ອງເຂົ້າໄປລຳໃສ່ໃຫຍ່ເພື່ອຈະໄດ້ນຳເອົາອ່ຽນໂຕນັ້ນອອກ ແຕ່ກໍຕ້ອງຕົກໃຈອີກຮອບເມື່ອພົບໝາກນາວໜ່ວຍໃຫຍ່ມີເສັ້ນສູນກາງຂະນາດ 4 ຊັງຕີແມັດ ຕັນຢູ່ທາງທະວານຢູ່ ແພດຈຶ່ງບໍ່ສາມາດເຂົ້າເຖິງຈຸດທີ່ມີບັນຫາໄດ້.

ເນື່ອງຈາກຄວາມເຈັບປວດຂອງຜູ້ປ່ວຍເພີ່ມຂຶ້ນ ທີມແພດຈຶ່ງຕັດສິນໃຈທຳການຜ່າຕັດແບບສຸກເສີນ ເມື່ອທີມແພດໄດ້ຜ່າທ້ອງອອກຈຶ່ງພົບອ່ຽນທີ່ຍັງມີຊີວິດຢູ່ໃນທ້ອງຂອງຜູ້ປ່ວຍ ມີຄວາມຍາວປະມານ 65 ຊັງຕີແມັດ ເຊິ່ງອ່ຽນໂຕນັ້ນໄດ້ກັດລຳໄສ້ຂອງຜູ້ປ່ວຍເພື່ອອອກໄປໃນຊ່ອງທ້ອງ.

ຫຼັງຈາກນຳອ່ຽນອອກມາໄດ້ແລ້ວ ທີມແພດກຜ່າຕັດນຳເອົາໝາກນາວອອກມາໄດ້ເຊັ່ນກັນ ເຮັດໃຫ້ອາການເຈັບທ້ອງຂອງຜູ້ປ່ວຍຫຼຸດລົງ ແລະ ໄດ້ພັກຟື້ນທີ່ໂຮງໝໍແຫ່ງນັ້ນ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...